ກອງປະຊຸມສະຫລຸບວຽກງານການເງິນ ແລະແຜນພັດທະນາ ມຊ.

ໃນຕອນເຊົ້າວັນທີ 5 ມີນາ 2021 ນີ້, ຫ້ອງການແຜນການ-ການເງິນ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນ ແລະແຜນພັດທະນາ ມຊ. ຂຶ້ນທີ່ຫ້ອງປະຊຸມ ໂຮງແຮມ ທະວີສຸກ ເມືອງວັງວຽງ ແຂວງວຽງຈັນ. ໂດຍການເປັນປະທານຂອງທ່ານ ຮສ.ປອ. ອຸດົມ ພອນຄຳເພັງ ເລຂາຄະນະພັກ, ຮັກສາການອະທິການບໍດີ ມຊ, ມີບັນດາທ່ານຮອງອະທິການບໍດີ, ຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອຳນວຍການສະຖາບັນ, ສູນ, ໂຮງຮຽນ, ໂຮງໝໍ ແລະມີບັນດາຫົວໜ້າພະແນກການເງິນ ພ້ອມດ້ວຍຕາງໜ້າພະນັກງານວິຊາການວຽກງານການເງິນຂອງແຕ່ລະຄະນະວິຊາເຂົ້າຮ່ວມ.

       ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອສະຫຼຸບວຽກງານແຜນການ-ການເງິນໃນໄລຍະ 5 ປີ 2016-2020, ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ມຊ. ໄລຍະ 5 ປີ 2016-2020 ແລະສະເໜີແຜນພັດທະນາການສຶກສາໄລຍະ 5 ປີ 2021-2025, ເພື່ອແນະນຳວິທີຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ແຜນລາຍຮັບ-ລາຍຈ່າຍ ວິຊາການ ປະຈຳປີ 2021, ເພື່ອເປິກສາຫາລື ກ່ຽວກັບຄວາມພ້ອມໃນການຫັນເປັນຫົວໜ່ວຍບໍລິຫານວິຊາການກຸ້ມຕົນເອງດ້ານງົບປະມານໃນປີ 2021 ຕາມການມອບໝາຍຂອງລັດຖະບານ ແລະເພື່ອແນະນໍາກ່ຽວກັບວິທີສ້າງແຜນງົບປະມານແຫ່ງລັດ, ແຜນລາຍຮັບ-ລາຍຈ່າຍ ວິຊາການ ແລະແຜນການລົງທຶນຂອງລັດປະຈຳປີ 2022.

       ທ່ານ ຮສ. ຄຳເຜີຍ ພົມມະຈັນ ຫົວໜ້າຫ້ອງການແຜນການ-ການເງິນ ມຊ. ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານຂອງຫ້ອງການແຜນການ-ການເງິນ ປະຈຳປີ 2016-2020 ແລະຜ່ານແຜນການປະຈຳປີ 2021 ຕໍ່ທີ່ປະຊຸມ; ເຊິ່ງທ່ານໃຫ້ຮູ້ວ່າ: ຫ້ອງການແຜນການ-ການເງິນ ມີພະນັກງານທັງໝົດ 25 ຄົນ, ຍິງ 17 ຄົນ, ຕະຫຼອດໄລຍະ 5 ປີ ຜ່ານມາ ສະມາຊິກທຸກຄົນແມ່ນມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໜັ້ນຕໍ່ການນຳພາຂອງພັກ, ມີສະຕິຕໍ່ການຈັດຕັ້ງປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ເຮັດຕາມພາລະໜ້າທີ່ໆຕົນເອງຮັບຜິດຊອບ ພ້ອມທັງຖອດຖອນບົດຮຽນນຳກັນເພື່ອໃຫ້ວຽກສຳເລັດຕາມແຜນການທີ່ວາງໄວ້. ດ້ານວຽກງານວິຊາສະເພາະແມ່ນໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ຜົນການຄົ້ນຄວ້າວິໄຈ ແລະແຜນພັດທະນາເສດຖະກິດສັງຄົມແຫ່ງຊາດໃຫ້ກາຍເປັນແຜນຍຸດທະສາດພັດທະນາການສຶກສາແຕ່ລະໄລຍະ, ເປັນເຈົ້າການໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະຕິບັດການລົງທຶນຂອງລັດ, ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ເປັນເຈົ້າການໃນການສ້າງແຜນຍຸດທະສາດ, ແຜນພັດທະນາໄລຍະກາງ, ໄລຍະສັ້ນຂອງ ມຊ. ໂດຍອີງໃສ່ແຜນຍຸດທະສາດການສຶກສາແຫ່ງຊາດໃນແຕ່ລະໄລຍະ, ຜັນຂະຫຍາຍແຜນຍຸດທະສາດຂອງ ມຊ. ໃຫ້ກາຍເປັນແຜນງານ ແລະເປັນໂຄງການລະອຽດໃນແຕ່ລະໄລຍະ, ສະຫຼຸບການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດໄລຍະ 6 ເດືອນ ແລະ12 ເດືອນ ຂອງທຸກໆປີ ແລະວຽກງານດ້ານອື່ນໆອີກ.

       ໃນຂະນະດຽວກັນທ່ານ ນາງ ຄຳຜົງ ພະເມືອງ ຮອງຫົວຫນ້າຫ້ອງການແຜນການ-ການເງິນ ມຊ. ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາໄລຍະ 5 ປີ 2016-2020 ແລະສະເໜີຮ່າງແຜນການພັດທະນາ ການສຶກສາໄລຍະ 5 ປີ 2021-2025 ຕໍ່ທີ່ປະຊຸມ. ພ້ອມດຽວກັນ ໃນກອງປະຊຸມຍັງໄດ້ມີການເປິກສາຫາລື ແລກປ່ຽນຄວາມຄິດເຫັນໃສ່ແຜນການພັດທະນາການສຶກສາໄລຍະ 5 ປີ, ເປິກສາຫາລື ກ່ຽວກັບຄວາມພ້ອມໃນການຫັນປ່ຽນຫົວໜ່ວຍບໍລິຫານວິຊາການກຸ້ມຕົນເອງດ້ານງົບປະມານໃນປີ 2021 ຕາມການມອບໝາຍຂອງລັດຖະບານ, ເປິກສາຫາລື ກ່ຽວກັບວິທີການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ແຜນລາຍຮັບ-ລາຍຈ່າຍວິຊາການປະຈຳປີ 2021 ແລະ ປີ 2022. ກອງປະຊຸມດັ່ງກ່າວນີ້ ໄດ້ດຳເນີນໄປເປັນເວລາ 2 ວັນ ຄື ວັນທີ 5-6 ມີນາ 2021 ຈຶ່ງໄດ້ປິດລົງ.

ພາບບັນຍາກາດ

ພາບ ແລະ ຂ່າວ: ພູວັນ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.