ພະແນກສຶກສາທິການ ແລະກີລານະຄອນຫຼວງວຽງຈັນ ປະກາດຮັບຮອງ 12 ໂຮງຮຽນໃນທົ່ວເມືອງໄຊທານີເປັນໂຮງຮຽນປອດຢາເສບຕິດ

1601604536 tmp DSC 0083

1601604536 tmp DSC 0083

ພະແນກສຶກສາທິການ ແລະກີລານະຄອນຫຼວງວຽງຈັນ, ທ່ານ ນາງ ຫົງທອງ ຫຼວງສີອຳໄພ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄຊທານີ ນະຄອນຫຼວງວຽງຈັນ, ທ່ານ ຮສ. ປອ. ຄຳພຸດ ພົມມະສອນ ຜູ້ອຳນວຍການໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍາໄລ, ມີຜູ້ຕາງໜ້າຈາກພະແນກວດກາ ແລະຄວບຄຸມຢາເສບຕິດ ປກສ ນະຄອນຫຼວງວຽງຈັນ, ບັນດາຜູ້ອຳນວຍການໂຮງຮຽນຈາກ 12 ແຫ່ງ, ແຂກຖືກເຊີນ ຕະຫຼອດຮອດພະນັກງານ ຄູອາຈານ ແລະນ້ອງນັກຮຽນເຂົ້າຮ່ວມ.

ພິທີປະກາດຮັບຮອງເອົາໂຮງຮຽນ 12 ແຫ່ງ ເປັນໂຮງຮຽນປອດສິ່ງເສບຕິດຄັ້ງນີ້ ເພື່ອເປັນການຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍ, ກົດໝາຍ ແລະລະບຽບການຂອງລັດ ກໍ່ຄື ແຜນການຂອງກະຊວງສຶກສາທິການ ແລະກີລາ ກ່ຽວກັບການສ້າງໂຮງຮຽນສາມັນໃຫ້ເປັນໂຮງຮຽນປອດສິ່ງເສບຕິດ ເພື່ອຕ້ານ ແລະສະກັດກັ້ນປະກົດການຫຍໍ້ທໍ້ໃນຂົງເຂດການສຶກສາ ກໍ່ຄືຄວາມສະຫງົບສຸກຢູ່ໃນສັງຄົມ ແລະເຮັດໃຫ້ໂຮງຮຽນສຸມໃສ່ ປະຕິບັດການຮຽນ-ການສອນໃຫ້ມີປະສິດທິພາບທີ່ດີ.

