ໃນຕອນບ່າຍວັນທີ 5 ມີນາ 2021 ຜ່ານມາ, ສະຫະພັນແມ່ຍິງຮາກຖານ ຄະນະອັກສອນສາດ(ຄອສ) ມະຫາວິທະຍາໄລແຫ່ງຊາດ(ມຊ), ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 111 ປີ (08/03/1910 – 08/03/2021) ແລະ ຜ່ານບົດສະຫຼຸບປະຈໍາສົກສຶກສາ 2020 ແລະຜ່ານແຜນການເຄື່ອນໄຫວ ປີ 2021 ທີ່ຫ້ອງປະຊຸມສະໂມສອນ ມຊ. ໂດຍການເປັນປະທານຂອງສະຫາຍ ປອ. ນາງ ທອງມາລາ ໂພສີຄຳ ຄະນະພັກຮາກຖານ, ຮອງຄະນະບໍດີ ຄອສ, ມີຜູ້ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ, ສະມາຊິກເອື້ອຍນ້ອງແມ່ຍິງ ທີ່ເປັນພະນັກງານ ແລະນັກສຶກສາ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ປອ. ນາງ ທອງມາລາ ໂພສີຄຳ ໄດ້ເລົ່າເຖິງປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ວັນແມ່ຍິງສາກົນໄດ້ເກີດຂຶ້ນ ທ່າມກາງສະພາບເສດຖະກິດສັກດິນາ ແລະນາຍທຶນຂະຫຍາຍຕົວ, ເມື່ອໂຮງຈັກ-ໂຮງງານອຸດສາຫະກຳຂອງນາຍທຶນຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ມັນຊ້ຳພັດຍັງເພີ່ມຄວາມທຸກຍາກລຳບາກໃຫ້ແກ່ຊາວຜູ້ອອກແຮງງານ, ໂດຍສະເພາະແມ່ນກຳມະກອນ, ແມ່ຍິງພາຍໃຕ້ລະບອບສັກດິນາ, ນາຍທຶນ. ແມ່ຍິງຖືກກົດຂີ່ຊູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະເດັກນ້ອຍ.ນອກຈາກນັ້ນ ແມ່ຍິງຍັງຖືກດູຖູກໝິ່ນປະໝາດ, ຖືກເປັນສິນຄ້າ, ເປັນເຄື່ອງຫຼິ້ນ, ຖືກເຕະ, ຕີ, ຖືກຂົ່ມຂືນທຳສຳເລົາ ແລະຖືກໄລ່ອອກຈາກການເຮັດວຽກໃນເວລາຖືກພາ, ເວລາເກີດລູກ ຫຼື ເວລາເຈັບເປັນບໍ່ໄດ້ຮັບການປິ່່ນປົວ. ໂດຍທົ່ວໄປແລ້ວ ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກລ້ວນແຕ່ເປັນຄົນດຸໝັ່ນຂະຫຍັນພຽນໃນການຜະລິດເຂົ້າປາອາຫານ ແລະເຄື່ອງຂອງອື່ນໆເພື່ອລ້ຽງດູຄອບຄົວ ແລະສັງຄົມແຕ່ບໍ່ໄດ້ຮັບຄວາມເອົາໃຈໃສ່ ເບິ່ງແຍງດູແລຈາກສັງຄົມ; ຕໍ່ໜ້າສະພາບການ ແລະຄວາມທຸກທໍລະມານດັ່ງກ່າວ ກຳມະກອນ-ແມ່ຍິງຮູ້ສຶກຄຽດແຄ້ນຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ປະທ້ວງໃຫ້ນາຍທຶນ ເຊິ່ງແມ່ນເຈົ້າຂອງໂຮງຈັກໂຮງງານຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ແກ່ເຂົາເຈົ້າ ໃນວັນທີ 8 ມີນາ 1899 ຊາວກຳມະກອນແມ່ຍິງ ຢູ່ໂຮງງານຕ່ຳແຜ່ນ ແລະຕັດຫຍິບທີ່ເມືອງ ນິວຢອກ ປະເທດສະຫະລັດອາເມລິກາ ໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງ ແລະຄັດຄ້ານຕໍ່ການໃຫ້ຄ່າແຮງງານ ແລະສະຖານທີ່ເຮັດວຽກບໍ່ຮັບປະກັນສຸຂະພາາບ, ການປະທ້ວງຂອງເຂົາເຈົ້າໃນຄັ້ງນັ້ນຖືກຕຳຫຼວດເຂົ້າສະຫຼາຍ ແລະຈັບກຸມຈຳນວນໜຶ່ງ.
