ມຊ ຈັດກອງປະຊຸມສະຫຼຸບຖອດກອນບົດຮຽນ ການຄຸ້ມຄອງລະບຽບວິໄນ ແລະ ພັດທະນານັກສຶກສາ


ໃນຕອນເຊົ້າ ວັນທີ 19 ສິງຫາ 2020 ນີ້, ຫ້ອງການຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມສະຫຼຸບຖອດກອນບົດຮຽນ ວຽກງານຄຸ້ມຄອງລະບຽບວິໄນ ແລະພັດທະນານັກສຶກສາ ປະຈຳສົກສຶກສາ 2020-2021, ໂດຍການເປັນປະທານຂອງ ທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ, ມີທ່ານ ຄໍາແສນ ສຸດທະວົງ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ, ມີພະນັກງານ, ຄູ-ອາຈານ, ຜູ້ຮັບຜິດຊອບວຽກຄຸ້ມຄອງນັກສຶກສາຂອງແຕ່ລະຄະນະວິຊາເຂົ້າຮ່ວມ.
ໃນໂອກາດ, ທ່ານ ຮສ. ໂພສີ ທິບດາວັນ ໄດ້ມີຄຳເຫັນໃນທີ່ປະຊຸມວ່າ: ວຽກງານການຄຸ້ມຄອງລະບຽບວິໄນຂອງນັກສຶກສາຖືເປັນວຽກງານໜຶ່ງທີ່ສຳຄັນ ໃນການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງນັກສຶກສາ, ທີ່ຜ່ານມາ ມຊ ກໍໄດ້ປະຕິບັດຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະກີລາ ວາງອອກ.ໂດຍເຄື່ອນໄຫວວຽກງານຕ່າງໆຢ່າງເປັນປົກກະຕິ ຄຽງຄູ່ກັນນັ້ນ ມຊ ກໍຍັງໄດ້ຊຸກຍູ້ສົ່ງເສີມການສ້າງອາຊີບໃຫ້ແກ່ນັກສຶກສາເພື່ອໃຫ້ເຂົາເຈົ້າໄດ້ນຳໃຊ້ວິຊາຄວາມຮູ້ໃນຫ້ອງຮຽນສູ່ການປະຕິບັດຕົວຈິງ ເພື່ອສ້າງປະສົບການໄປສູ່ການປະກອບອາຊີບໃນອະນາຄົດ; ສົ່ງເສີມໃຫ້ພະນັງານ, ຄູ-ອາຈານ ສ້າງຕົນເອງໃຫ້ກາຍເປັນນັກວິຊາທີ່ມີຄວາມຮູ້-ຄວາມສາມາດໃນການຄົ້ນຄວ້າວິທະຍາສາດ ແລະວິຊາສະເພາະຂອງຕົນ; ແຕ່ແນວໃດກໍຕາມ ວຽກງານການຄຸ້ມຄອງລະບຽບວິໄນ ແລະພັດທະນານັກສຶກສາ ແມ່ນຕ້ອງໄດ້ເອົາໃຈໃສ່ກວດກາຢ່າງເປັນປົກກະຕິ, ພ້ອມທັງຈັດເຝິກອົບຮົມເປັນປະຈຳ ເປັນຕົນແມ່ນ: ການເຝິກອົບຮົມໃຫ້ນັກສຶກສາໄດ້ຮູ້ກ່ຽວກັບລະບຽບຈະລາຈອນ, ການປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງໂລກໃນປັດຈຸບັນ ໃຫ້ສອດຄ່ອງກັບຕົວຈິງ. ຈາກນັ້ນ, ໃນທີ່ປະຊຸມຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການຜ່ານບົດສະຫຼຸບວຽກງານຄຸ້ມຄອງລະບຽບວິໄນ ແລະພັດທະນານັກສຶກສາ ໃນສົກສຶກສາ 2019-2020 ທີ່ຜ່ານມາ, ນຳສະເໜີໂດຍ ທ່ານ ກວນເພັດ ພວງມາລາ ຮອງຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ແລະໄດ້ເປິກສາຫາລື-ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະກັນ ກ່ຽວກັບວຽກງານດັ່ງກ່າວນີ້ຕື່ມອີກ.