ໃນໂອກາດດັ່ງກ່າວ, ທ່ານ ຮສ. ປອ. ຄຳພຸດ ພົມມະສອນ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ການເຄື່ອນໄຫວວຽກງານຕ້ານສິ່ງເສບຕິດໃນໂຮງຮຽນ ແລະຊຸມຊົນໃນໄລຍະຜ່ານມາ ຈົນເຖິງປັດຈຸບັນຂອງໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ ວ່າ: ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ບັນຫາຢາເສບຕິດ ພວມເປັນບັນຫາທີ່ພົ້ນເດັ່ນ ແລະມີລັກສະນະເພີ່ມຢ່າງໄວວາ, ແຜ່ລະບາດໄປທົ່ວທຸກບ່ອນໃນສັງຄົມ ນັບທັງຕົວເມືອງ ແລະຊົນນະບົດເຂດຫ່າງໄກຊອກຫຼີກ ໃນລະດັບທີ່ແຕກຕ່າງກັນ ພວກຄ້າຂາຍຂົນສົ່ງຢາເສບຕິດ ແມ່ນມີທັງຄົນລາວ ແລະຄົນຕ່າງປະເທດ ຊຶ່ງພວກເຂົາໄດ້ພະຍາຍາມຊອກວິທີທາງໂດຍອີງໃສ່ຈຸດພິເສດ ແລະລັກສະນະຂອງພື້ນທີ່ ເພື່ອເຄື່ອນໄຫວລັກລອບນຳເຂົາ ແລະສົ່ງອອກຢາເສບຕິດປະເພດຕ່າງໆ ເຊັ່ນ: ຢາບ້າ, ເຮໂລອິນ, ຢາຝິ່ນ, ກັນຊາ ແລະສານເຄມີຈຳນວນໜຶ່ງ ພົ້ນເດັ່ນກວ່າໝູ່ແມ່ນຢາບ້າ ກວມເອົາ 80 % ເຖິງວ່າໄດ້ມີການສະກັດກັ້ນ ແລະປາບປາມຢ່າງໜັກ ແລະຕໍ່ເນື່ອງແຕ່ກໍ່ບໍ່ມີທ່າຫຼຸດລົງ ມັນໄດ້ເປັນໄພອັນຕະລາຍຄຸກຄາມເຖິງຄວາມໝັ້ນຄົງ, ຄວາມສະຫງົບ, ຄວາມປອດໄພ ແລະກົດໜ່ວງທ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງຊາດ, ສ້າງຄວາມເສຍຫາຍ, ສ້າງຄວາມວຸ້ນວາຍໃນສັງຄົມ, ນໍາເອົາຄວາມຫາຍະນະມາສູ່ຄອບຄົວ, ສັງຄົມ ແລະຄົນລຸ້ນສືບທອດຊາວໜຸ່ມ, ເຍົາວະຊົນຢູ່ໃນນະຄອນຫຼວງວຽງຈັນ. ແຕ່ເຖິງຢ່າງໃດກໍຕາມ ທາງໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ ກໍ່ໄດ້ມີໂຄງປະກອບຈັດຕັ້ງຄະນະຮັບຜິດຊອບວຽກງານສະກັດກັ້ນ ແລະຕ້ານຢາເສດຕິດໃນໂຮງຮຽນ, ການເຄື່ອນໄຫວກິດຈະກຳຕ່າງໆໃນໂຮງຮຽນ ແລະນອກໂຮງຮຽນ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະເຄື່ອນໄຫວ ຄື: ແຕ່ງຕັ້ງຄູຮັບຜິດຊອບໜ່ວຍງານຄຸ້ມຄອງນັກຮຽນ-ຫໍພັກ ແລະນ້ອງນັກຮຽນ 21 ນ້ອງ ເພື່ອເຄື່ອນໄຫວຕິດຕາມລາຍງານຢ່າງເປັນປະຈຳ ໂດຍຊີ້ນຳນຳພາຂອງຜູ້ອຳນວຍການໂຮງຮຽນໂດຍກົງ, ຖ້າມີສະພາບເກີດຂຶ້ນຫຼືສົງໄສນັກຮຽນທີ່ມີການພົວພັນພວກເຮົາກໍ່ໄດ້ລາຍງານຕໍ່ຂັ້ນເທິງເພື່ອຕ້ານ ແລະສະກັດກັ້ນຢ່າງຮີບດ່ວນ, ຖ້າມີການເຄື່ອນໄຫວນອກໂຮງຮຽນ ກໍ່ໄດ້ລາຍງານໃຫ້ອຳນາດການປົກຄອງບ້ານທີ່ຂຶ້ນກັບ ປກສ ຫຼື ກຸ່ມເຂດ, ແຕ່ວ່າໃນໄລຍະທີ່ຜ່ານມາແມ່ນບໍ່ມີບັນຫາດັ່ງກ່າວ ມີແຕ່ຄວາມສະຫງົບ ແລະປອດຈາກຢາເສບຕິດ ເຊິ່ງພະນັກງານ ຄູອາຈານ ແລະ ນ້ອງນັກຮຽນທຸກຄົນພາຍໃນໂຮງຮຽນບໍ່ຫຍຸ້ງກ່ຽວກັບຢາເສບຕິດທຸກປະເພດ ໂດຍໄດ້ປະຕິບັດຕາມ 10 ບໍ່ ຄື: ບໍ່ເສບ, ບໍ່ຊື້, ບໍ່ຂາຍ, ບໍ່ສົ່ງຕໍ່, ບໍ່ຈໍາໜ່າຍ, ບໍ່ທົດລອງ, ບໍ່ຊຸກເຊື່ອງ, ບໍ່ຜະລິດ, ບໍ່ໃຫ້ການຮ່ວມມື ແລະ ບໍ່ເປັນບ່ອນແວ່ພັກເຊົາຂອງຢາເສບຕິດ.

ຈາກນັ້ນ, ໃນພິທີຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການປະກາດໂຮງຮຽນເປັນໂຮງຮຽນປອດສິ່ງເສບຕິດ ປະຈຳປີ 2019-2020 ວ່າ ຫ້ອງການສຶກສາທິການ ແລະກີລາເມືອງໄຊທານີ ໄດ້ຕົກລົງເຫັນດີໃຫ້ຈັດຕັ້ງນໍາພາໃຫ້ປະກາດໂຮງຮຽນ 12 ແຫ່ງ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນໂຮງຮຽນປອດສິ່ງເສບຕິດ ແລະຂຶ້ນປ້າຍເປັນໂຮງຮຽນປອດສິ່ງເສບຕິດ ເຊິ່ງການປະກາດຄັ້ງນີ້ ມີ 12 ໂຮງຮຽນຄື: ມ.ຕົ້ນ ຫົວນາ, ມສ ໂຄກສີວິໄລ, ມສ ດົງບັງ, ມ.ຕົ້ນ ສັນຕິສຸກ, ມສ ເວີນຄຳ, ມສ ນາພອກ, ມສ ຫາດກ້ຽງ, ມສ ພວງໄຊ, ມສ ວັນໃໝ່, ມ.ຕົ້ນ ວຽງແກ້ວ, ໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ ແລະໂຮງຮຽນມັດທະຍົມສົມບູນສົງດົງໂດກ. ໃນຕອນທ້າຍພິທີຍັງໄດ້ມີການມອບໃບຢັ້ງຢືນໃຫ້ແກ່ໂຮງຮຽນທີ່ໄດ້ຮັບເປັນໂຮງຮຽນປອດຢາເສບຕິດທັງ 12 ແຫ່ງອີກດ້ວຍ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.