ກອງປະຊຸມຄູພາສາອັງກິດທົ່ວປະເທດຄັ້ງທີ 16


ກອງປະຊຸມຄູພາສາອັງກິດທົ່ວປະເທດຄັ້ງທີ 16 “ The 16th Lao TESOL Conference 2020 ” ໄດ້ຈັດກອງປະຊຸມພາຍໃຕ້ຫົວຂໍ້ “ Developing Positive Mindsets in English Language Teaching ”, ໃນຕອນເຊົ້າ ວັນທີ 27 ມັງກອນ 2020 ຜ່ານມານີ້, ທີ່ຫ້ອງປະຊຸມສະໂມສອນ ມະຫາວິທະຍາໄລແຫ່ງຊາດ(ມຊ) ໂດຍການເປັນປະທານຂອງທ່ານ Colin Crosby ອຸປະທູດ ຈປະເທດສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມຊ, ມີບັນດາແຂກທີ່ຖືກເຊີນ, ພະນັກງານ, ຄູ-ອາຈານ ຜູ້ທີ່ສິດສອນພາສາອັງກິດ ຈາກ ມຊ, ພາຍໃນນະຄອນຫຼວງວຽງຈັນ ແລະແຂວງຕ່າງໆ ເຂົ້າຮ່ວມຈຳນວນ 300 ກວ່າຄົນ.
ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອພັດທະນາຄວາມຮູ້-ຄວາມສາມາດຂອງ ອາຈານທີ່ສິດສອນ, ພັດທະນາການການຮຽນ-ການສອນ ພາສາອັງກິດ ແລະສົ່ງເສີມແນວຄິດທັດສະນະໃນທາງບວກໃນການສິດສອນຂອງ ຄູ-ອາຈານ, ສ້າງໂອກາດໃຫ້ແກ່ອາຈານສອນພາສາອັງກິດໃນການສືບຕໍ່ພັດທະນາທາງດ້ານອາຊີບ, ສ້າງເຂື່ອຂ່າຍກັບເພື່ອນຮ່ວມງານໃນສາຂາວິຊາຊີບດຽວກັນທີ່ມາຈາກຫຼາຍພາກສ່ວນ, ທັງເປັນການສ້າງເວທີແລກປ່ຽນ ຄວາມຮູ້ດ້ານພາສາອັງກິດເຊິ່ງກັນ ແລະກັນ. ສຳລັບຮູບແບບການຈັດກອງປະຊຸມແມ່ນມີນັກສຳມະນາກອນທີ່ມີປະສົບການ, ຊ່ຽວຊານດ້ານການສິດສອນພາສາອັງກິດ ຂຶ້ນບັນຍາຍແລກປ່ຽນບົດຮຽນ, ຖາມ-ຕອບ ພ້ອມທັງສາທິດບົດຮຽນຕົວຈິງ ແລະຈັດການສົນທະນາເປັນກຸ່ມ ແລ້ວນຳສະເໜີຜົນງານໃນແຕ່ລະຫົວຂໍ້, ເຊິ່ງຫົວຂໍ້ທີ່ນຳມາສະເໜີໃນກອງປະຊຸມນີ້ແມ່ນມີຫຼາກຫຼາຍເປັນຕົ້ນແມ່ນ: ການຮຽນ-ການສອນພາສາອັງກິດ ແລະຂອບເຂດແນວຄວາມຄິດ, ການສ້າງແຮງຈູງໃຈ ແລະການຈັດການຫ້ອງຮຽນ, ຫ້ອງຮຽນທີ່ມີຫຼາຍລະດັບ ແລະການຄວບຄຸມ, ການພັດທະນາຫຼັກສູດ, ການປະເມີນ ແລະວັດລະດັບພາສາ ແລະຫົວຂໍ້ອື່ນໆທີ່ກ່ຽວຂ້ອງ ເຊິ່ງກອງປະຊຸມໄດ້ດຳເນີນໄປເປັນເວລາ 2 ວັນ ແຕ່ວັນທີ 27-28 ມັງກອນ 2020.