NUOL WiFiສູນເຕັກໂນໂລຊີຂ່າວສານສຳເລັດການຕິດຕັ້ງ ລະບົບ WiFiຢູ່ອາຄານສຳນັກງານອະທິການທັງສອງຫລັງໄດ້ໃນລະດັບນຶ່ງ ແລະ ໄດ້ເປີດທົດລອງນຳໃຊ້ໄດ້ແບບທົ່ວໄປ

 

ສູນເຕັກໂນໂລຊີຂ່າວສານສຳເລັດການຕິດຕັ້ງ ລະບົບ WiFiຢູ່ອາຄານສຳນັກງານອະທິການທັງສອງຫລັງໄດ້ໃນລະດັບນຶ່ງ ແລະ ໄດ້ເປີດທົດລອງນຳໃຊ້ໄດ້ແບບທົ່ວໄປ ສຳລັບພະນັກງານທີ່ເຮັດວຽກຢູ່ສອງອາຄານ ຕັ້ງແຕ່ທ້າຍເດືອນ 06/2014 ເປັນຕົ້້ນມາ.

NUOL WiFi

ເພື່ອປະຕິບັດ 6ແຜນຍຸດທະສາດ 31 ແຜນງານຂອງມະຫາວິທະຍາໄລແຫ່ງຊາດ ໂດຍສະເພາະແຜນຍຸດທະສາດທີ 2: ແຜນງານທີ 7 ແລະ ແຜນຍຸດທະສາດທີ 5: ແຜນງານທີ 26 ໃຫ້ປາກົດຜົນເປັນຈິງ ໂດຍສືບຕໍ່ ການເຝິກອົບຮົມທີ່ຫ້ອງເຝິກອົບຮົມສູນໄອທີ ຕຶກ T ວ່າດ້ວຍການນຳໃຊ້ວຽກງານ ໄອຊີທີເຂົ້າໃນວຽກງານບໍລິຫານ, ການເຝິກອົບຮົມວຽກງານຂ່າວສານຄັ້ງທີ1 ທີ່ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ ແລະ ການເຝິກອົບຮົມການນຳໃຊ້ບາງເຄື່ອງມືດ້ານ ໄອຊີທີເຂົ້າໃນວຽກງານບໍລິຫານ.

ຄະນະໜ່ວຍພັກ ແລະ ຄະນະຜູ້ບໍລິຫານຂອງສູນເຕັກໂນໂລຊີຂ່າວສານ ໄດ້ຕັດສິນໃຈຕິດຕັ້ງລະບົບ WiFi ຢູ່ ຢູ່ອາຄານສຳນັກງານອະທິການທັງສອງຫລັງ ໂດຍນຳໃຊ້ອຸປະກອນທີ່ ຫລົງເຫລືອຈາກການນຳໃຊ້ໃນວຽກງານ ກິລາມະຫາວິທະຍາໄລອາຊຽນເປັນບາງຈຸດ ແລະ ນຳໃຊ້ແຮງງານນັກສຶກສາເຝຶກງານ ແລະ ພະນັກງານເຕັກນິກຂອງສູນເປັນແຮງຕິດຕັ້ງໂດຍບໍ່ນຳໃຊ້ງົບປະມານຂອງມະຫາວິທະຍາໄລ. ອຸປະກອນທີ່ນຳມາຕິດຕັ້ງຄັ້ງທຳອິດທັງໝົດມີ 8 ຊຸດ ແລະ ຍັງຈະສືບຕໍ່ຕິດຕັ້ງພາຍໃນຄາຄານ B ໃຫ້ສຳເລັດຂັ້ນຕໍ່ໄປ. ການຕິດຕັ້ງອຸປະກອນແບບ WiFiນີ້ເຮັດໃຫ້ພະນັກງານທີ່ເຮັດວຽກຢູ່ສອງອາຄານນີ້ເຂົ້າເຖິງອິນເຕີເນັດໄດ້ຢ່າງສະດວກ-ສະບາຍ ແລະ ສາມາດຕິດຕໍ່ຊື່ສານຜ່ານ applicationຕ່າງໆ ເຊັ່ນ: LINE, WhatApp, Viber, WeChat, Skype ແລະ Facebook ເຊິ່ງເປັນທາງເລືອກນຶ່ງທີ່ຈະເຮັດໃຫ້ການປະສານງານກັນທັງພາຍໃນ ແລະ ພາຍນອກມີຄວາມສະດວກ, ວ່ອງໄວ, ທັນໃຈ ແລະ ບໍ່ໄດ້ເສຍຄ່າໂທລະສັບສ່ວນຕົວອີກ.

ຖ້າສຳຫລັບພະນັກງານ ຫລື ບັນດາຫ້ອງການ ທີ່ເຮັດວຽກຢູ່ສອງອາຄານນີ້ ມີຄວາມສົນໃຈ ໃຫ້ຕິດຕໍ່ລາຍລະອຽດວິທີການນຳໃຊ້ໂດຍກົງ ທີ່ສູນເຕັກໂນໂລຊີຂ່າວສານມະຫາວິທະຍາໄລແຫ່ງຊາດ  

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.