ມຊ ສະຫຼຸບຖອດຖອນບົດຮຽນວຽກງານການພົວພັນຕ່າງປະເທດ ປະຈໍາສົກສຶກສາ 2018-2019 ແລະກະກຽມແຜນການຈັດຕັ້ງປະຕິບັດ ປະຈໍາປີ 2020

ໃນລະຫວ່າງວັນທີ 24-25 ມັງກອນ 2020 ນີ້, ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ(ມຊ)ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວວຽກງານພົວພັນຕ່າງປະເທດ ປະຈໍາສົກສຶກສາ 2018-2019 ແລະຜ່ານທິດທາງແຜນການເຄື່ອນໄຫວວຽກງານພົວພັນຕ່າງປະເທດ ປະຈໍາປີ 2020, ຂຶ້ນທີ່ ສະໂມສອນເຂື່ອນໄຟຟ້ານໍ້າງື່ມ1 ເມືອງແກ້ວອຸດົມ ແຂວງວຽງຈັນ (ທ່າລາດ), ໂດຍການເປັນປະທານຂອງທ່ານ ຮສ.ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ຜູ້ຊີ້ນໍາວຽກງານພົວພັນຕ່າງປະເທດຂອງ ມຊ, ເຂົ້າຮ່ວມພິທີມີ ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ຮອງອະທິການບໍດີ ມຊ, ມີບັນດາທ່ານຄະນະບໍດີ-ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ສູນ, ໂຮງຮຽນ, ໂຮງໝໍ ແລະຫໍສະໝຸດກາງ, ຜູ້ຮັບຜິດຊອບວຽກງານພົວພັນຕ່າງປະເທດໃນແຕ່ລະຄະນະວິຊາ ແລະມີຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງຈາກກະຊວງສຶກສາທິການ ແລະກີລາ, ກະຊວງການຕ່າງປະເທດ, ກະຊວງພາຍໃນ ແລະກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຮສ. ປອ. ແສງເດືອນ ໄວຍາກອນຫົວໜ້າຫ້ອງການພົວພັນຕ່າງປະເທດມະຫາວິທະຍາໄລແຫ່ງຊາດ ໄດ້ຂຶ້ນສະຫຼຸບຜົນງານການເຄື່ອນໄຫວວຽກງານພົວພັນຕ່າງປະເທດ ປະຈໍາສົກສຶກສາ 2018-2019 ແລະສະເໜີແຜນການເຄື່ອນໄຫວ ປະຈໍາປີ 2020 ເຊິ່ງທ່ານໃຫ້ຮູ້ວ່າຫ້ອງການພົວພັນຕ່າງປະເທດແມ່ນຢູ່ພາຍໃຕ້ການຊີ້ນໍາຂອງຄະນະນໍໍາ ມະຫາວິທະຍາໄລແຫ່ງຊາດ, ເປັນເສນາທິການໃຫ້ແກ່ຄະນະນໍາ ມຊ ໃນການສົ່ງເສີມການພົວພັນຮ່ວມກັບສາກົນ ເຊິ່ງປະກອບມີ 3 ພະແນກຄື: ພະແນກບໍລິຫານ ແລະພິທີການ, ພະແນກຮ່ວມມືສາກົນ ແລະພະແນກແລກປ່ຽນກິດຈະກໍານັກສຶກສາຕ່າງປະເທດ, ປະກອບມີພະນັກງານທັງໝົດ 14 ຄົນ, ຍິງ 07 ຄົນ. ໃນໄລຍະ 1 ປີຜ່ານມາ ຫ້ອງການພົວພັນຕ່າງປະເທດໄດ້ມີຜົນສໍາເລັດການປະຕິບັດວຽກງານການຮ່ວມມືສາກົນ ແລະບັນດາໂຄງການຕ່າງໆທີ່ເຂົ້າມາປະຕິບັດຢູ່ໃນ ມຊ ຫຼາຍດ້ານ,ໂດຍສະເພາະໄດ້ເຊັນບົດບັນທຶກຄວາມເຂົ້າໃຈ(MOU) ກັບບັນດາມະຫາວິທະຍາໄລ ແລະສະຖາບັນຕ່າງໆ ຈໍານວນ 295 ສະບັບ ໃນ 30 ປະເທດ, ໃນນັ້ນ MOU ທີ່ໝົດອາຍຸແລ້ວມີ 157 ສະບັບ, ສ່ວນ MOU ທີ່ພວມດໍາເນີນມີ 138 ສະບັບ ແລະ MOU ທີ່ສະເໜີຕໍ່ສັນຍາມີ 2 ສະບັບ. ປັດຈຸບັນ ມຊ ໄດ້ເປັນສະມາຊິກຂອງອົງການຈັດຕັ້ງສາກົນ 9 ແຫ່ງ ແລະປະກອບມີ 37 ໂຄງການໃຫຍ່ ເຊິ່ງບັນດາໂຄງການຕ່າງໆ ພວມດໍາເນີນ ແລະຈັດຕັ້ງປະຕິບັດ ໂດຍສະເພາະແມ່ນຢູ່ໃນ ບັນດາຄະນະວິຊາພາຍໃນ ມຊ. ດ້ານວຽກງານການແລກປ່ຽນພະນັກງານຄູ-ອາຈານ ແລະນັກສຶກສາ ຫ້ອງການພົວພັນຕ່າງປະເທດໄດ້ເປັນຜູ້ປະສານ ແລະເປັນຂົວຕໍ່ລະຫວ່າງ ມະຫາວິທະຍາໄລຄູ່ຮ່ວມມື ກັບບັນດາຄະນະວິຊາໃນ ມຊ, ເຊິ່ງໃນສົກສຶກສາ 2018-2019 ໄດ້ມີນັກສຶກສາຈາກຕ່າງປະເທດເຂົ້າມາສຶກສາຢູ່ພາຍໃນ ມຊ ທັງໄລຍະສັ້ນ ແລະໄລຍະຍາວ ຈໍານວນ 853 ຄົນ, ຍິງ 352 ຄົນ, ມາຈາກ 10 ປະເທດ. ພ້ອມນັ້ນ ຍັງມີນັກສຶກສາຈາກ ມຊ ໄປແລກປ່ຽນບົດຮຽນ ຢູ່ບັນດາມະຫາວິທະຍາໄລຄູ່ຮ່ວມມື ຈໍານວນ 392 ຄົນ, ໃນນັ້ນມີທັງໄລຍະສັ້ນ ແລະໄລຍະຍາວ. ຂະນະດຽວກັນ ມຊ ໄດ້ຮັບເອົົາຊ່ຽວຊານ ແລະອາສາສະໝັກຈາກຕ່າງປະເທດເຂົ້າມາສິດສອນ ຢູ່ພາຍໃນ ມຊ ຈໍານວນ 81 ຄົນ ຈາກ 10ປະເທດ ໂດຍຜ່ານການປະສານງານຂອງຫ້ອງການພົວພັນຕ່າງປະເທດ; ໃນສົກຮຽນຜ່ານມາ ມຊ ໄດ້ຮັບການຊ່ວຍເຫຼືອທຶນການສຶກສາ ຈໍານວນ 4,290,830,000 ກີບ(ສີ່ພັນ ສອງຮ້ອຍເກົ້າສິບລ້ານ ແປດຮ້ອຍ ສາມສິບພັນກີບ) ຈາກ 16 ມູນນິທິ ຈາກອົງການຈັດຕັ້ງສາກົນ ເຊິ່ງມີນັກສຶກສາ ໄດ້ຮັບທຶນດັ່ງກ່າວ ຈໍານວນ 924 ທຶນ. ຈາກຜົນສໍາເລັດດັ່ງກ່າວ ຫ້ອງການພົວພັນຕ່າງ ປະເທດໄດ້ເຮັດໜ້າທີ່ເປັນຂົວຕໍ່ໃນການແລກປ່ຽນວັດທະນະທໍາຮ່ວມກັບສາກົນ ເພື່ອເຮັດໃຫ້ ມຊ ໄດ້ເປີດກວ້າງກັບສາກົນຫຼາຍຂຶ້ນ ແລະຍາດແຍ່ງເອົາການຮ່ວມມື ການຊ່ວຍເຫຼືອລ້າຈາກສາກົນ ເພື່ອອໍານວຍຄວາມສະດວກໃຫ້ແກ່ທຸກພາກສ່ວນພາຍໃນ ມຊ ໃນການຮ່ວມມືກັບພາຍນອກ ເພື່ອພັດທະນາ ມຊ ໃຫ້ມີຄວາມກ້າວໜ້າໄປເທື່ອລະກ້າວ.

