ບໍລິສັດຮັບພັດທະນາ ແລະເປິກສາ ຈໍາກັດຜູ້ດຽວ ຮ່ວມກັບ ມຊ ເປີດສູນ ຮລສທ

ໃນຕອນເຊົ້າວັນທີ 12 ກຸມພາ 2021 ຜ່ານມານີ້, ບໍລິສັດຮັບພັດທະນາ ແລະເປິກສາ ຈໍາກັດຜູ້ດຽວ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ເປີດສູນບໍລິການລະບົບບໍລິຫານຈັດການຮຽນ-ການສອນທີ່ທັນສະໄໝ(ຮລສທ) (Smart Learning Management System), ຂຶ້ນທີ່ ມຊ. ວິທະຍາເຂດດົງໂດກ, ໂດຍການເປັນກຽດຕັດແຖບຜ້າເປີດສູນ ຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ, ທ່ານ ຄະຈອນສັກ ດວງພຸດທາ ຮອງປະທານຫົວໜ້າບໍລິສັດ ຮັບພັດທະນາລາວ ແລະທີ່ເປິກສາ ຈໍາກັດຜູ້ດຽວ, ມີ ບັນດາທ່ານຮອງອະທິການບໍດີ ມຊ, ຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະກີລາ, ບັນດາຫົວໜ້າຫ້ອງການ, ຜູ້ອໍານວຍການສູນ ແລະພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

      ສູນບໍລິການ ລະບົບບໍລິຫານຈັດການຮຽນ-ການສອນທີ່ທັນສະໄໝ ຫຼື ຮລສທ ເປັນໂຄງການຮ່ວມມືລະຫວ່າງ ບໍລິສັດ ຮັບພັດທະນາລາວ ແລະທີ່ເປິກສາ ຈໍາກັດຜູ້ດຽວ ແລະມະຫາວິທະຍາໄລແຫ່ງຊາດ ເຊິ່ງໄດ້ລົງນາມເຊັນສັນຍາ ຮ່ວມມືກັນ ແຕ່ວັນທີ 22 ກໍລະກົດ 2020 ຜ່ານມາ; ເຊິ່ງມີທີ່ຕັ້ງຢູ່ ມຊ (ວິທະຍາເຂດດົງໂດກ) ແລະສູນດັ່ງກ່າວ ສ້າງຂຶ້ນເພື່ອສະໜອງ ແລະສະໜັບສະໜູນໃຫ້ແກ່ ມຊ ໃນການລົົງທະບຽນນໍາໃຊ້ລະບົບການຮຽນ-ການສອນທີ່ທັນສະໄໝ ເຊິ່ງໜ້າວຽກຫຼັກຂອງສູນແມ່ນ ການລົງທະບຽນຮັບເອົານັກສຶກສາເຂົ້າຮຽນໃນ ມຊ ໃນແຕ່ລະສົກຮຽນ, ການພັດທະນາລະບົບຮັກສາຄະແນນຂອງນັກສຶກສາ, ລະບົບການເຜີຍແຜ່ຂໍ້ມູນຂ່າວສານທີ່ສອດຄ່ອງ ກັບແຜນການພັດທະນາຂອງ ມຊ, ພ້ອມນັ້ນ ຍັງເປັນສູນກາງແຫ່ງການຮຽນຮູ້ ທີ່ນັກສຶກສາທຸກຄົນສາມາດເຂົ້າເຖິງໄດ້ ເພື່ອໃຫ້ນັກສຶກສາໃນ ມຊ ໄດ້ນໍາໃຊ້ລະບົບດັ່ງກ່າວການບໍລິການຂອງສູນດັ່ງກ່າວນີ້ ເຂົ້າໃນການຮຽນ-ການສອນໃຫ້ມີປະສິດທິຜົນ. ສູນ ຮລສທ ຍັງເປັນສູນກາງໃນການຈັດເຝິກອົບຮົມບັນດາຫົວຂໍ້ໄອທີ ແລະການພັດທະນາຊອບແວຕ່າງໆ ໃຫ້ແກ່ບັນດາ ພະນັກງານ, ຄູ-ອາຈານ ແລະນັກສຶກສາ ທົ່ວ ມຊ ທັງນີ້ກໍເພື່ອເປັນການປະກອບສ່ວນໃນການພັດທະນາການຮຽນ-ການສອນຂອງ ມຊ ໃຫ້ມີຄວາມທັນສະໄໝໂດຍສະເພາະໃນຂະແໜງການສຶກສາຊັ້ນສູງຂອງ ສປປ ລາວ ໃຫ້ນັບມື້ນັບກ້າວໄກທຽບເທົ່າກັບພາກພື້ນ ແລະສາກົນ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.