ພິທີ ມອບ-ຮັບ ຮັກສາການອະທິການບໍດີ ມຊ

ໃນຕອນເຊົ້າວັນທີ 4 ມີນາ 2021 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີ ມອບ-ຮັບຮັກສາການ ອະທິການບໍດີ ມຊ, ລະຫວ່າງ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ (ຜູ້ເກົ່າ) ທີ່ໄດ້ເຂົ້າຮັບບໍານານ ແລະທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ຮັກສາການອະທິການບໍດີ ມຊ (ຜູ້ໃໝ່); ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມສະໂມສອນຊັ້ນ II ມຊ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ມີທ່ານຕາງໜ້າຈາກສູນກາງພັກ, ຈາກກົມຈັດຕັ້ງ ແລະພະນັກງານກະຊວງສຶກສາທິການ ແລະກີລາ, ມີບັນດາຮອງອະທິການບໍດີ, ມີບັນດາຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ສູນ,  ໂຮງຮຽນ, ໂຮງໝໍ, ຫົວໜ້າພາກວິຊາ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ມຊ. ພ້ອມດ້ວຍພະນັກທີ່ກ່ຽວຂ້ອງເຂົ້າຮ່ວມ.

      ໃນພິທີ ທ່ານ ຄຳເຟືອງ ລໍວັນໄຊ ຄະນະພັກ, ຫົວໜ້າຫ້ອງການຈັດຕັ້ງ ແລະພະນັກງານ ມຊ ໄດ້ຂຶ້ນລາຍງານຜົນງານທີ່ພົ້ນເດັ່ນຂອງ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ (ຜູ້ເກົ່າ), ເຊິ່ງທ່ານໃຫ້ຮູ້ວ່າ ຕະຫຼອດໄລຍະ 4 ປີ ທີ່ທ່ານໄດ້ເປັນອະທິການບໍດີນັ້ນ, ທ່ານໄດ້ຖຸ້ມເທເຫື່ອແຮງ ແລະສະຕິປັນຍາເຂົ້າໃນການພັດທະນາ ມຊ ດ້ວຍຄວາມເອົາໃຈໃສ່ ແລະມີຄວາມຮັບຜິດຊອບສູງ, ອັນໄດ້ເຮັດໃຫ້ ມຊ ໄດ້ຮັບການພັດທະນາຢ່າງຮອບດ້ານ. ທ່ານເປັນຜູ້ທີ່ກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະລັດຖະບານ, ເປັນຜູ້ທີ່ຢຶດໝັ້ນໃນແນວທາງປ່ຽນແປງໃໝ່ຂອງພັກ ແລະປະຕິບັດຕາມຫຼັກການ ແລະລະບອບວິທີເຮັດວຽກແບບລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ແລະບຸກຄົນຮັບຜິດຊອບ, ເປັນຜູ້ທີ່ໄດ້ເຕົ້າໂຮມຄວາມສາມັກຄີຢູ່ພາຍໃນ ແລະເປີດກວ້າງຄວາມສາມັກຄີ ແລະການຮ່ວມມືກັບພາຍນອກໄດ້ດີ, ເປັນຜູ້ໜຶ່ງທີ່ມີວິໄສທັດອັນກວ້າງໄກ, ມີຄວາມສາມາດໃນການນຳໃຊ້ ແລະຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະກໍາລັງແຮງສັງລວມທັງຢູ່ພາຍໃນ ແລະພາຍນອກເຂົ້າໃນການພັດທະນາມະຫາວິທະຍາໄລ, ເປັນຜູ້ນຳທີ່ມີມະນຸດສຳພັນ ແລະມີຄວາມໂອບເອື້ອອາລີດີ ຊຶ່ງເປັນຈຸດເດັ່ນອັນໜຶ່ງຂອງທ່ານ, ແຕ່ທ່ານກໍເປັນຜູ້ນຳທີ່ມີຄວາມເດັດຂາດ, ກ້າຄິດ, ກ້າເຮັດ ແລະກ້າຮັບຜິດຊອບ, ເປັນແບບຢ່າງອັນດີໃຫ້ໝູ່ຄະນະ ແລະບຸກຄະລາກອນໃນ ມຊ, ເປັນຜູ້ໜຶ່ງທີ່ມີຄວາມບຸກໜ້າບືນຕົວຜ່ານຜ່າຂໍ້ຫຍຸ້ງຍາກ, ເຖິງວ່າເປັນຜູ້ບໍລິຫານຂັ້ນສູງ ແລະມີຫຼາຍວຽກ ແຕ່ທ່ານກໍໄດ້ເອົາໃຈໃສ່ໃນການຮໍ່າຮຽນຍົກລະດັບຕົນເອງ ແລະການຄົ້ນຄວ້າວິທະຍາສາດ, ເຊິ່ງໄດ້ກາຍເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ, ອາຈານ ກໍຄືນັກສຶກສາທົ່ວ ມຊ.

