ໃນຕອນເຊົ້າວັນທີ 10 ມີນາ 2021 ນີ້, ຫ້ອງການວິຊາການ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກິດຈະກຳເຜີຍແຜ່ຄວາມຮູ້ ໃນຫົວຂໍ້ “ຍົກສູງຄວາມຮັບຮູ້ກ່ຽວກັບການຮຽນຮ່ວມຂອງນັກສຶກສາພິການຕາ” ຂຶ້ນທີ່ຫ້ອງປະຊຸມສະໂມສອນ ຊັ້ນ II ມຊ. ໂດຍການເປັນປະທານຂອງທ່ານ ຮສ.ດຣ. ຄຳຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມຊ, ມີທ່ານ ວົງສອນ ພູມະນີວົງ ຮອງຜູ້ອຳນວຍການສູນສົງເສີມການສຶກສາຮຽນຮ່ວມ ກະຊວງສຶກສາທິການ ແລະກີລາ, ມີບັນດາທ່ານຫົວໜ້າຫ້ອງການ, ຫົວໜ້າໜ່ວຍງານຮັບຜິດຊອບວຽກງານການສຶກສາຮຽນຮ່ວມນັກສຶກສາພິການຕາຂອງແຕ່ລະຄະນະວິຊາ, ມີບັນດາແຂກຖືກເຊີນ, ມີບັນດາພະນັກງານ, ຄູ-ອາຈານ, ນັກສຶກສາພິການຕາ ແລະຕາງໜ້ານັກສຶກສາແຕ່ລະຄະນະວິຊາເຂົ້າຮ່ວມ.
ການສຶກສາຮຽນຮ່ວມເປັນກິດຈະກຳຈັດຕັ້ງປະຕິບັດເພື່ອຕອບສະໜອງໃຫ້ແກ່ຜູ້ຮຽນທີ່ມີຄວາມຕ້ອງການພິເສດທີ່ເຂົ້າມາຮຽນຮ່ວມຫ້ອງກັບນັກສຶກສາທົ່ວໄປ ຫຼືເອີ້ນວ່າຫ້ອງຮຽນຮ່ວມ ແລະຕອບສະໜອງນະໂຍບາຍແຫ່ງຊາດວ່າດ້ວຍການສຶກສາຮຽນຮ່ວມ. ການຈັດກິດຈະກໍາເຜີຍແຜ່ຄັ້ງນີ້ ແນ່ໃສ່ເຮັດໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວໄປ ຈາກ 6 ຄະນະວິຊາທີ່ມີນັກສຶກສາພິການຕາໄດ້ຮັບຮູ້ ແລະເຂົ້າໃຈເຖິງຄວາມສາມາດ ແລະຄວາມຈໍາເປັນໃນການຮຽນຮ່ວມຂອງນັກສຶກສາພິການຕາໃຫ້ມີຄວາມສະເໜີພາບໃນດ້ານການຮຽນຮູ້ຕ່າງໆຢ່າງເທົ່າທຽມກັນ.
ທ່ານ ຮສ.ດຣ. ຄຳຜົງ ນາມມະວົງມີໄຊ ໄດ້ຂຶ້ນກ່າວເປີດພິທີ, ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ງານດັ່ງກ່າວນີ້ ແມ່ນມີຄວາມຈຳເປັນ ແລະມີຄວາມສໍາຄັນຫຼາຍຕໍ່ການຮຽນຮູ້ຂອງນັກສຶກສາພິການຕາ. ມຊ ຂອງພວກເຮົາແມ່ນໄດ້ຮັບການມອບໝາຍຈາກກະຊວງສຶກສາທິການ ແລະກີລາ ໃຫ້ຈັດຕັ້ງປະຕິບັດກ່ຽວກັບວຽກງານການຮຽນຮ່ວມຂອງນັກສຶກສາພິການຕາ ມາແຕ່ສົກສຶກສາ 2015-2016, ມາເຖິງປັດຈຸບັນ ມຊ ມີນັກສຶກສາພິການຕາ ຮຽນຢູ່ 6 ຄະນະວິຊາ, ມີຈຳນວນ 20 ນ້ອງ ແລະໄດ້ສໍາເລັດການສຶກສາໃນສົກສຶກສາ 2018-2019 ຈໍານວນ 10 ນ້ອງ. ໃນນັ້ນ ມີນັກສຶກສາຈໍານວນ 