JDB ຮ່ວມໃຈມອບເຄື່ອງບໍລິໂພກເພື່ອຊ່ວຍເຫຼືອນັກສຶກສາທີ່ຍັງຕົກຄ້າງຢູ່ ມຊ

 

         ໃນຕອນເຊົ້າ ວັນທີ 9 ເມສາ 2020 ຜ່ານມານີ້, ທ່ານ ວິໄລ ສີພະພອນ ຜູ້ອຳນວຍການໃຫຍ່ ທະນາຄານຮ່ວມພັດທະນາ (JDB) ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງບໍລິໂພກ ແລະໜ້າກາກອະນາໄມ (ຜ້າປິດປາກ) ມອບໃຫ້ແກ່ ມະຫາວິທະຍາໄລແຫ່ງຊາດ ເຊິ່ງຮັບໂດຍທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະຮັບຜິດຊອບວຽກງານສະເພາະກິດຕ້ານ ແລະກັດກັ້ນ ການແພ່ລະບາດຂອງພະຍາດ ໂຄວິດ-19 ທີ່ຫ້ອງການຄຸ້ມຄອງນັກສຶກສາ (ຫໍພັກຊີເກມ).

           ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີນໍ້າດື່ມ, ໝີ່ສຳເລັດຮູບ ແລະໜ້າກາກອະນາໄມ (ຜ້າປິດປາກ) ອີກຈໍານວນໜຶ່ງ ລວມມູນຄ່າທັງໝົດ 15,000,000 ກີບ (ສິບຫ້າລ້ານກີບ); ເຄື່ອງບໍລິໂພກ ແລະໜ້າກາກອະນາໄມ ທີ່ໄດ້ຮັບຄັ້ງນີ້; ທາງຄະນະຮັບຜິດຊອບຂອງ ມະຫາວິທະຍາໄລແຫ່ງຊາດ ຈະໄດ້ຈັດແບ່ງ-ແຈກຢາຍໃຫ້ແກ່ນັກສຶກສາຕ່າງປະເທດ ແລະນັກສຶກສາລາວທີ່ຍັງຕົກຄ້າງຢູ່ ມະຫາວິທະຍາໄລແຫ່ງຊາດ, ໂດຍສະເພາະກໍແມ່ນຢູ່ໃນຫໍພັກນັກສຶກສາ ຈຳນວນ 500 ກວ່າຄົນ ເພື່ອຊ່ວຍບັນເທົາຄ່າໃຊ້ຈ່າຍ ແລະໃຫ້ເຂົາເຈົ້າມີຄວາມສະດວກໃນການດຳລົງຊີວິດໃນແຕ່ລະວັນ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.