ຫໍພັກຊີເກມປະຕິບັດ 3 ສ ໂດຍສະເພາະ ສ.ສີຂຽວ
ໃນມື້ວັນທີ 30/06/2014 ເວລາ 16:00 ຫ້ອງການຄຸ້ມຄອງຫໍພັກບ້ານຊີເກມ ໄດ້ເປີດພິທີປູກຕົ້ນໄມ້ ເພື່ອຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດເຂົ້າຮ່ວມພິທີມີທ່ານ ຮສ. ລໍາໄມ ພິພັກຂະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ຫ້ອງການສັງລວມຂອງ ມຊ, ເຄຫະ ມຊ, ຫົວໜ້າຫ້ອງການຄຸ້ມຄອງຫໍພັກບ້ານຊີເກມພ້ອມຄະນະ, ພະນັກງານຫ້ອງການ, ນັກສຶກສາລາວ ແລະ ນັກສຶກສາຕ່າງປະເທດ ປະມານ 53 ກວ່າຄົນ. ຕົ້ນໄມ້ທີ່ນໍາມາປູກມີ: ຕົ້ມໄມ້ແຕ້ຄ່າ ແລະ ໄມ້ກາກະເລົາ ລວມທັງໝົດ 72ຕົ້ນ, ປູກຢູ່ບໍລິເວນເດີ່ນຫໍພັກບ້ານຊີເກມເພື່ອສ້າງ ສ.ສີຂຽວ. ນອກຈາກກິດຈະກໍາປູກຕົ້ນໄມ້ແລ້ວ ທ່ານຮອງອະທິການບໍດີ, ແຂກຮັບເຊີນຈາກ ມຊ ພະນັກງານ ແລະ ນັກສຶກສາຫໍພັກຊີເກມ ຍັງໄດ້ຈັດກິດຈະກໍາຕີບູນເພື່ອສ້າງຄວາມສາມັກຄີມ່ວນຊື່ນຮ່ວມກັນອີກ.