3 ນ້ອງແມ່ນມີວຽກເຮັດແລ້ວ. ນັ້ນແມ່ນຍ້ອນການເອົາໃຈໃສ່ຂອງບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາທີ່ໄດ້ໃຫ້ການຮ່ວມມືເຊິ່ງກັນ ແລະກັນ ຈຶ່ງເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຜົນສຳເລັດ. ເຊິ່ງໂອກາດດັ່ງກ່າວ ທ່ານໄດ້ຕາງໜ້າຄະນະນຳ ມຊ ໄດ້ສະເໜີຕໍ່ກະຊວງສຶກສາທິການ ແລະກີລາເພື່ອໃຫ້ມີການກັ່ນຕອງ ແລະເລືອກເຟັ້ນໃຫ້ນັກສຶກສາພິການຕາໄດ້ເຂົ້າຮຽນໃນຫຼັກສູດທີ່ເໝາະສົມກັບນັກສຶກສາ, ໃຫ້ພິຈາລະນາອອກແບບຫຼັກສູດໃໝ່ທີ່ສອດຄ່ອງກັບຜູ້ຮຽນ, ໃຫ້ມີການຂົນຂວາຍລະດົມທຶນເພື່ອສົ່ງເສີມການສຶກສາຮຽນຮ່ວມໃຫ້ດີຂຶ້ນ ແລະສະເໜີໃຫ້ມີການກຳນົດນິຕິກຳຢ່າງລະອຽດຕື່ມອີກ. ພ້ອມນັ້ນທ່ານກໍໄດ້ສະເໜີຕໍ່ ມຊ. ໃນສົກສຶກສາ 2020-2021 ນີ້ແມ່ນໃຫ້ຮວມວຽກງານການຮຽນຮ່ວມເຂົ້າເປັນພະແນກດຽວກັນຄື ພະແນກການສຶກສາຮຽນຮ່ວມ ທີ່ຂຶ້ນກັບຫ້ອງການວິຊາການ ມຊ ແລະສະເໜີໃຫ້ທຸກພາກສ່ວນຕ້ອງໄດ້ຮ່ວມມືກັນສົ່ງເສີມນັກສຶກສາພິການຕາ, ເຜີຍແຜ່ໃຫ້ຄະນະນຳ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ ມຊ. ໃຫ້ເຂົ້າໃຈກ່ຽວກັບວຽກງານການສຶກສາຮຽນຮ່ວມຂອງນັກສຶກສາພິການຕາ ພ້ອມທັງແນະນໍາໃຫ້ແຕ່ລະພາກສ່ວນຊ່ວຍເຫຼືອເຂົາເຈົ້າຢ່າງຈິງໃຈ ແລະໃຫ້ມີຜົນສຳເລັດ.
ຈາກນັ້ນໃນພິທີ ຍັງໄດ້ຮັບຟັງກ່ຽວກັບນະໂຍບາຍ ແລະນິຕິກໍາຕ່າງໆຂອງການຮຽນຮ່ວມຕໍ່ກັບການສຶກສາຊັ້ນສູງ, ຮັບຟັງບົດລາຍງານການຈັດຕັ້ງປະຕິບັດການສຶກສາຮຽນຮ່ວມ, ສິ່ງທ້າທາຍ ແລະຜົນສຳເລັດຢູ່ໃນ ມຊ. ນອກຈາກນີ້, ໃນພິທີຍັງໄດ້ຊົມກິດຈະກຳຈາກນ້ອງນັກສຶກສາພິການຕາ ເປັນຕົ້ນແມ່ນ ການສາທິດການນໍາໃຊ້ເຄື່ອງເທັກໂນໂລຊີເຂົ້າໃນການຮຽນຮູ້ຂອງນັກສຶກສາພິການຕາ, ການສາທິດວິທີການຊ່ວຍເຫຼືອທີ່ຖືກວິທີຕໍ່ຄົນພິການຕາ, ການແຂ່ງຂັນການຂຽນອັກສອນນູນຂອງກຸ່ມນັກສຶກສາພິການຕາ, ການສົນທະນາກຸ່ມໃນຫົວຂໍ້ “ເພື່ອນຊ່ວຍເພື່ອນຢູ່ ມຊ” ແລະໄດ້ຮັບຊົມການສະແດງລະຄອນເລື່ອງ “ຄວາມຫວັງຂອງຂ້ອຍ”. ກິດຈະກໍາດັ່ງກ່າວແມ່ນໄດ້ດຳເນີນເປັນເວລາ 1 ວັນເຕັມ ຈຶ່ງໄດ້ປິດລົງ.
ພາບ ແລະ ຂ່າວ: ພູວັນ