ມຊ ຢັ້ງຢືນວ່າຍັງບໍ່ມີຜູ້ຕິດເຊື້ອຈາກພະຍາດໂຄວິດ-19

       ດັ່ງທີ່ຮູ້ນໍາກັນແລ້ວວ່າໄລຍະນີ້ແມ່ນໄລຍະທີ່ມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລາໂລກສາຍພັນໃໝ່ (COVID-19) ທີ່ພວມແພ່ລາມໄປທົ່ວໂລກ, ອັນໄດ້ເຮັດໃຫ້ປະຊາຊົນປະເທດຕ່າງໆມີຄວາມ ວິຕົກກັງວົນໃຈຕໍ່ການລະບາດ ຂອງພະຍາດດັ່ງກ່າວນີ້; ສປປ ລາວ ເປັນປະເທດໜຶ່ງທີ່ນອນຢູ່ໃນ ອາຊີ-ອາຄະເນ ແລະມີຊາຍແດນຕິດຈອດກັບ ປະເທດ ສປ ຈີນ ທີ່ເປັນປະເທດເພື່ອນບ້ານໃກ້ຊິດ ຕັ້ງຢູ່ທາງພາກເໜືອຂອງ ສປປ ລາວ; ເຊິ່ງເປັນປະເທດທໍາອິດທີ່ພົບເຊື້ອຈຸລາໂລກສາຍພັນໃໝ່ (COVID-19) ແລະມີການລະບາດຕົ້ນຕໍທີ່ເມືອງອູຮັ່ນ, ເຊິ່ງໄດ້ເຮັດໃຫ້ປະຊາຊົນເມືອງດັ່ງກ່າວ ກໍຄື ປະຊາຊົນຫຼາຍເມືອງໃນ ສປ ຈີນ ຫຼາຍໝື່ນຄົນລົ້ມປ່ວຍ ແລະອີກຫຼາຍພັນຄົນເສຍຊີວິດ; ປັດຈຸບັນກໍາລັງແພ່ລາມມາເຖິງປະເທດເພື່ອນບ້ານໃກ້ຄຽງທຸກປະເທດ, ຕໍ່ກັບຄວາມຮ້າຍແຮງຂອງພະຍາດດັ່ງກ່າວ, ລັດຖະບານ ສປປ ລາວ, ກໍບໍ່ໄດ້ນິ້ງນອນໃຈ, ໄດ້ມີການເຝົ້າລະວັງ ແລະມີການວາງມາດຕະການຫຼາຍວິທີທາງ ໃນການປ້ອງກັນ ເພື່ອບໍ່ໃຫ້ເຊື້ອພະຍາດແພ່ລາມ ເຂົ້າສູ່ປະເທດ.

       ຕໍ່ກັບການລະບາດຂອງ ພະຍາດໂຄວິດ-19 ກະຊວງສຶກສາທິການ ແລະກີລາເວົ້າລວມ, ເວົ້າສະເພາະກໍແມ່ນ ພະນັກງານ, ຄູ-ອາຈານ ແລະນັກສຶກສາມະຫາວິທະຍາໄລແຫ່ງຊາດ(ມຊ) ກໍໄດ້ຮັບຊາບຂໍ້ມູນກ່ຽວກັບການລະບາດຂອງພະຍາດດັ່ງກ່າວຕະຫຼອດມາ ແລະເນື່ອງຈາກ ມຊ ເປັນສະຖານທີ່ໆມີຄົນຈຳນວນຫຼາຍອາໃສຢູ່ ເປັນຕົ້ນແມ່ນ ພະນັກງານ, ຄູ-ອາຈານ ແລະນັກສຶກສາທັງລາວ ແລະນັກສຶກສາຕ່າງປະເທດທີ່ກໍາລັງສຶກສາຢູ່; ຕະຫຼອດໄລຍະທີ່ມີການລະບາດຂອງ ພະຍາດຈົນມາຮອດປັດຈຸບັນ, ຄະນະນໍາ ກໍຄື ພາກສ່ວນທີ່ກ່ຽວຂ້ອງຂອງ ມຊ ກໍໄດ້ມີການປະສານສົມທົບ ກັບຫຼາຍພາກສ່ວນ, ເປັນຕົ້ນແມ່ນກະຊວງສາທາລະນະສຸກ, ຄະນະສະເພາະກິດຂອງນະຄອນຫຼວງວຽງຈັນໄດ້ລົງເຜີຍແຜ່ຂໍ້ມູນ, ວິທີການປ້ອງກັນ ແລະການຮັບມືກັບພະຍາດ ທີ່ອາດຈະເກີດຂຶ້ນຢ່າງເລິກເຊິ່ງ ແລະກວ້າງຂວາງພໍສົມຄວນ. ແຕ່ມາໃນວັນທີ 18 ມີນາ 2020 ທີ່ຜ່ານມາ, ໄດ້ມີຂ່າວລືວ່າມີນັກສຶກສາຈີນທີ່ມາສຶກສາຢູ່ ຄະນະອັກສອນສາດ ມຊ ຈຳນວນ 3 ນ້ອງໄດ້ຕິດເຊື້ອພະຍາດໂຄວິດ-19. ເຊິ່ງຂ່າວລືດັ່ງກ່າວ ແມ່ນເກີດຈາກ ຄຣິບສຽງ ຂອງອາຈານທ່ານໜຶ່ງທີ່ໄດ້ມີການສົນທະນາ ກັບບຸກຄົນປາຍທາງອີກຜູ້ໜຶ່ງ ດັ່ງທີ່ຫຼາຍຄົນໄດ້ຍິນຕາມການກົດໄລ້, ກົດແຊຕໍ່ໆກັນໄປນັ້ນ. ທາງ ມຊ ພວກເຮົາກໍໄດ້ມອບໝາຍໃຫ້ພາກສ່ວນກ່ຽວຂ້ອງສອບຖາມຄວາມເປັນຈິງ ຈາກ ອາຈານເຈົ້າຂອງ ຄຣິບສຽງຕົວຈິງ ແລະຄະນະແພດຜູ້ກວດສຸຂະພາບ ຂອງນັກສຶກສາຈີນ ທັງ 3 ຄົນດັ່ງກ່າວ ລະອຽດແລ້ວ ເຫັນວ່າບໍ່ມີມູນຄວາມຈິງແຕ່ຢ່າງໃດ.    

