ສະຖາບັນຂົງຈື ມຊ ເປີດຫ້ອງຮຽນພາສາຈີນ ແຫ່ງທີ 3 ທີ່ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ


ເພື່ອຕອບສະໜອງ ຄວາມຕ້ອງການໃນການຮຽນພາສາຈີນ ແລະຄວາມເຂົ້າໃຈ ດ້ານພາສາ ແລະວັດທະນະທໍາຈີນໃຫ້ແກ່ຄົນລາວ, ທັງເປັນການເພີ່ມທະວີການແລກປ່ຽນ ແລະການຮ່ວມມືດ້ານການສຶກສາ ແລະວັດທະນະທໍາລາວ-ຈີນ ໃຫ້ນັບມື້ກວ້າງຂວາງຍິ່ງຂຶ້ນ. ໃນຕອນເຊົ້າ ວັນທີ 25 ກັນຍາ 2020 ຜ່ານມານີ້, ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີເປີດປ້າຍຫ້ອງຮຽນພາສາຈີນຂຶ້ນທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ(ທ່າງ່ອນ) ໂດຍການເຂົ້າຮ່ວມເປີດແຖບຜ້າຂອງທ່ານ ປອ. ນາງ ໄກສອນ ຈັນສີນາ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ແລະທ່ານ ຮສ. ນາງ ຫຼີຊ້ຽວ ຜູ້ອໍານວຍການສະບັນຂົງຈື ຝ່າຍຈີນ, ທ່ານ ຄໍາຮຸ່ງ ຈັນທະວົງ ຮັກສາການ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍລາວ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຄະນະວິຊາ, ຫົວໜ້າຫ້ອງການ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ພ້ອມດ້ວຍຜູ້ຕາງໜ້າຈາກໂຮງຮຽນກິນນອນຊົນເຜົ່າວັງວຽງ, ໂຮງຮຽນມັດທະຍົມສົມບູນສາທິດ, ໂຮງຮຽນມັດທະຍົມສົມບູນວຽງຈັນ ແລະພະນັກງານ, ຄູ-ອາຈານ ສະຖາບັນຂົງຈືເຂົ້າຮ່ວມ.
ໃນພິທີ, ທ່ານ ຄົມວິກິດ ສິມມະລີວົງ ຮອງຫົວໜ້າຫ້ອງການສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ຫົວໜ້າຄະນະຮັບຜິດຊອບ ແລະປະສານງານວຽກງານຫ້ອງຮຽນພາສາຈີນ ໄດ້ໃຫ້ຮູ້ວ່າ: ການຈັດຕັ້ງ ການຮຽນ-ການສອນ ພາສາຈີນ ຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແມ່ນໄດ້ເລີ່ມຈັດຕັ້ງມາແຕ່ສົກຮຽນ 2015-2016 ເປັນຕົ້ນມາ, ໃນນີ້ປະກອບມີ 2 ຫ້ອງຮຽນ ມີນັກສຶກສາທັງໝົດ 45 ຄົນ ແລະມີຄູ-ອາຈານ ຈາກສະຖາບັນຂົງຈື ມາຊ່ວຍສິດສອນ 4 ທ່ານ, ມາເຖິງປັດຈຸບັນໄດ້ສໍາເລັດການສິດສອນນັກສຶກສາ 5 ຮຸ່ນ ລວມທັງໝົດ 147 ຄົນ, ຍິງ 34 ຄົນ; ນອກນັ້ນຍັງໄດ້ຈັດເຝິກອົບຮົມພາສາຈີນໃຫ້ແກ່ ພະນັກງານ, ຄູ-ອາຈານ ໄດ້ 2 ຊຸດ ຈໍານວນ 60 ຄົນ; ປັດຈຸບັນເພື່ອປະຕິບັດຕາມການລົງນາມບົດບັນທຶກການຮ່ວມມືລະຫວ່າງ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ກັບ ສະຖາບັນຂົງຈື ໃນຄັ້ງວັນທີ 2 ເມສາ 2019 ວ່າດ້ວຍການສ້າງຕັ້ງຫ້ອງຮຽນຂົງຈື ຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ມາຮອດວັນທີ 25 ກັນຍາ 2020 ໄດ້ເປີດຫ້ອງຮຽນຂົງຈື ປະຈໍາຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດຂຶ້ນຢ່າງເປັນທາງການ, ເຊິ່ງປະກອບ ມີ 2 ຫ້ອງຮຽນ ແລະ 1 ຫ້ອງການ, ລວມມູນຄ່າການປັບປຸງຫ້ອງການ, ຫ້ອງຮຽນ ແລະຊື້ອຸປະກອນປະກອບ ທັງໝົດ 25,900 ໂດລາ, ພ້ອມນັ້ນຍັງສົ່ງຄູ-ອາຈານ ຈາກສະຖາບັນຂົງຈື ໄປປະຈໍາ ແລະສິດສອນພາສາຈີນ ຢູ່ສະຖາບັນດັ່ງກ່າວ. ທັງນີ້ ກໍເພື່ອເພີ່ມທະວີການແລກປ່ຽນ ແລະການຮ່ວມມືດ້ານການສຶກສາ ແລະວັດທະນະທໍາລາວ-ຈີນ ໂດຍສະເພາະແມ່ນແນໃສ່ການຂະຫຍາຍວັດທະນະທໍາຈີນ, ເປີດການຮຽນ-ການສອນພາສາຈີນ ໃຫ້ແກ່ນັກສຶກສາພາຍໃນ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ; ທັງເປັນການເປີດໂອກາດໃຫ້ພະນັກງານລັດຖະກອນໃນສະຖາບັນດັ່ງກ່າວ ໄດ້ຍົກລະດັບຄວາມຮູ້-ຄວາມສາມາດຂອງຕົນ ດ້ານພາສາຈີນ ໃຫ້ໄດ້ໃນລະດັບດີ ແລະນໍາໃຊ້ໄດ້ ແລະເພື່ອນໍາໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນການປະຕິບັດວຽກງານໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນກວ່າເກົ່າ.
ໃນໂອກາດນີ້, ທ່ານ ປອ. ນາງ ໄກສອນ ຈັນສີນາ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ການພົວພັນຮ່ວມມືທີ່ດີ ລະຫວ່າງສອງພັກ-ສອງລັດ ແລະປະຊາຊົນສອງຊາດ ລາວ-ຈີນ ທີ່ນັບມື້ນັບແໜ້ນແຟ້ນ ແລະເກີດດອກອອກຜົນຕະຫຼອດມາ, ໂດຍສະເພາະແມ່ນລະຫວ່າງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແລະສະຖາບັນຂົງຈື ມຊ ແລະຮຽກຮ້ອງມາຍັງສະຖາບັນຂົງຈື ມຊ ຈົ່ງສືບຕໍ່ໃຫ້ການຊ່ວຍເຫຼືອແກ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດຕະຫຼອດໄປ, ຂະນະດຽວກັນ ທ່ານ ຍັງໄດ້ກ່າວເນັ້ນໜັກໃຫ້ນັກສຶກສາ, ພະນັກງານ ພາຍໃນສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຈົ່ງເອົາໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນ ເພື່ອຍາດແຍ່ງເອົາຄວາມຮູ້ ແລະບົດຮຽນ ຈາກຄູ-ອາຈານຈີນ.