NUOL FOFSຄະນະວິທະຍາສາດປ່າໄມ້ (ຄປມ)ມຊ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ

 

ໃນຕອນເຊົ້າວັນທີ 24 ກໍລະກົດ 2014 ນີ້, ຄປມ ແລະກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວໄດ້ຮ່ວມກັນເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຂຶ້ນ ທີ່ຫ້ອງປະຊຸມຕຶກຄະນະບໍດີ ຄະນະຄປມ, ຝ່າຍ ຄປມ ເຊັນໂດຍທ່ານ ຮສ.ດຣ ຮຸ່ງເພັດ ຈັນທະວົງ ຄະນະບໍດີ ຄປມ, ຝ່າຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເຊັນໂດຍທ່ານ ຂັນທອງ ມະໂນທຳ ຫົວໜ້າຫ້ອງການກະຊວງຖະແຫຼ່ງຂາວ, ວັດທະນະທຳ ແລະທ່ອງທ່ຽວ, ມີຮອງຄະນະບໍດີ, ບັນດາຫົວໜ້າພະແນກ, ຫົວໜ້າພາກວິຊາ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

NUOL FOFS

ການເຊັນບົດບັນທຶກຄັ້ງນີ້ ແມ່ນເພື່ອເປັນການສືບຕໍ່ສັນຍາໃນໄລຍະທີ I ປີ 2006 - 2009 ແລະໄລຍະທີ II ປີ 2011 -2013 ເພື່ອປະກອບສ່ວນສົມທົບ ແລະຮ່ວມມືກັນພັດທະນາດ້ານວິຊາການ ໂດຍສະເພາະແມ່ນການ ສືບຕໍ່ປັບປຸງ ແລະສ້າງຫຼັກສູດລະດັບປະລິນຍາຕີ ແລະປະລິນຍາໂທ, ການຄົ້ນຄ້ວາວິໄຈ, ການລົງໄປທັດສະນະສຶກສາ, ການລົງເຝິກຫັດຕົວຈິງໃນພາກສະໜາມ ຂອງຄູ-ອາຈານ ແລະນັກສຶກສາໃນຂົງເຂດຂະແໜງການທ່ອງທ່ຽວໃນທາງອະນຸລັກ, ການຍົກລະດັບພະນັກງານ ແລະຄູ-ອາຈານ, ລວມທັງການຈັດກອງປະຊຸມຝຶກອົບຮົມທັງພາຍໃນ ແລະຕ່າງປະເທດ.

ໂອກາດນີ້ ທັງສອງທ່ານ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງໄດ້ພ້ອມກັນດຳເນີນການຕາມເນື້ອໃນຈິດໃຈໃນບົດບັນທຶກດັ່ງກ່າວໃຫ້ໄດ້ຮັບຜົນສຳເລັດ ແລະມີປະສິດຕິພາບເປັນຢ່າງສູງ, ໂດຍສະເພາະແມ່ນການຂົນຂວາຍຊອກຫາແຫຼ່ງທຶນເພື່ອມາສະໜັບ-ສະໜູນໃນການປະຕິບັດກິດຈະກຳຕ່າງໆໃຫ້ປາກົດຜົນເປັນຈິງ.  

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.