         ຕາມການໃຫ້ຂໍ້ມູນຂອງອາຈານ ເຈົ້າຂອງຄຣິບສຽງ ແມ່ນຜູ້ກ່ຽວໄດ້ເວົ້າໄປໂດຍຂາດການຢໍ້າຄິດ ແລະເວົ້າໄປຕາມຄວາມເປັນຫ່ວງ-ເປັນໄຍ ຕໍ່ນັກສຶກສາ; ໂດຍທີ່ບໍ່ຮູ້ລາຍລະອຽດກ່ຽວກັບການເຈັບເປັນ(ໄຂ້)ຂອງນັກສຶກສາ ທັງ 3 ນ້ອງນັ້ນ, ທັ້ງໆທີ່ໃນເວລາດັ່ງກ່າວ ຜົນກວດ ພະຍາດກໍພວມດໍາເນີນການ ແລະເວລາຕໍ່ມາຂອງວັນດຽວກັນ (ວັນທີ 18 ມີນາ 2020) ກໍໄດ້ຮັບການຢັ້ງຢືນຈາກຄະນະແພດ ຜູ້ກວດພະຍາດໃຫ້ນັກສຶກສາ ທັງ 3 ຄົນ ວ່າຜົນກວດຂອງນັກສຶກສາທັງ 3 ນ້ອງນັ້ນ ແມ່ນອອກມາເປັນຜົນລົບ (ດັ່ງທີ່ຫຼາຍຄົນໄດ້ເຫັນ ຕາມການເຜີຍແຜ່ຂອງ ກະຊວງສາທາລະນະສຸກທີ່ຜ່ານມາ) ແຕ່ປັດຈຸບັນນັກສຶກສາທັງ3 ນ້ອງແມ່ນໄດ້ຢູ່ໃນການດູແລຂອງແພດຢ່າງໃກ້ຊິດເພື່ອກວດກາ ແລະຕິດຕາມອາການຕໍ່ໄປ. ສະນັ້ນ, ຕໍ່ກັບຂ່າວລື ທີ່ເກີດຂຶ້ນ, ມຊ ຂໍຢັ້ງຢືນວ່າຂ່າວດັ່ງກ່າວນັ້ນແມ່ນບໍ່ມີຄວາມຈິງ; ຈຶ່ງຂໍຮຽກຮ້ອງໃຫ້ສັງຄົມ, ພໍ່ແມ່ປະຊາຊົນ, ນັກສຶກສາ, ພະນັກງານ, ຄູ-ອາຈານ ຈົ່ງບໍລິໂພກຂໍ້ມູນຂ່າວສານຢ່າງມີສະຕິ ແລະບໍ່ປະໝາດໃນການໃຊ້ຊີວິດ. ເຖິງວ່າມີຄົນຈຳນວນຫຼາຍ ແລະມີຄວາມສ່ຽງ ແຕ່ທາງກະຊວງສາທາລະນະສຸກ ກໍຄື ຄະນະນຳ ມຊ. ໄດ້ມີການວາງແຜນ ແລະຄະນະສະເພາະກິດທີ່ໄດ້ຮັບການແຕ່ງຕັ້ງໄດ້ລົງຕິດຕາມກວດກາຢ່າງໃກ້ຊິດ-ຕິດແທດຢູ່ສະເໜີ. ຂໍໃຫ້ສັງຄົມເຊື່ອໜັ້ນຕໍ່ການນຳພາ ແລະການເອົາໃຈໃສ່ຂອງຂັ້ນເທິງໂດຍສະເພາະແມ່ນຢູ່ ມຊ ແມ່ນສາມາດຢັ້ງຢືນໄດ້ວ່າ ຍັງບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19. ຂໍໃຫ້ທຸກທ່ານຈົ່ງພ້ອມກັນຮັກສາ ສຸຂະພາບຕົນເອງໂດຍການງົດອອກໄປຢູ່ໃນທີ່ຊຸມຊົນ, ຫຼີກລ່ຽງການໄປງານສັງສັນຕ່າງໆ, ຫຼີິກລ່ຽງການສໍາພັດກັບຜູ້ທີ່ມີອາການໄຂ້-ໄອ-ຈາມ, ເວລາອອກນອກເຮືອນຕ້ອງໃສ່ໜ້າກາກອານະໄມ, ຮັບປະທານອາຫານທີ່ປຸງແຕ່ງໃຫ້ສຸກ, ໜັ່ນອອກກຳລັງກາຍ ແລະໝັ່ນລ້າງມື້ດ້ວຍສະບູ ຫຼືເຈວລ້າງມືທີ່ມີສ່ວນປະສົມຂອງເຫຼົ້າ ເພື່ອປ້ອງກັນການຕິດເຊື້ອພະຍາດດັ່ງກ່າວ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.