      ຂະນະດຽວກັນ, ທ່ານ ສຸລິຍາ ພົມມີສິດ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດໍາລັດຂອງນາຍົກລັດມົນຕີ, ສະບັບເລກທີ 242/ນຍ, ລົງວັນທີ 20/5/2020 ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ  ແລະໄດ້ຜ່ານດໍາລັດນາຍົກລັດຖະມົນຕີ, ສະບັບເລກທີ 126/ນຍ, ລົງວັນທີ 16 /2/2021  ວ່າດ້ວຍການແຕ່ງຕັ້ງ ຜູ້ຮັກສາການອະທິການບໍດີ ມຊ. ໃນພິທີສໍາຄັນນີ້, ທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍ-ຊົມເຊີຍຕໍ່ຜົນສຳເລັດ ຂອງ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະດີດອະທິການບໍດີ ມຊ. ທີ່ໄດ້ຖຸ່ມເທສະຕິປັນຍາ ແລະເຫື່ອແຮງຂອງຕົນປະກອບສ່ວນເຂົ້າໃນການພັດທະນາ ປະເທດຊາດ ເວົ້າລວມ; ເວົ້າສະເພາະແມ່ນ ການພັດທະນາ ມຊ, ພ້ອມທັງກ່າວຂອບໃຈທີ່ທ່ານໄດ້ປະກອບສ່ວນເຂົ້າໃນວຽກງານການພັດທະນາການສຶກສາເວົ້າລວມ; ເວົ້າສະເພາະແມ່ນການພັດທະນາຊັບພະຍາກອນມະນຸດຢູ່ໃນປະເທດເຮົາ ແລະທັງໄດ້ຮຽກຮ້ອງໃຫ້ທ່ານສືບຕໍ່ຊ່ວຍໃນວຽກງານການຄົ້ນຄວ້າຂອງ ມຊ ຕໍ່ໄປຕື່ມອີກ. ຂະນະດຽວກັນທ່ານກໍໄດ້ຮຽກຮ້ອງໃຫ້ຜູ້ຮັກສາການອະທິການບໍດີ ມຊ ຜູ້ໃໝ່ ຈົ່ງກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງໂລກ, ສະພາບດ້ານເສດຖະກິດພາຍໃນປະເທດ ພ້ອມທັງເອົາໃຈໃສ່ພັດທະນາລະບົບການບໍລິຫານໃຫ້ມີຄວາມເຂັ້ມແຂງ ແລະເອົາໃຈໃສ່ບັນຫາປະກົດການຫຍໍທໍ້ຂອງສັງຄົມ, ມີສະຕິລະວັງຕົວໃນທຸກສະພາບການ. ພ້ອມນັ້ນທ່ານ ຍັງໄດ້ຮຽກຮ້ອງໃຫ້ຄະນະນໍາຊຸດໃໝ່ ແລະບັນດາພະນັກງານ, ຄູ-ອາຈານ ມຊ ຈົ່ງຮ່ຳຮຽນເອົາມູນເຊື່ອການນຳພາຂອງຄະນະນຳຊຸດເກົ່າ, ຜູ້ບໍລິຫານຕ້ອງເປັນແບບຢ່າງທີ່ດີຮອບດ້ານໃຫ້ແກ່ພະນັກງານ, ເປັນຜູ້ປົກປ້ອງຜົນປະໂຫຍດຂອງອົງກອນຕົນ, ການບໍລິຫານແມ່ນໃຫ້ໃຊ້ພະຄຸນ ບໍ່ໃຫ້ໃຊ້ມາດຕະການໃນການບໍລິຫານ, ສືບຕໍ່ປະຕິບັດຫຼັກການລວມສູນ ປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ສືບຕໍ່ເຮັດວຽກງານແນວຄິດການເມືອງໃຫ້ພະນັກງານ. ເຊິ່ງກະຊວງສຶກສາທິການ ແລະກີລາຂອງພວກເຮົາ ແມ່ນໃຫ້ເອົາໃຈໃສ່ພັດທະນາຄຸນນະພາບການສຶກສາ ກໍຄືພັດທະນາຊັບພະຍາກອນມະນຸດ ພ້ອມທັງເອົາໃຈໃສ່ວຽກງານການຄົ້ນຄວ້າອີກຕື່ມອີກ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.