ສະຖານເອກອັກຄະລັດຖະທູດແຫ່ງ ສປ. ຈີນ ປະຈຳ ສປປ ລາວ ມອບກະດານດໍານ້ອຍຫັດຂຽນ(ກະດານເອເລັກໂຕຣນິກ)ໃຫ້ໂຮງຮຽນອະນຸບານ ມຊ
ໃນຕອນເຊົ້າວັນທີ 23 ກໍລະກົດ 2020 ນີ້, ສະຖານເອກອັກຄະລັດຖະທູດແຫ່ງ ສປ. ຈີນ ປະຈຳ ສປປ ລາວ ໄດ້ນຳເອົາກະດານດໍານ້ອຍຫັດຂຽນ(ກະດານເອເລັກໂຕຣນິກ) ມາມອບໃຫ້ເຮືອນລ້ຽງເດັກ-ໂຮງຮຽນອະນຸບານສາທິດ ຄະນະສຶກສາສາດ ມຊ. ໂດຍການກ່າວມອບຂອງທ່ານ ສິນເສີນ ຫຼື ແສງອາລຸນ ທີ່ເປິກສາຂອງສະຖານເອກອັກຄະລັດຖະທູດແຫ່ງ ສປ. ຈີນ ປະຈຳ ສປປ ລາວ ແລະກ່າວຮັບໂດຍທ່ານ ນາງ ພາວັນນາ ບຸນມີອາໄພ ຜູ້ອໍານວຍການເຮືອນລ້ຽງເດັກ-ໂຮງຮຽນອະນຸບານສາທິດ ຄະນະສຶກສາສາດ ມຊ, ມີທ່ານ ປອ. ນາງ ກົງສີ ຈຸນລະມະນີ ຮອງຄະນະບໍດີ ຄະນະສຶກສາສາດ ມຊ, ມີທ່ານຜູ້ຕາງໜ້າຈາກຫ້ອງການພົວພັນຕາງປະເທດ ມຊ, ບັນດາພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ກະດານດໍານ້ອຍຫັດຂຽນ(ກະດານເອເລັກໂຕຣນິກ)ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປ. ຈີນ ປະຈຳ ສປປ ລາວ ນຳມາມອບໃຫ້ໃນຄັ້ງນີ້, ມີຈໍານວນ 500 ແຜ່ນ. ເພື່ອນໍາໃຊ້ເຂົ້າໃນການຮຽນ-ການສອນ ເປັນຕົ້ນແມ່ນການຫັດຂຽນ, ການແຕ້ມຂອງເດັກເພື່ອໃຫ້ເດັກເຂົ້າໃຈ ແລະສາມາດຂຽນໄດ້ໄວຂຶ້ນກວ່າເກົ່າ.
ໃນໂອກາດດັ່ງກ່າວທ່ານ ນາງ ພາວັນນາ ບຸນມີອາໄພ ໄດ້ຂຶ້ນກ່າວຄໍາຂອບໃຈ ແລະຮູ້ບຸນຄຸນຢ່າງສູງຕໍ່ການຊ່ວຍເຫຼືອຂອງ ລັດຖະບານ ສປ. ຈີນ ກໍຄື ສະຖານເອກອັກຄະລັດຖະທູດແຫ່ງ ສປ. ຈີນ ປະຈຳ ສປປ ລາວ ທີ່ໄດ້ນໍາອຸປະກອນດັ່ງກ່າວມາມອບໃຫ້ເດັກອະນຸບານ ຊຶ່ງເປັນການປະກອບສ່ວນທີ່ສໍາຄັນໃນການພັດທະນາເດັກກໍຄືນັກຮຽນອະນຸບານໃນເຮືອນລ້ຽງເດັກ-ໂຮງຮຽນອະນຸບານສາທິດ ຄະນະສຶກສາສາດ ມຊ. ໃຫ້ມີການພັດທະນາການຮຽນດີຂຶ້ນ ແລະກ້າວໄປເປັນນັກຮຽນ-ນັກສຶກສາທີ່ມີຄວາມສາມາດອັນກວ້າງໄກໃນອະນາຄົດ. ພ້ອມດຽວກັນນັ້ນ ທ່ານກໍໄດ້ກ່າວຢືນຢັນວ່າຈະນໍາໃຊ້ອຸປະກອນດັ່ງກ່າວນີ້ໃຫ້ເກີດປະໂຫຍດສູງສຸດຕໍ່ການຮຽນ-ການສອນໃນໂຮງຮຽນເພື່ອໃຫ້ເກີດການຮຽນຮູ້ທີ່ດີຂຶ້ນ.