ໃນວັນທີ 8 ມີນາ 1908 ແມ່ຍິງຈຳນວນ 15.000 ຄົນໄດ້ເດີນຂະບວນ ຢູ່ເມືອງນິວຢອກ ເພື່ອໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະທວງໃຫ້ແມ່ຍິງມີສິດໃນການອອກສຽງ, ການເດີນປະທ້ວງຄັ້ງນີ້ແມ່ນພາຍໃຕ້ຄຳຂວັນ “ເຂົ້າຈີ່ ແລະດອກກຸຫາບ” ເຂົ້າຈີ່ໝາຍເຖິງເສດຖະກິດດີຂຶ້ນ, ດອກກຸຫຼາບໝາຍເຖິງຄຸນນະພາບຊີວິດດີຂຶ້ນ. ເດືອນກຸມພາ 1909 ແມ່ຍິງອາເມລິກາໄດ້ຈັດພິທີສະຫຼອງວັນແມ່ຍິງເປັນເທື່ອທຳອິດ, ແມ່ຍິງໃນເມືອງນິວຢອກ 3.000 ຄົນໄດ້ເຂົ້າຮ່ວມການຕໍ່ສູ້ຄັດຄ້ານລັດຖະບານທີ່ບໍ່ຍອມໃຫ້ແມ່ຍິງມີສິດຮັບເລືອກຕັ້ງ, ການຕໍ່ສູ້ດັ່ງກ່າວໄດ້ເປັນການລະດົມນ້ຳໃຈຕໍ່ສູ້ຂອງແມ່ຍິງທີ່ຖືກກົດຂີ່ຂູດຮີດຢູ່ຫຼາຍປະເທດທົ່ວໂລກ. ມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນຢູ່ແຖບເອີຣົບ ແລະໃນປີນີ້ເອງ ກອງປະຊຸມກ່ຽວກັບບັນຫາແມ່ຍິງຄັ້ງທຳອິດໄດ້ຈັດ ຂຶ້ນຢູ່ໂກເປັນຮາກ ນະຄອນຫຼວງ ຂອງປະເທດເດນມາກ ມີຜູ້ແທນ 100 ກວ່າຄົນຈາກ 17 ປະເທດເຂົ້າຮ່ວມ. ກອງປະຊຸມດັ່ງກ່າວໄດ້ຮັບ ແລະຕົກລົງເອົາວັນທີ 8 ມີນາຂອງທຸກໆປີເປັນວັນແມ່ຍິງສາກົນ, ຕົກລົງເອົາວັນທີ 8 ມີນາເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະທວງໃຫ້ມີສິດສະເໜີພາບປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ “ ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງແມ່ຍິງ ແລະຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະເດັກນ້ອຍ, ຕ້ານສົງຄາມຮຸກຮ້ານ ແລະປົກປັກຮັກສາສັນຕິພາບໂລກ” ນັບແຕ່ນັ້ນມາ, ວັນທີ 8 ມີນາ ຈຶ່ງເປັນວັນແມ່ຍິງສາກົນ”. ວັນທີ 8 ມີນາແມ່ນເຫດການໆເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນເປັນພື້ນຖານຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດທິຜົນປະໂຫຍດອັນເປັນທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານ. ພ້ອມນັ້ນ, ໃນທີ່ປະຊຸມຍັງໄດ້ຮັບຟັງການຜ່ານບົດສະຫຼຸບປະຈຳປີ 2020 ແລະແຜນການປີ 2021 ໂດຍສະຫາຍນາງ ທິດາທິບ ສຸຂະທໍາມະວົງ ຮັກສາການປະທານສະຫະພັນແມ່ຍິງ ຮາກຖານ ຄອສ ໃຫ້ຮູ້ວ່າ: ຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານ ຄອສ ມີທັງໝົດ 5 ສະຫາຍ, ມີ 12 ໜ່ວຍ, ມີແມ່ຍິງທັງໝົດ 1,395 ສະຫາຍ, ມີສະມາຊິກແມ່ຍິງທັງໝົດ 1,372 ສະຫາຍ (ເປັນພະນັກງານ 94 ສະຫາຍ ແລະນັກສຶກສາ 1,282 ສະຫາຍ); ເຊິ່ງໃນໄລຍະທີ່ຜ່ານມາ ກໍມີຫຼາຍວຽກງານທີ່ພົ້ນເດັ່ນເປັນຕົ້ນແມ່ນດ້ານວຽກງານແນວຄິດ-ການເມືອງເຫັນໄດ້ວ່າ ສະມາຊິກເອື້ອຍນ້ອງແມ່ຍິງມີຄຸນທາດການເມືອງທີ່ໝັກແໜ້ນ, ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນປະສົບຜົນສຳເລັດ, ດ້ານວຽກງານວິຊາສະເພາະ ມີເອື້ອຍນ້ອງແມ່ຍິງພະນັກງານ, ຄູ-ອາຈານ ຈໍານວນ 29 ສະຫາຍ ໄດ້ຮັບຕໍາແໜ່ງວິຊາການ ແລະອື່ນໆ.