ຄຊປປລ ມຊ ມອບເຄື່ອງບໍລິໂພກໃຫ້ແກ່ຄະນະສະເພາະກິດຕ້ານ ແລະສະກັດກັ້ນການແພ່ລະບາດຂອງ ພະຍາດໂຄວິດ 19


ໃນຕອນເຊົ້າ ວັນທີ 8 ເມສາ 2020 ນີ້, ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດ ນຳໂດຍທ່ານ ສີສຸພັນ ພົມມະນີວົງ ຮອງເລຂາ ຄະນະບໍລິຫານງານ ຊາວໜຸ່ມກະຊວງສຶກສາທິການ ແລະກີລາ, ເລຂາຄະນະບໍລິຫານຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງບໍລິໂພກ ມາມອບໃຫ້ຄະນະສະເພາະກິດ ຕ້ານ ແລະສະກັດກັ້ນ ການແພ່ລະບາດຂອງ ພະຍາດໂຄວິດ-19 ທີ່ຕຶກສໍານັກງານອະທິການບໍດີ; ຮັບໂດຍທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍບັນດາທ່ານຄະນະສະເພາະກິດ.
ເຄື່ອງບໍລິໂພກ ທີ່ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດ ມອບໃຫ້ຄະນະສະເພາະກິດ ຕ້ານ ແລະສະກັດກັ້ນ ພະຍາດໂຄວິດ-19 ຄັ້ງນີ້ ປະກອບມີນໍ້າດື່ມກາຫົວເສືອ 50 ແພັກ ແລະ ຫມີ່ສຳເລັດຮູບ 20 ແກັດ ລວມມູນຄ່າ 2,175,000 ກີບ (ສອງລ້ານນຶ່ງແສນເຈັດສິບຫ້າພັນກີບ), ເຊິ່ງ ເຄື່ອງບໍລິໂພກດັ່ງກ່າວນີ້ ທາງຄະນະຮັບຜິດຊອບ ຈະໄດ້ແຈກຢາຍ ໃຫ້ແກ່ຜູ້ທີ່ຮັບຜິດຂອບວຽກງານປ້ອງກັນ, ແພດໝໍ ແລະຄະນະຮັບຜິດຊອບທີ່ມີການເຝົ້າລະວັງ ເວນຍາມຕະຫຼອດ 24 ຊົ່ວໂມງ ໃນຂອບເຂດ ມະຫາວິທະຍາໄລແຫ່ງຊາດ ແລະໄດ້ແຈກຢາຍໃຫ້ແກ່ນັກສຶກສາລາວ ແລະຕ່າງປະເທດ ທີ່ຢູ່ພາຍໃນຫໍພັກບ້ານຊີເກມຈຳນວນໜຶ່ງອີກດ້ວຍ.