ສໍາລັບທິດທາງ ແລະແຜນການໃນການເຄື່ອນໄຫວ ປະຈໍາປີ 2020 ແມ່ນຈັດຕັ້ງປະຕິບັດໄປຕາມການຊີ້ນໍໆພາຂອງຄະນະນໍາ ມຊ. ສືບຕໍ່ປຸກລະດົມພະນັກງານໃຫ້ມີຄວາມອຸ່ນອ່ຽນ-ທຸ່ນທ່ຽງ, ສ້າງຄວານສາມັກຄີທັງພາຍໃນ ແລະພາຍນອກໃຫ້ໄດ້ດີ, ຕັ້ງໜ້າປະຕິບັດວຽການຕາມການມອບໝາຍ, ສືບຕໍ່ແກ້ໄຂຈຸດອ່ອນທີ່ຍັງຄົງຄ້າງ, ສືບຕໍ່ຍາດແຍ່ງເອົາການຊ່ວຍເຫຼືອຈາກມະຫາວິທະຍາໄລຕ່າງປະເທດ ແລະອົງການຈັດຕັ້ງສາກົນ ເພື່ອແນໃສ່ພັດທະນາ ແລະຍົກລະດັບການສຶກສາຂອງພະນັກງານຄູ-ອາຈານ ແລະນັກສຶກສາໃຫ້ສູງຂຶ້ນ, ສືບຕໍ່ຮ່ວມມືດ້ານວິຊາການກັບບັນດາມະຫາວິທະຍາໄລຄູ່ຮ່ວມ ແລະສະຖາບັນການສຶກສາ, ຜັນຂະຫຍາຍມູນເຊື້ອໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ.

ໃນທີ່ປະຊຸມ, ບັນດາແຂກທີ່ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດເຫັນໃສ່ບົດສະຫຼຸບ ແລະແຜນການເຄື່ອນໄຫວໃນຕໍ່ໜ້າຂອງ ຫ້ອງການພົວພັນຕ່າງປະເທດ ໂດຍສະເພາະແມ່ນວຽກງານການແລກປ່ຽນນັກສຶກສາ, ວຽກງານການຮັບແຂກທີ່ມາຢ້ຽມຢາມ ແລະແລກປ່ຽນບົດຮຽນກັບ ມຊ ແລະການລົງນາມເຊັນບົດບັນທຶກຕ່າງໆບັນດາມະຫາວິທະຍາໄລ ແລະອົງການຈັດຕັ້ງສາກົນໃຫ້ມີປະສິດທິພາບ ແລະໄດ້ຮັບຜົນດີ, ມີຄວາມຖືກຕ້ອງສົມບູນ ເພື່ອນໍາໄປສູ່ການປະຕິບັດບັນດາວຽກງານຕ່າງໆພາຍໃນ ມຊ ໃຫ້ເກີດດອກອອກຜົນ ແລະເກີດປະໂຫຍດສູງສຸດ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.