ສະຫະພັນແມ່ຍິງ ຮາກຖານ ຄສສ ຈັດພິທີປາຖະກະຖາ ພາຍໃຕ້ຫົວຂໍ້ “ຄວາມອົດທົນຂອງເອື້ອຍນ້ອງແມ່ຍິງສະໄໝກ່່ອນ ແລະປັດຈຸບັນ

ເພື່ອຂໍ່ານັບຮັບຕ້ອນ ແລະສະເຫຼີມສອງຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 110 ປີ (8 ມີນາ 1910 – 8 ມີນາ 2020); ໃນຕອນບ່າຍ ວັນທີ 2ມີນາ 2020ນີ້ທີ່ຫ້ອງປະຊຸມ ສະໂມສອນໃຫຍ່ ມຊ, ສະຫະພັນແມ່ຍິງ ຮາກຖານຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປາຖະກະຖາ ພາຍໃຕ້ຫົວຂໍ້ “ຄວາມອົດທົນຂອງເອື້ອຍນ້ອງແມ່ຍິງສະໄໝກ່ອນ ແລະປັດຈຸບັນ”, ໂດຍໃຫ້ກຽດບັນຍາຍຂອງທ່ານ ນາງ ຄໍາເມິງ ວໍລະຈິດ ພັນລະຍາເລຂາທິການໃຫຍ່ ປະທານປະເທດແຫ່ງ ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນກຽດເຂົ້າຮ່ວມພິທີມີທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ, ທ່ານ ວິຊຽນ ທອງທະວີ ຮອງຄະນະບໍດີ ຄະນະສຶກສາສາດ, ມີປະທານສະຫະພັນແມ່ຍິງ ມຊ, ຄະນະສະຫະພັນແມ່ຍິງຮາກຖານ ພ້ອມດ້ວຍສະມາຊິກແມ່ຍິງ ທົ່ວຮາກຖານຄະນະສຶກສາສາດເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ຄໍາເມິງ ວໍລະຈິດ ໄດ້ເລົ່າຄືນປະຫວັດຄວາມເປັນມາຂອງການດໍາລົງຊີວິດຂອງແມ່ຍິງໃນສະໄໝກ່ອນ ທີ່ໄດ້ຄຽງບ່າຄຽງໄລ່ກັບອ້າຍນ້ອງທະຫານ ໃນການຕໍ່ສູ້ກູ້ຊາດ ຕ້ານກັບສັດຕູທີ່ມາຮຸກຮານ, ເຊິ່ງໄດ້ເຮັດໜ້າທີ່ເປັນແພດປະຈໍາສະໜາມຮົບ ເພື່ອດູແລປິ່ນປົວຄົນເຈັບຢູ່ແນວໜ້າ ແລະລໍາລຽງອາຫານ, ອາວຸດຢຸດໂທປະກອນ ໃຫ້ແກ່ອ້າຍນ້ອງທະຫານ, ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມມານະອົດທົນ ແລະຄວາມເສຍສະຫຼະອັນສູງສົ່ງ ແບກຫາບພາລະທັງໝົດຂອງຄອບຄົວ ພ້ອມທັງໄດ້ສະໝັກໃຈເຂົ້າເປັນກອງຫຼອນ, ເປັນທະຫານ, ເປັນນັກຮົບຊ່າງແສງ, ເປັນແພດໝໍ, ເປັນຄູສອນໜັງສື, ນອກນັ້ນ ຍັງເຮັດໜ້າທີ່ຂົນຂວາຍປຸກລະດົມປະຊາຊົນ, ຮັບໃຊ້ພໍ່ແມ່ປະຊາຊົນ ແລະອອກແຮງງານເພີ່ມພູນຜະລິດຜົນ ເພື່ອຫາລ້ຽງຊີບກຸ້ມຕົນເອງ, ຄອບຄົວ ແລະປະເທດຊາດ. ໃນໄລຍະຕໍ່ມາຍ້ອນການນໍາພາຂອງພັກ ອັນສະຫຼາດສ່ອງໃສ ໄດ້ນໍາພາປວງຊົນລາວທັງຊາດ ລຸກຂຶ້ນຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນ ຈຶ່ງສາມາດເອົາຊະນະເປັນຂັ້ນໆມາ.

ໃນທ້າຍພິທີ ທ່ານ ນາງ ຄໍາເມິງ ວໍລະຈິດ ຍັງໄດ້ເນັ້ນໜັກເຖິງຫຼາຍບັນຫາ ແກ່ສະມາຊິກແມ່ຍິງ ຮາກຖານຄະນະສຶກສາສາດໃຫ້ເອົາໃຈໃສ່ ເຊີດຊູນໍ້າໃຈຮັກຊາດ, ປົກປັກຮັກສາໝາກຜົນຂອງການປະຕິວັດ ແລະເສີມຂະຫຍາຍມູນເຊື້ອອັນດີງານຂອງພັກ, ຂອງຊາດໃຫ້ໝັ້ນຄົງ, ສືບຕໍ່ເຝິກຝົນຫຼໍ່ຕົນເອງໃຫ້ມີຄຸນສົມບັດສິນທໍາປະຕິວັດ, ເປັນພົນລະເມືອງດີ, ມີຄວາມຮັບຜິດຊອບຕໍ່ຕົນເອງ ແລະສັງຄົມ, ມີຄວາມອົດທົນພະຍາຍາມ ຜ່ານຜ່າຄວາມຫຍຸ້ງຍາກ, ຮູ້ຮັກສາ ແລະເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ພ້ອມທັງມີວິໄສທັດກວ້າງໄກ, ຮູ້ຈໍາແນກ ແລະເລືອກເຟັ້ນເອົາສິ່ງທີດີ ແລະຖືກຕ້ອງ ເພື່ອນໍາມາພັດທະນາ ແລະສ້າງສາປະເທດຊາດ ໃຫ້ມີຄວາມກ້າວໜ້າໃນອະນາຄົດ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.