ມຊ ໄດ້ຮັບອຸປະກອນຊ່ວຍເຫຼືອ ຈາກອະດີດນັກສຶກສາຈີນ ມະຫາວິທະຍາໄລຊົນເຜົ່າກວາງຊີ ທີ່ຮຽນຢູ່ ມຊ ໂດຍຜ່ານ ສະຖານກົງສຸນໃຫຍ່ແຫ່ງ ສປປ ລາວ ທີ່ນະຄອນຄຸນມິງ ສປ ຈີນ


ໃນວັນທີ 5 ເມສາ 2020 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຮັບເຄື່ອງກວດວັດແທກອຸນຫະພູມ ແລະໜ້າກາກອະນາໄມ (ຜ້າປິດປາກ) ຈາກອະດີດນັກສຶກສາຈີນ ມະຫາວິທະຍາໄລຊົນເຜົ່າກວາງຊີ ທີ່ຮຽນຢູ່ ມຊ ໂດຍຜ່ານ ສະຖານກົງສຸນໃຫຍ່ແຫ່ງ ສປປ ລາວ ທີ່ນະຄອນຄຸນມິງ ສປ ຈີນ ທີ່ຝາກຜ່ານສາຍການບິນມາຮອດ ນະຄອນຫຼວງວຽງຈັນ ໃນຕອນບ່າຍຂອງວັນດັ່ງກ່າວ, ອຸປະກອນຕ່າງໆທີ່ໄດ້ຮັບໃນຄັ້ງນີ້ ແມ່ນປະກອບມີ ເຄື່ອງວັດແທກອຸນຫະພູມຮ່າງກາຍ (ວັດແທກໄຂ້) ຈຳນວນ 20 ເຄື່ອງ ແລະໜ້າກາກອະນາໄມ ຈຳນວນ 3,000 ອັນ ເຊິ່ງຕາງໜ້າຮັບໃນຄັ້ງນີ້ ແມ່ນຄະນະສະເພາະກິດຕ້ານ ແລະສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ມຊ; ພ້ອມກັນນັ້ນ ອຸປະກອນດັ່ງກ່າວຍັງໄດ້ຈັດແບ່ງໃຫ້ແກ່ກະຊວງສຶກສາທິການ ແລະກີລາ ຈຳນວນໜຶ່ງໃນວັນທີ 7 ເມສາ 2020, ພ້ອມທັງແຈກຢາຍໃຫ້ແກ່ຄະນະວິຊາຕ່າງໆທັງ 13 ຄະນະວິຊາ ແລະນຳໃຊ້ໃນການກວດກາອຸນຫະພູມຮ່ງກາຍໃຫ້ແກ່ພະນັກງານ, ຄູ-ອາຈານ ທີ່ຜັດປ່ຽນກັນມາປະຈຳການ ອີກດ້ວຍ.