ກອງປະຊຸມສະຫຼຸບໂຄງການເຟດລາວ ຄັ້ງທີ 6

ໃນວັນທີ 16 ມັງກອນ 2020 ນີ້, ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບໂຄງການເຟດລາວ ຄັ້ງທີ 6 ທີ່ຄະນະວິທະຍາສາດສັງຄົມ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີຜູ້ອຳນວຍການ ໂຄງການເຟດ ມະຫາວິທະຍາໄລເບີນ ປະເທດສະວິດເຊີແລນ, ມີຜູ້ປະສານງານໂຄງການຈາກ ສປປ ລາວ, ປະເທດເນປານ, ປະເທດຣຸວັນດາ, ປະເທດໂບລີເວຍ ແລະນັກຄົ້ນຄວ້າວິທະຍາສາດ ເຂົ້າຮ່ວມ.

          ໃນໂອກາດດັ່ງກ່າວ, ທ່ານ ຮສ. ປອ. ເດຊານຸລາດ ແສງດວງເດດ ຮັກສາການຄະນະບໍດີ ຄະນະວິທະຍາສາດສັງຄົມທັງເປັນຜູ້ຊີ້ນຳໂຄງການເຟດລາວ ໄດ້ລາຍງານສະພາບໂດຍຫຍໍ້ກ່ຽວກັບໂຄງການເຟດລາວ ເຊິ່ງທ່ານໄດ້ໃຫ້ຮູ້ວ່າໂຄງການດັ່ງກ່າວເປັນໂຄງການຄົ້ນຄວ້າພາຍໃຕ້ຫົວຂໍ້ ບົດບາດ ຍິງ-ຊາຍ ໃນວຽກງານກະສິກຳ ແລະການຈ້າງງານໃນເຂດຊົນນະບົດຢູ່ ສປປ ລາວFEMINIZATION, AGRICULTURAL TRANSITION AND RURAL EMPLOYMENT: FATE ) ຊຶ່ງເອີ້ນຫຍໍ້ວ່າ FATE-LAOS ເປັນໂຄງການຄົ້ນຄວ້າພາຍໃຕ້ການລິເລີ່ມໂດຍນັກຄົ້ນຄວ້າທີ່ມາຈາກປະເທດສະວິດເຊີແລນ ໂດຍການຮ່ວມມືກັບນັກຄົ້ນຄວ້າຈາກ 4 ປະເທດ ທີ່ບໍ່ມີທາງອອກສູ່ທະເລຄື ສປປ ລາວ, ເນປານ, ຣຸວັນດາ ແລະໂບລີເວຍ ເຊິ່ງໄດ້ຮັບການສະໜັບສະໜູນຈາກມູນນິທິວິໄຈແຫ່ງຊາດຂອງປະເທດສະວິດເຊີແລນ ແລະອົງການພັດທະນາສະວິດເຊີແລນ, ໂດຍໂຄງການເຟດລາວໄດ້ຈັດຕັ້ງຢູ່ 2 ໄລຍະຄື ປີ 2015-2017 ແລະປີ 2017-2020 ເຊິ່ງກອງປະຊຸມຄັ້ງນີ້ເປັນການສະຫຼຸບຜົນງານປະຈຳປີພ້ອມທັງເປັນກອງປະຊຸມໃຫຍ່ຄັ້ງສຸດທ້າຍຂອງໂຄງການ.

          ພ້ອມນັ້ນ ໂຄງການດັ່ງກ່າວຍັງເປັນສ່ວນສຳຄັນ ເຮັດໃຫ້ບັນດານັກຄັ້ນຄວ້າແຕ່ລະປະເທດໄດ້ສໍາເລັດການຄົ້ນຄວ້າເປັນຕົ້ນແມ່ນ ນັກຄົ້ນຄວ້າຈາກ ສປປ ລາວ ທີ່ໄດ້ເລືອກເອົາກາເຟເປັນພືດສຶກສາໃນຫຼາຍຫົວຂໍ້ເຊັ່ນ: ກາລະໂອກາດໃນການຈ້າງງານຂອງການຜະລິດກາເຟ, ບັນຫາທີ່ດິນປູກກາເຟ, ການອອກແຮງງານໃນສວນກາເຟ, ບົດບາດ ຍິງ-ຊາຍ ໃນການຜະລິດກາເຟ ແລະຫົວຂໍ້ອື່ນໆ. ສ່ວນນັກຄົ້ນຄວ້າຈາກປະເທດຣຸວັນດາເລືອກເອົາຖົ່ວ ແລະມັນຝຣັ່ງ, ນັກຄົ້ນຄວ້າຈາກເນປານເລືອກເອົາໝາກແໜງ, ນັກຄົ້ນຄວ້າຈາກໂບລີເວຍເລືອກເອົາພືດກີນົວທີ່ກິນແທນເຂົ້າ ເປັນພືດສຶກສາຄົ້ນຄວ້າ. ເຊິ່ງການຈັດສຳມະນາຄັ້ງນີ້ຈະດຳເນີນໄປແຕ່ວັນທີ 16-24 ມັງກອນ 2020 ບັນດານັັກຄົ້ນຄວ້າຈະໄດ້ເດີນທາງໄປພາກສະໝາມເພື່ອຕິດຕາມເບິ່ງຫົວຂໍ້ທີ່ນັກຄົ້ນຄວ້າ ສປປ ລາວ ທີ່ມີການຄັດເລືອກກໍຄືກາເຟ ທີ່ພູພຽງບໍລິເວນຕື່ມອີກ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.