ຄະນະພັກຮາກຖານ ຄະນະສຶກສາສາດ ມຊ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

ຄະນະພັກຮາກຖານ ຄະນະສຶກສາສາດ ມຊ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະບັນດານິຕິກໍາສໍາຄັນຕ່າງໆຂອງພັກ, ກອງປະຊຸມດັ່ງກ່າວໄດ້ມີຂຶ້ນໃນວັນທີ 21 ສິງຫາ 2020 ນີ້ ທີ່ຫ້ອງປະຊຸມ ສະໂມສອນ ມຊ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ. ປອ. ສີຖານ ສຸຂະວົງ ຄະນະພັກມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາກຖານ ຄະນະສຶກສາສາດ, ມີບັນດາຄະນະພັກຮາກຖານ, ເລຂາໜ່ວຍພັກ, ສະມາຊິກພັກຈາກ 10 ໜາວຍພັກ, ພະນັກງານຫຼັກແຫຼ່ງ ທົ່ວຮາກຖານຄະນະສຶກສາສາດເຂົ້າຮ່ວມ ຈໍານວນ 226 ສະຫາຍ
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຮັດໃຫ້ຄະນະນໍາ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຮາກຖາານ ຄະນະສຶກສາສາດ ໃຫ້ມີຄວາມຮັບຮູ້-ເຂົ້າໃຈ, ກຳແໜ້ນແລະມີຄວາມເປັນເອກະພາບສູງຕໍ່ບັນດາເນື້ືອໃນສໍາຄັນຂອງມະຕິຕ່າງໆຂອງກົມການເມືອງສູນກາງພັກໃນແຕ່ລະໄລຍະ ເພື່ອຫັນມະຕິດັ່ງກ່າວເປັນທິດທາງ, ວຽກງານ ແລະ ເປັນແຜນ ປະຕິບັດງານລະອຽດຂອງຄະນະພັກກະຊວງ, ບັນດາໜ່ວຍພັກ, ຍົກສູງຄວາມເປັນເຈົ້າການ ແລະຄວາມສາມາດໃນການນໍາຂອງວຽກງານຂອງຕົນ.
ໃນທີ່ປະຊຸມໄດ້ຮັບຟັງເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໄດ້ຍົກໃຫ້ເຫັນກ່ຽວກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກສູນກາງພັກ ຄັ້ງທີ 5, 6, 7 ຂອງສະໄໝ X, ເຊິ່ງໃຫ້ເປັນກຽດເຜີຍແຜ່ມະຕິ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໂດຍສະຫາຍ ຮສ. ປອ. ສີຖານ ສຸຂະວົງ ຄະນະພັກມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາກຖານ ຄະນະສຶກສາສາດ, ເຜີຍແຜ່ມະຕິກອງປະຊຸມ 6 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໂດຍສະຫາຍ ຮສ. ປອ. ຄໍາແສງ ທະລັງສີ ຮອງເລຂາຄະນະພັກຮາກຖານ ຄະນະສຶກສາສາດ ແລະເຜີຍແຜ່ມະຕິກອງປະຊຸມຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໂດຍສະຫາຍ ວິຊຽນ ທອງທະວີ ປະທານກວດກາຄະນະພັກຮາກຖານ ຄະນະສຶກສາສາດ.
ເພື່ອຕີລາຄາສູງຕໍ່ກັບການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດມະຕິດັ່ງກ່າວ ຜ່ານມາພັກ ແລະ ລັດຖະບານ, ອົງການປົກຄອງແຕ່ລະຂັ້ນ ໄດ້ເພີ່ມທະວີການຊີ້ນໍາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດມະຫາພາກ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ເງິນຕາ ແນໃສ່ສ້າງຄວາມໜັກແໜ້ນ, ເຂັ້ມແຂງ ແລະ ເປັນລະບົບໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດ.