ພິທີປິດກອງປະຊຸມການສຳມະນາວິຊາການ ຄສປ

          ໃນຕອນບ່າຍວັນທີ 17 ມັງກອນ 2020 ຜ່ານນີ້, ທີ່ຫ້ອງປະຊຸມ ຄະນະສະຖາປັດຕະຍະກໍາສາດ (ຄສປ)ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ມີພິທີປີດງານສຳມະນາວິຊາການຂຶ້້ນ. ໂດຍການຮວ່ມມືລະຫວ່າງ ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດລາວ ແລະ ຄສປ. ຈຸລາລົງກອນມະຫາວິທະຍາໄລ (ຈລ. ມລ) ຣາຊະອານາຈັກໄທ ໂດຍການເຂົ້າຮ່ວມຂອງທ່ານ ຮສ. ມະໂນລົດ ພິນິດ ຮອງຄະນະບໍດີ ຄສປ. ມຊ, ທ່ານ ຮສ. ພັນຊະລັດ ສຸລິໂຍທິນ ຮອງຄະນະບໍດີ ຄສປ. ຈລ. ມລ, ມີບັນດາແຂກທີ່ຖືກເຊີນ, ບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາທັງ 2 ຄະນະເຂົ້າຮ່ວມ.     

          ຜ່ານການລົງເກັບກຳຂໍ້ມູນ ແລະສຳຫຼວດຕົວຈິງຂອງນັກສຶກສາຢູ່ເຂດການສ້າງເສັ້ນທາງລົດໄຟລາວ-ຈີນ ໃນນະຄອນຫຼວງວຽງຈັນ ລົງຢູ່ໃນ 3 ເຂດຄື: ເຂດເມືອງໄຊທານີ, ເຂດສີສັງວອນ ເມືອງໄຊເສດຖາ ແລະເຂດຖະໜົນຄູວຽງ ເມືອງສີສັດຕະນາກ ມາແຕ່ວັນທີ 13 ມັງກອນ 2020 ນັກສຶກສາທັງສອງມະຫາວິທະຍາໄລໄດ້ແບ່ງອອກເປັນ 6 ກຸ່ມ ແຕ່ລະກຸ່ມແມ່ນໄດ້ເລືອກເອົາ 1 ຫົວຂໍ້ ເພື່ອຂຽນບົດແລ້ວຂຶ້ນນໍາສະເໜີຜົນງານຂອງກຸ່ມຕົນເອງ ເຊິ່ງມີ 6 ຫົວຂໍ້ຄື: 1. Lighting, 2. Industrial Design, 3. Measure Work, 4. Sketch Design, 5. Urban Design ແລະ 6. Landscape Design.

ໃນພິທີຍັງໄດ້ຍັງຟັງການບັນຍາຍຂອງທ່ານອາຈານ ພັດທິລາ ຈູລະຍານົນ ໃນຫົວຂໍ້ ເມືອງແນວຕັ້ງ” ພ້ອມດຽວກັນນັ້ນໃນພິທີ່ຍັງໄດ້ມອບໃບຍັງຢືນໃຫ້ນັກສຶກສາທັງສອງມະຫາວິທະຍາໄລ ໂດຍທ່ານ ຮສ. ປອ. ສຸກັນ ຈິດປັນຍາ ຫົວໜ້າພາກວິຊາສະພາບແວດລ້ອມຜັງເມືອງ ຄສປ ແລະທ່ານ ພັນຊະລັດ ສຸລິໂຍທິນ ຮອງຄະນະບໍດີ ຄສປ.ຈຸລາລົງກອນມະຫາວິທະຍາໄລ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.