ຄສປ ຜັນຂະຫຍາຍວຽກງານຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ພະນັກງານ, ຄູ-ອາຈານພາຍໃນຄະນະ


ໃນວັນທີ 22 ມັງກອນ 2020, ຄະນະສະຖາປັດຕະຍະກໍາສາດ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດປາຖະກະຖາ ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 17 ປີ (9 ທັນວາ 2003- 9 ທັນວາ 2020), ຊຶ່ງຈຸດປະສົງ ກໍເພື່ອເຮັດໃຫ້ວຽກງານສະກັດກັ້ນ ແລະຕ້ານການສໍ້ລາດບັງຫລວງກາຍເປັນໜ້າທີ່ ແລະຄວາມຮັບຜິດຊອບຂອງຄະນະພັກ, ຄະນະນຳ ແລະພະນັກງານ-ລັດຖະກອນ ພາຍໃນຄະນະສະຖາປັດຕະຍະກໍາສາດ ໃນການຕິດຕາມ, ກວດກາ ແລະແກ້ໄຂພຶດຕິກຳ ທີ່ເປັນການສໍ້ລາດບັງຫລວງຢ່າງກວ້າງຂວາງ ແລະເລິກເຊິ່ງ. ໃຫ້ກຽດໃນການປາຖະກະຖາໃນຄັ້ງນີ້ ໂດຍ ທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມກວດກາ ຕ້ານການສໍ້ລາດບັງຫຼວງ ອົງການກວດກາລັດຖະບານ, ໃນພິທີມີສະຫາຍ ສິນທະວອນ ດາລາວົງ ເລຂາພັກຮາກຖານ, ຮອງຄະນະບໍດີ ຄະນະສະຖາປັດຕະຍະກໍາສາດ ມີບັນດາຄະນະພັກ, ເລຂາໜ່ວຍພັກ, ພະນັກງານ ຄູ-ອາຈານເຂົ້າຮ່ວມຮັບຟັງ.
ໃນໂອກາດນີ້, ທ່ານ ເທບພະໄທ ພັນກ້າ ໄດ້ຍົກໃຫ້ເຫັນ ເຖິງຄວາມໝາຍ, ພຶດຕິກໍາ ແລະຜົນເສຍຫາຍ ຂອງການສໍ້ລາດບັງຫຼວງ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ 12 ຂອງພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງ ແລະ 14 ຂໍ້ຫ້າມສໍາລັບພະນັກງານລັດຖະກອນ ລວມເຖິງມາດຕະການຕໍ່ຜູ້ລະເມີດຕໍ່ກົດໝາຍຕ້ານການສໍ້ລາດບັງຫຼວງ. ການປາຖະກະຖາໃນຄັ້ງນີ້, ແມ່ນເພື່ອເປັນການເພີ່ມທະວີຄວາມຮັບຜິດຊອບ ຂອງຄະນະພັກ, ຄະນຳແຕ່ລະຂັ້ນ ໃນການຕິດຕາມກວດກາ ແລະ ແກ້ໄຂ ບັນດາກໍລະນີ ທີ່ມີພຶດຕິກຳການສໍ້ລາດບັງຫລວງ ແລະທັງເປັນການທົບທວນຄືນ ການສ້າງຕັ້ງວັນ ຕ້ານການສໍ້ລາດບັງຫລວງສາກົນ ແລະການຈັດຕັ້ງປະຕິບັດການສະກັດກັ້ນ ແລະຕ້ານການສໍ້ລາດບັງຫລວງ ຢູ່ໃນຂະແໜງ ການສຶກສາ ໂດຍສະເພາະແມ່ນພາຍໃນຄະນະສະຖາປັດຕະຍະກໍາສາດ ເພື່ອເຮັດໃຫ້ວຽກງານສະກັດກັ້ນ ແລະຕ້ານການສໍ້ລາດບັງຫລວງ ກາຍເປັນໜ້າທີ່ ແລະຄວາມຮັບຜິດຊອບຂອງຄະນະພັກ, ຄະນະນຳ ແລະພະນັກງານ-ລັດຖະກອນທຸກຄົນ ໃນການຕິດຕາມ, ກວດກາ ແລະແກ້ໄຂພຶດຕິກຳ ທີ່ເປັນການສໍ້ລາດບັງຫລວງຢ່າງກວ້າງຂວາງ ແລະ ເລິກເຊິ່ງ.
ໃນການປາຖະກະຖາດັ່ງກ່າວ ຍັງໄດ້ເຮັດໃຫ້ບັນດາຜູ້ເຂົ້າຮ່ວມສາມາດຮັບຮູ້ ແລະເຂົ້າໃຈເຖິງເນື້ອໃນຈິດໃຈວຽກງານດັ່ງກ່າວ, ຢູ່ໃນ ສປປ ລາວ, ໂດຍສະເພາະກໍຄືຂະແໜງການສຶກສາ, ເນື່ອງຈາກວ່າ ການສໍ້ລາດບັງຫລວງ ແມ່ນສະພາບການຫຍໍ້ທໍ້ທີ່ສຳຄັນອັນໜຶ່ງ ໃນກົງຈັກການຈັດຕັ້ງ, ເປັນໄພອັນຕະລາຍຮ້າຍແຮງຢ່າງໜຶ່ງ ທີ່ເກີດຂຶ້ນດ້ວຍຫລາຍຮູບແບບ ແລະສົ່ງຜົນກະທົບກົດໜ່ວງຖ່ວງດຶງ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ເປັນໄພ ຂົ່ມຂູ່ເຖິງຄວາມສະຖຽນລະພາບ, ບົດບາດ ແລະຄວາມສາມາດ ໃນການນຳພາຂອງພັກ, ການຄຸ້ມຄອງລັດ ກໍຄື ຄວາມເຊື່ອໝັ້ນຂອງປະຊາຊົນ, ເປັນການບັນທອນກຳລັງແຮງຄວາມເຊື້ອໝັ້ນ ແລະຄ່ານິຍົມຂອງສັງຄົມ ຕໍ່ສະຖາບັນ ການປົກຄອງ. ນອກຈາກນັ້ນ, ຍັງສ້າງຄວາມ ເສຍຫາຍໃຫ້ແກ່ຊັບສິນ, ເງິນຄຳຂອງລັດ, ຂອງລວມໝູ່ ແລະຂອງປະຊາຊົນຈຳນວນມະຫາສານ ລວມທັງເປັນອຸປະສັກ ກົດໜ່ວງຕໍ່ການພັດທະນາ ແລະແກ້ໄຂຄວາມທຸກຍາກ ຂອງພະນັກງານ-ລັດຖະກອນ ແລະພໍ່ແມ່ປະຊາຊົນລາວບັນດາເຜົ່າ ທົ່ວປະເທດ.