ໃນວັນທີ 9 ມີນາ 2021 ນີ້, ທີ່ຫ້ອງປະຊຸມສະໂມສອນ ຊັ້ນ 2, ຄະນະວິທະຍາສາດສັງຄົມ(ຄສຄ) ມະຫາວິທະຍາໄລແຫ່ງຊາດ(ມຊ) ຮ່ວມກັບ ອົງການອຸຍນີເຊັບ(UNICEF) ໄດ້ຈັດພິທີ ເປີດໂຄງການຮ່ວມມືດ້ານວິຊາການກ່ຽວກັບ “ການປະເມີນ ແລະການປັບປຸງຄຸນນະພາບຫຼັກສູດສັງຄົມສົງເຄາະ” ໂດຍການເປັນປະທານຂອງ ທ່ານ ຮສ.ປອ. ອຸດົມ ພອມຄໍາເພັງ ຮັກສາການອະທິການບໍດີ ມຊ, ມີທ່ານ Dr. Pia Britto Rebello ຜູ້ຕາງໜ້າອົງການອຸຍນີເຊັບ(UNICEF)ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ບັນດາຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ຕາງໜ້າຈາກກະຊວງແຮງງານ ແລະສະຫວັດດີການສັງຄົມ, ອົງການຈັດຕັ້ງສາກົນ, ສະມາຄົມ ແລະສູນຕ່າງໆທີ່ກ່ຽວຂ້ອງໃນນະຄອນວຽງຈັນ, ພ້ອມດ້ວຍຄູ-ອາຈານ ແລະນ້ອງນັກສຶກສາ ພາຍໃນ ຄສຄ ເຂົ້າຮ່ວມ.
ໃນທີ່ປະຊຸມ ທ່ານ ຮສ. ປອ. ອຸດົມ ພອມຄໍາເພັງ ຮັກສາການ ອະທິການບໍດີ ມຊ ໄດ້ກ່າວເປີດພິທີ ເຊິ່ງທ່ານກ່າວວ່າ: ຫຼັກສູດສັງຄົມສົງເຄາະ ເປັນຫຼັກສູດທີ່ຂຶ້ນກັບພາກວິຊາສັງຄົມສົງເຄາະ ແລະການພັດທະນາ, ຄສຄ. ເຊິ່ງເລີ່ມສິດສອນມາຕັ້ງແຕ່ປີ 2010, ເປັນຫຼັກສູດໜຶ່ງທີ່ໄດ້ຮັບຄວາມນິຍົມຈາກສັງຄົມ ແລະໄດ້ສ້າງນັກສຶກສາໃຫ້ກາຍເປັນຜູ້ມີຈິດອາສາຊ່ວຍເຫຼືອສັງຄົມ ແລະໄດ້ຜະລິດນັກວິຊາການດ້ານສັງຄົມສົງເຄາະມາແລ້ວ 7 ຊຸດ, ໂດຍໄດ້ຮັບການສະໜັບສະໜູນການກໍ່ສ້າງເຝິກປະຕິບັດຕົວຈິງຈາກຄູ່ຮ່ວມງານພາກສະໜາມ ທັງພາກສ່ວນອົງການຈັດຕັ້ງລັດ, ອົງການຈັດຕັ້ງສາກົນ, ສະມາຄົມ ແລະບໍລິສັດຕ່າງໆ; ໃນໄລຍະຜ່ານມາ ຄສຄ ໄດ້ເຄື່ອນວຽກງານວິຊາການໃນການສ້າງຫຼັກສູດເຝິກອົບຮົມ ກ່ຽວກັບສັງຄົມສົງເຄາະຮ່ວມກັບ ກະຊວງແຮງງານ ແລະສະຫວັດດີການສັງຄົມ ພາຍໃຕ້ທຶນສະໜັບສະໜູນຂອງອົງການອຸຍນີເຊັບ. ນັກວິຊາການ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະໄດ້ມີໂອກາດສຶກສາ-ແລກປ່ຽນຄໍາຄິດເຫັນໂດຍກົງ ກັບອົງການອຸຍນີເຊັບ, ຜ່ານມາການເຮັດວຽກຮ່ວມກັນ ແລະເຫັນໄດ້ຄວາມຈໍາເປັນໃນການພັດທະນາຫຼັກສູດສັງຄົມສົງເຄາະ ຄະນະປະສານງານທັງສອງຝ່າຍພາຍໃຕ້ການຊີ້ນຳ-ນຳພາຂອງຄະນະນຳທັງສອງພາກສ່ວນ(ອົງການອຸຍນີເຊັບ ແລະຄະນະວິທະຍາສາດສັງຄົມ) ໄດ້ພ້ອມພຽງກັນສຸມທຸກກໍາລັງເຫື່ອແຮງເພື່ອສ້າງໂຄງການຮ່ວມມືວິຊາການນີ້ຂຶ້ນມາ ຊຶ່ງເປັນໂຄງການທຳອິດທີ່ ມຊ ໄດ້ມີໂອກາດຮ່ວມມືໂດຍກົງກັບ ອົງການອຸຍນີເຊັບ. ເປັນການລິເລີ່ມໂຄງການຮ່ວມມືທີ່ມີຄວາມສຳຄັນໃນວົງການພັດທະນາການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດຂອງ ມຊ.
ຈຸດປະສົງຂອງການເປີດໂຄງການຮ່ວມມືດ້ານວິຊາການກ່ຽວກັບ “ການປະເມີນ ແລະການປັບປຸງຄຸນນະພາບຫຼັກສູດສັງຄົມສົງເຄາະ” ລະຫວ່າງ ຄສຄ, ມຊ ຮ່ວມກັບ ອົງການອຸຍນີເຊັບ (UNICEF) ກໍເພື່ອປະເມີນ ແລະປັບປຸງຫຼັກສູດສັງຄົມສົງເຄາະ ຂອງ ຄສຄ ເພື່ອໃຫ້ໄດ້ມາດຕະຖານສັງຄົມສົງເຄາະຂອງອາຊຽນ ແລະສາກົນ; ເພື່ອສຶກສາຄວາມເພິງພໍໃຈຂອງນັກສຶກສາ ສາຂາສັງຄົມສົງເຄາະ(ທີ່ກຳລັງສຶກສາຢູ່ ແລະຈົບໄປແລ້ວ) ໃນດ້ານຄວາມຮູ້ ແລະທັກສະຕ່າງໆທີ່ໄດ້ນຳໃຊ້ເຂົ້າໃນວຽກງານຕົວຈິງ ແລະເພື່ອສຶກສາຄວາມຄິດເຫັນຂອງພາກສ່ວນຄູ່ຮ່ວມງານ ແລະພິຈາລະນາຂໍ້ສະເໜີແນະທີ່ສາມາດປະຕິບັດໄດ້ໃນການພັດທະນາຫຼັກສູດສັງຄົມສົງເຄາະອີກດ້ວຍ.
ພາບ ແລະ ຂ່າວ: ພົນ