ຄະນະພັກຮາກຖານສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປາຖະກະຖາການຜ່າວົງປິດລ້ອມ

ຄະນະພັກຮາກຖານສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປາຖະກະຖາໃນຫົວຂໍ້ “ການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ” ໃນວັນທີ 19 ມິຖຸນາ 2019 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ໂດຍການບັນຍາຍຂອງສະຫາຍ ຮສ. ລຳໄມ ພິພັກຂະວົງ ອະດີດຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີສະຫາຍ ຮສ. ຄຳເຜີຍ ພົມມະຈັນ ເລຂາຄະນະພັກຮາກຖານສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະ, ເລຂາຮາກຖານພັກທັງ 14 ຮາກຖານ, ເລຂາ-ຮອງເລຂາ ໜ່ວຍພັກ, ສະມາຊິກພັກສົມບູນ-ສຳຮອງ, ມະຫາຊົນກ້າວໜ້າ ເຂົ້າຮ່ວມຮັບຟັງ. 

ເນື້ອໃນທີ່ນຳມາບັນຍາຍໃນຄັ້ງນີ້ປະກອບມີສະພາບການກອງພັນທີ 2 ທີ່ຖືກປິດລອ້ມ, ການເຄື່ອນໄຫວຜ່າວົງປິດລ້ອມ, ຄວາມສຳຄັນຂອງເຫດການນີ້ແລະປັດໄຈທີ່ເຮັດການຜ່າວົງປິດລ້ອມມີໄຊໃນການບັນຍາຍຄັ້ງນີ້, ສະຫາຍໄດ້ຍົກໃຫ້ເຫັນຫຼາຍເຫດການສຳຄັນຂອງການຜ່າວົງປິດລ້ອມຂອງບັນດາຜູ້ນຳລາວທີ່ໄດ້ສຸມທັງສະຕິປັນຍາ ແລະເຫື່ອແຮງ ຈົນສຳເລັດຜົນ ລວມເຖິງນໍ້າໃຈຮັກແພງເຊື້ອຊາດບໍ່ຍອມຈຳນົນຕໍ່ການກົດດັນ-ຂົມຂູ່ຂອງພວກສັດຕູທີ່ຈະມາມ້າງເພ່ທຳລາຍອຸດົມການອັນໝັ້ນຄົງ, ຈົນສຸດທ້າຍຜູ້ນຳທັງໝົດກໍສາມາດໂຕນໜີອອກມາຈາກຄຸກໂພນເຄັງໄດ້ຢ່າງປອດໄພ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.