ມະຫາວິທະຍາໄລ ຕາລີ ສປ ຈີນ ມອບໜ້າກາກອະນາໄມ (ຜ້າອັດປາກ) ໃຫ້ແກ່ ມຊ

ເນື່ອງຈາກສະພາບການແພ່ລະບາດຂອງພະຍາດ ອັກເສບປອດ ຈາກເຊື້ອຈຸລາໂລກສາຍພັນໃໝ່ (Covid-19) ທີ່ກຳລັງແພ່ລາມໄປໃນຫຼາຍປະເທດທົ່ວໂລກ, ເພື່ອເປັນການຊ່ວຍເຫຼືອໃນການປ້ອງກັນ ແລະສະກັດກັ້ນພະຍາດດັ່ງກ່າວ; ມະຫາວິທະຍາໄລ ຕາລີ ສປ ຈີນ ໄດ້ນໍາສົ່ງ ໜ້າກາອະນາໄມ(ຜ້າອັດປາກ) ໃຫ້ແກ່ ມະຫາວິທະຍາໄລແຫ່ງຊາດລາວ(ມຊ) ໂດຍການຝາກຜ່ານສາຍການບິນ; ເຊິ່ງໜ້າກາກອະນາໄມດັ່ງກ່າວໄດ້ສົ່ງເຖິງ ມຊ ໃນຕອນບ່າຍວັນທີ 27 ມີນາ 2020, ໂດຍມີ ທ່ານ ສຈ. ປອ ສົມສີ ຍໍພັນໄຊ ອະທິການບໍດີ ມຊ ພ້ອມດ້ວຍຄະນະ ອອກຮັບທີ່ສໍານັກງານອະທິການບໍດີ.

            ໜ້າກາກອະນາໄມ(ຜ້າອັດປາກ)ທີ່ ມຊ ໄດ້ຮັບຈາກ ມະຫາວິທະຍາໄລ ຕາລີ ໃນຄັ້ງນີ້ ມີຈໍານວນ 10,000 ອັນ(ສິບພັນອັນ), ເຊິ່ງທາງ ມຊ ຈະໄດ້ແຈກຢາຍໃຫ້ແກ່ຄະນະສະເພາະກິດ ຜູ້ຮັບຜິດຊອບໃນການປ້ອງກັນ, ເຝົ້າລະວັງ ການລະບາດຂອງພະຍາດ ທີ່ປະຈຳການຕະຫຼອດ 24 ຊົ່ວໂມງ ຢູ່ໃນ ມຊ ແລະຈະແຈກຢາຍ ໃຫ້ແພດ-ໝໍ, ພະນັກງານ ແລະຄູ-ອາຈານ ທີ່ປະຈຳການປົກກະຕິ ຢູ່ໃນ ມຊ ໄລຍະນີ້ຕື່ມອີກ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.