ຄສຄ ຈັດປະຖົມນິເທດນັກສຶກສາປະລິນຍາໂທ


ໃນຕອນເຊົ້າ ວັນທີ 5 ກັນຍາ 2020 ຜ່ານມາ, ຄະນະວິທະຍາສາດສັງຄົມ(ຄສຄ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປະຖົມນິເທດໃຫ້ແກ່ນັກສຶກສາ ປະລິນຍາໂທ ປະຈໍາສົກສຶກສາ 2020-2021 ທີ່ສະໂມສອນໃຫຍ່ ມຊ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມຊ, ມີທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄສຄ, ທ່ານຫົວໜ້າຫ້ອງການໆສຶກສາຫຼັງປະລິນຍາຕີ, ພະນັກງານ, ຄູ-ອາຈານ ແລະນັກສຶກສາປະລິນຍາໂທສາຂາຕ່າງໆຂອງ ຄສຄ ເຂົ້າຮ່ວມ.
ໃນພິທີທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ໄດ້ນຳສະເໜີ ສະພາບລວມຂອງ ມຊ ແລະ ຄສຄ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຄສຄ ແມ່ນໜຶ່ງໃນ 13 ຄະນະທີ່ຂຶ້ນກັບ ມຊ ແລະໄດ້ດໍາເນີນການຮຽນ-ການສອນຢ່າງເປັນປົກກະຕິ. ຄສຄ ມີ 6 ພະແນກຄື: ພະແນກຈັດຕັ້ງສັງລວມ, ພະແນກວິຊາການ, ພະແນກຄຸ້ມຄອງນັກສຶກສາ, ພະແນກການເງິນ ແລະຊັບສິນ, ພະແນກການສຶກສາຫຼັງປະລິນຍາຕີ, ພະແນກຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ; ມີ 5 ພາກວິຊາ ແລະ 1 ສູນຄື: ພາກວິຊາການເມຶືອງ ແລະບໍລິຫານລັດຖະກິດ, ພາກວິຊາພູມີສາດ ແລະສາລະສົນເທດ, ພາກວິຊາປະຫວັດສາດ ແລະບູຮານວິທະຍາ, ພາກວິຊາສັງຄົມສົງເຄາະ ແລະການພັດທະນາ, ພາກວິຊາການທ່ອງທ່ຽວ ແລະການໂຮງແຮມ ນອກນັ້ນຍັງມີສູນຄົ້ນຄວ້າ ແລະຝຶກອົບຮົມກ່ຽວກັບການປະເມີນຜົນກະທົບທາງສັງຄົມ ແລະການຈັດສັນຍົກຍ້າຍ; ສຳລັບຫຼັກສູດການຮຽນ-ການສອນປະກອບມີ ລະດັບປະລິນຍາຕີ 9 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 3 ຫຼັກສູດ ແລະຫຼັກສູດປະລິນຍາໂທ 7 ຫຼັກສູດ.
ໃນສົກສຶກສາ 2020-2021 ນີ້, ຄສຄ ໄດ້ເປີດການຮຽນ-ການສອນໃນຫຼັກສູດປະລິນຍາໂທ 7 ຫຼັກສູດຄື: ຫຼັກສູດປະລິນຍາໂທ ສາຂາພັດທະນາສັງຄົມ, ສາຂາວິທະຍາສາດການເມືອງ, ສາຂາບໍລິຫານອຸດສາຫະກຳການທ່ອງທ່ຽວ, ສາຂາການສຶກສາປະຊາກອນເພື່ອການພັດທະນາ, ສາຂາຄຸ້ມຄອງສັງຄົມເພື່ອການຈັດສັນຍົກຍ້າຍ, ສາຂາຄຸ້ມຄອງຊັບພະຍາກອນວັດທະນະທຳ ແລະສາຂາຈັດການພື້ນທີ່ເພື່ອການພັດທະນາ, ມີນັກສຶກສາທີ່ສະໝັກເຂົ້າຮຽນທັງໝົດ 110 ຄົນ ແລະຄາດວ່າຈະໄດ້ດຳເນີນການຮຽນ-ການສອນໃນຕົ້ນເດືອນຕຸລາ 2020 ນີ້.