NUOL RacingBusPlan

ກອງປະຊຸມວິຊາການ “ ການແຂ່ງຂັນແຜນທຸລະກິດ “ ໃນຕອນເຊົ້າວັນທີ 16 ກໍລະກົດ 2014 ນີ້

 ໃນຕອນເຊົ້າວັນທີ 16 ກໍລະກົດ 2014 ນີ້, ສະຖາບັນຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ມຊ. ໄດ້ຈັດກອງປະຊຸມວິຊາການຄັ້ງທີ 5 ໃນຫົວຂໍ້ “ການແຂ່ງຂັນແຜນທຸລະກິດເສັ້ນທາງສູ່ການເພີ້ມຂີດຄວາມ ສາມາດ ຂອງຜູ້ປະກອບການໜຸ່ມ ຢູ່ ສປປ ລາວ” ຂຶ້ນ, ໂດຍ ໃຫ້ກຽດເປັນປະທານຂອງທ່ານ ຮສ. ດຣ. ເພັດສະໝອນ ຄູນສະຫວັດ ຮອງອະທິການບໍດີ ມະຫາ ວິທະຍາໄລແຫ່ງຊາດ, ທ່ານ ໂຕຊິໂອ ກິໂນຊິຕະ ຜູ້ອຳນວຍການ ສະຖາບັນພັດທະນາ ຊັບພະຍາກອນ ມະນຸດ ລາວ-ຍີ່ປຸ່ນ, ທ່ານ ເຕຊູໂອ ຟູກຸຢາມາ ຊ່ຽວຊານອົງການໄຈກ້າປະຈຳ ສປປ ລາວ, ຜູ້ຕາງ ໜ້າທະນາຄານຕ່າງໆ, ສະຖາບັນການເງິນ, ນັກທຸລະກິດ, ນັກສຶກສາລະດັບປະລິນຍາໂທ ແລະບັນດາ ແຂກທີ່ຖືກເຊີນເຂົ້າຮ່ວມ.

NUOL RacingBusPlan

ໂອກາດນີ້, ທ່ານ ຮສ. ດຣ. ເພັດສະໝອນ ຄູນສະຫວັດ ຮອງອະທິການບໍດີ ມະຫາວິທະຍາ ໄລແຫ່ງຊາດ ທ່ານໄດ້ກ່າວ ຍ້ອງຍໍຊົມເຊີຍຜູ້ອຳນວຍການສະຖາບັນ ພັດທະນາຊັບພະຍາກອນມະນຸດ ຝ່າຍລາວ ແລະຝ່າຍຍີ່ປຸ່ນພ້ອມດ້ວຍຄະນະ, ທີ່ຍາມໃດກໍໄດ້ເອົາໃຈ ໃສ່ໃນການຮ່ວມມືພ້ອມກັນ ປະຕິບັດໜ້າທີ່ ຂອງຕົນໃນການພັດທະນາ ຂີດຄວາມສາມາດຂອງບຸກຄະລາກອນລາວຕະຫລອດມາ. ກອງປະຊຸມ ວິຊາການ ຄັ້ງທີ V ນີ້ ກໍເປັນກິດຈະກຳທາງວິຊາການໜຶ່ງ ແລະໜຶ່ງ ໃນບັນດາກອງປະຊຸມ ວິຊາການ ທີ່ບັນດາ ທ່ານໄດ້ຈັດຂຶ້ນໃນໂຄງການຮ່ວມມືລະຫວ່າງອົງການ ໄຈກາ ແລະ ມະຫາວິທະຍາໄລແຫ່ງຊາດໄລຍະທີ່ 3 ( ຊຶ່ງເປັນໂຄງການ 4 ປີ ເລີ່ມແຕ່ເດືອນກັນຍາ 2010 ຫາ ເດືອນສິງຫາ 2014). ໂຄງການຫຼັກສູດ ແລະ ບັນດາກິດຈະກຳວິຊາການດັ່ງກ່າວນີ້ ເປັນການປະກອບສ່ວນ ອັນໃຫຍ່ຫລວງຂອງໂຄງການ ເຂົ້າໃນ ການພັດທະນາ ຄວາມເຂັ້ມແຂງທາງດ້ານການບໍລິຫານ ແລະ ຄວາມ ສາມາດໃນການແຂ່ງຂັນ ຂອງພາກທຸລະກິດໜຸ່ມໃນ ສປປ ລາວ ພ້ອມທັງເປັນການຍົກສູງ ຄວາມຮູ້ ຄວາມສາມາດດ້ານການ ບໍລິຫານທຸລະກິດຂອງພະນັກງານຈາກພາກລັດ ແລະ ອົງການຈັດຕັ້ງຕ່າງໆຢູ່ ສປປ ລາວ ຊຶ່ງຈະໄດ້ ປະກອບສ່ວນເຮັດໃຫ້ທັງພາກລັດ ແລະ ພາກທຸລະກິດພາຍໃນ ສປປ ລາວ ສາມາດປັບປຸງຕົນເອງ ແລະກຽມພ້ອມປະເຊີນໜ້າກັບຍຸກແຫ່ງການເຊື່ອມໂຍງ ເສດຖະກິດ-ວັດທະນາທຳພາຍໃນອາຊຽນ ແລະ ເຊື່ອໜັ້ນວ່າການເຂົ້າຮ່ວມຮັບຟັງໃນຄັ້ງນີ້ ຈະໄດ້ເສີມສ້າງຄວາມຮູ້-ຄວາມສາມາດໃນການ ຂະຫຍາຍເຄື່ອຂ່າຍ ທຸລະກິດໄດ້ຢ່າງກວ້າງຂວາງ ແລະມີປະສິດທິພາບສູງຂຶ້ນ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.