
ມຊ.ຈັດຕັ້ງພິທີໄວ້ອາໄລເຖິງທ່ານຜູ້ນຳ ຕອນບ່າຍວັນທີ່ 19 ພຶດສະພາ 2014 ເວລາ 13:00 ນາທີ
ຕອນບ່າຍວັນທີ່ 19 ພຶດສະພາ 2014 ເວລາ 13:00 ນາທີ, ຢູ່ວິທະຍາເຂດດົງ, ໂສກປ່າຫລວງ, ດອນນັກຂຸ້ມ, ຕາດທອງ ແລະ ນາບົງ ບັນດາ ຄະນະນຳ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ໄດ້ຈັດ ພິທີໄວ້ອາໄລເຖິງດວງວິນຍານຂອງການນຳ 4 ທ່ານ ຄື ທ່ານພົນໂທ ດວງໃຈ ພິຈິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດທະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍພັນລະຍາ, ທ່ານ ດຣ. ທອງບັນ ແສງອາພອນ ເລຂາທິການສູນກາງພັກ, ລັດຖະມົນຕີວ່າການ ກະຊວງປ້ອງກັນຄວາມສະຫງົບ, ທ່ານສຸກັນ ມະຫາລາດ ເລຂາທິການ ສູນກາງພັກ, ເລຂາຄະນະພັກ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ເຈືອງ ສົມບູນຂັນ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ ພ້ອມດ້ວຍ ບຸກຄົນອື່ນໆຈຳນວນ 11 ຄົນ ທີ່ໄດ້ເຖິງແກ່ ອະສັນຍະກຳ ໃນເວລາ 6:25 ນາທີ ຂອງວັນທີ່ 17 ພຶດສະພາ 2014 ທີ່ແຂວງຊຽງຂວາງ. ເພື່ອລະນຶກເຖິງຄຸນງາມຄວາມດີ ທີ່ທ່ານໄດ້ອຸທິດແກ່ປະເທດຊາດ ແລະ ການປະຕິວັດເປັນເວລາຫຼາຍສິບປີ, ເພື່ອສະແດງຄວາມເສົ້າເສຍໃຈ ແລະ ອາໄລອາວອນ ເຖິງບັນດາທ່ານທີ່ຈາກໄປຢ່າງສຸດຊຶ້ງ ຄະນະນຳ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ. ໄດ້ຢືນກົ້ມຫົວໄວ້ອາໄລ ເປັນເວລາ 1 ນາທີ.
