ຄະນະສະເພາະກິດຕ້ານ ແລະສະກັດກັ້ນ ພະຍາດໂຄວິດ-19 ແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ແກ່ນັກສຶກສາ

ໃນວັນທີ 10 ເມສາ 2020, ທີ່ຫ້ອງການຄຸ້ມຄອງຫໍພັກນັກສຶກສາ ມຊ (ຫໍພັກຊີເກມ) ຄະນະສະເພາະກິດຕ້ານ ແລະສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໄດ້ນຳເອົາເຄື່ອງບໍລິໂພກ ທີ່ທະນາຄານຮ່ວມພັດທະນາລາວ (JDB)ແລະຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດ ມອບໃຫ້ນັກສຶກສາລາວ ແລະນັກສຶກສາຕ່າງປະເທດທີ່ຍັງຕົກຄ້າງຢູ່ໃນຫໍພັກຂອງແຕ່ລະວິທະຍາເຂດຂອງ ມະຫາວິທະຍາໄລແຫ່ງຊາດ ໃນ 5 ວິທະຍາເຂດຄື: ວິທະຍາເຂດດົງໂດກ (ຫໍພັກຊີເກມ ແລະຫໍພັກໃນ), ວິທະຍາເຂດໂສກປ່າຫຼວງ, ວິທະຍາເຂດນາບົງ, ວິທະຍາເຂດດອນນົກຄຸ້ມ ແລະວິທະຍາເຂດຕາດທອງ ເຊິ່ງປະກອບມີໝີ່ສຳເລັດຮູບ, ນໍ້າດື່ມ ແລະໜ້າກາກອະນາໄມ (ຜ້າປິດປາກ) ເຊິ່ງມີນັກສຶກສາທີ່ເປັນຕົວແທນຂອງແຕ່ລະພາກສ່ວນຕາງໜ້າມາຮັບເອົາ; ພ້ອມນັ້ນ ຄະນະສະເພາະກິດທີ່ຮັບຜິດຊອບວຽກງານດັ່ງກ່າວ, ຄະນະນຳ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ເວົ້າລວມເວົ້າສະເພາະກໍແມ່ນ ມະຫາວິທະຍາໄລແຫ່ງຊາດ ຂໍສະແດງຄວາມຂອບໃຈ ແລະຮູ້ບຸນຄຸນຢ່າງສູງຕໍ່ກັບການໃຫ້ຄວາມຊ່ວຍໃນຄັ້ງນີ້ຈາກພາກສ່ວນຕ່າງໆອີກດ້ວຍ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.