ໂຮງຮຽນພອນສະຫວັນ ກັບການພັດທະນານັກຮຽນເກັ່ງ ໂຮງຮຽນພອນສະຫວັນ ແລະຊົົົນເຜົ່າ-ກຽມມະຫາວິທະຍາໄລ ມະຫາວິທະຍາໄລແຫ່ງຊາດ,

ໂຮງຮຽນພອນສະຫວັນ ແລະຊົົົນເຜົ່າ-ກຽມມະຫາວິທະຍາໄລ ມະຫາວິທະຍາໄລແຫ່ງຊາດ, ແມ່ນໂຮງຮຽນໜຶ່ງທີຂຶ້ນກັບ ມະຫາວິທະຍາໄລແຫ່ງຊາດ, ມີທີ່ຕັ້ງຢູ່ ວິທະຍາເຂດດົງໂດກ,ໂຮງຮຽນພອນສະຫວັນແລະຊົນເຜົ່າ-ກຽມມະຫາວິທະຍາໄລແຫ່ງຊາດແມ່ນຂອງຂວັນຈາກລັດຖະບານ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສ້າງຕັ້ງ ແລະປະຕິບັດການຮຽນ-ການສອນມາແຕ່ທ້າຍ ສົກຮຽນ 2006-2007;ການຮັບນັກຮຽນເຂົ້າຮຽນ ແມ່ນໃຊ້ວິທີສອບເສັງຄັດເລືອກເອົານັກຮຽນເກັ່ງເຂົ້າຮຽນ, ສົກຮຽນທໍາອິດ ຄັດເລືອກເຂົ້ານັກຮຽນຊັ້ນ ມ1: 48 ຄົນ,ມ5: 24 ຄົນ ແລະໄດ້ຮັບເອົານັກຮຽນຊົນເຜົ່າ, ເຂດຊົນນະບົດ-ຫ່າງໄກສອກຫລີກ, ດ້ອຍໂອກາດ, ກໍາພ້າ, ກໍາພອຍ, ຜູ້ທຸກຍາກ ທີ່ຮຽນເກັ່ງຈາກການໃຫ້ທຶນ ຂອງລັດຖະບານປີລະ 45 ຄົນ. ນອກນີ້ ຍັງໃຫ້ໂອກາດນັກຮຽນຜູ້ທຸກຍາກແຕ່ຮຽນເກັ່ງ ແລະຈົບມັດທະຍົມຕອນປາຍແລ້ວໃຫ້ມາຮຽນກຽມອີກ1 ປີ ເພື່ອເສັງເຂົ້າ ມະຫາວິທະຍາໄລ ແລະໂຮງຮຽນຊັ້ນສູງຕ່າງໆ ໂດຍມີເປົ້າໝາຍຈະສ້າງເປັນພະນັກງານສືບທອດ ພາຍຫຼັງຮຽນຈົບວິຊາສະເພາະໃດໜຶ່ງແລ້ວ ໃຫ້ກັບຄືນບ້ານເພື່ອ ໄປນໍາພາພັດທະນາ ທ້ອງຖິ່ນຂອງຕົນ. ນັກຮຽນຊົນເຜົ່ານີ້ ຈະໄດ້ຮັບການອຸດໝູນຮອບດ້ານຈາກລັດຖະບານ ຕະຫຼອດໄລຍະການຮຽນ.

ໂຮງຮຽນພອນສະຫວັນ ໄດ້ດໍາເນີນການຮຽນ-ການສອນດ້ວຍຄວາມເອົາໃຈໃສ່ ແລະຄວາມຮັບຜິດຊອບສູງ, ເບື້ອງຕົ້ນມີຄະນະອໍານວຍການ 3 ທ່ານ,ໂດຍແມ່ນທ່ານ ດຣ. ຄໍາຕັນ ສົມວົງເປັນຜູ້ອໍານວຍການ, ໄລຍະຕໍ່ມາ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການປັບປຸງກົງຈັກການຈັດຕັ້ງໂຮງຮຽນດັ່ງກ່າວຄືນໃຫມ່ ອຈ. ສິມມາ ພາຣະຍົກ ໄດ້ເປັນວ່າການຜູ້ອໍານວຍການຄົນໃໝ່ ນັບແຕ່ວັນທີ 4 ມີນາ 2011 ເຖິງວັນທີ 24 ທັນວາ 2013 ແລະ ມາໃນສົກຮຽນ 2013-2014, ໄດ້ມີການປັບປຸງກົງຈັກການຈັດຕັ້ງອີກເທື່ອໜຶ່ງ ທ່ານ ຮສ.ດຣ ຄໍາພຸດ ພົມມະສອນ ໄດ້ຮັບກຽດເປັນ ວ່າການຜູ້ອໍານວຍການຄົນໃໝ່ຈົນເຖິງປັດຈຸບັນ.ປັດຈຸບັນນີ້ທົ່ວໂຮງຮຽນພອນສະຫວັນ ແລະຊົນເຜົ່າ-ກຽມມະຫາວິທະຍາໄລ ມີພະນັກງານ ຄູອາຈານທັງໝົດ 57 ທ່ານ, ຍິງ 34 ທ່ານ ໂຮງຮຽນພອນສະຫວັນ ແລະຊົນເຜົ່າ-ກຽມມະຫາວິທະຍາໄລແຫ່ງນີ້: ຍາມໃດກໍຢຶດຖືຄຸນນະພາບ ແລະມາດຖານດ້ານລະບຽບເປັນຕົ້ນຕໍ.

ທ່ານ ນັກອ່ານທີ່ຮັກແພງໃນຕະຫຼອດຫຼາຍສົກຮຽນຜ່ານມານີ້, ໂຮງຮຽນພອນສະຫວັນ ແລະຊົນເຜົ່າ-ກຽມມະຫາວິທະຍາໄລໄດ້ດໍາເນີນວຽກງານບໍລິຫານ ແລະວຽກງານວິຊາການດ້ວຍຄວາມຮັບຜິດຊອບສູງ ແລະໄດ້ຮັບຜົນສໍາເລັດໃນທຸກໆວຽກງານເປັນກ້າວໆມາ, ເປັນຕົ້ນແມ່ນໄດ້ຕັ້ງໜ້າສ້າງໃຫ້ນັກຮຽນຂອງຕົນ ມີຄວາມຮູ້-ຄວາມສາມາດ ແລະສົ່ງເຂົ້າສອບເສັງນັກຮຽນເກັ່ງໃນລະດັບຊາດ. ທ່ານ ຮສ. ດຣ. ຄໍາພຸດ ພົມມະສອນວ່າການຜູ້ອໍານວຍການໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ ໄດ້ໃຫ້ສໍາພາດຕໍ່ ທ່ານ ອຈ.ນາງ ມະນີສຸກ ຈຽມສີສຸລາດ ຮອງຫົວໜ້າຫ້ອງການສັງລວມ ໃນນາມຜູ້ຊີ້ນໍາວຽກງານ ຂ່າວສານຫ້ອງການສັງລວມ ມະຫາວິທະຍາໄລແຫ່ງຊາດພ້ອມດ້ວຍຄະນະເມື່ອບໍ່ດົນມານີ້ວ່າ: “ການສ້າງນັກຮຽນເກັ່ງນັ້ນຕົ້ນຕໍແມ່ນພາກສ່ວນຂອງນັກຮຽນເຊິ່ງສ່ວນໜຶ່ງແມ່ນມີພື້ນຖານມາແຕ່ດົນແລ້ວ ສົມທົບໃສ່ການຂຶ້ນຫ້ອງຮຽນນໍາຄູ-ອາຈານແລະການສອນບໍາລຸງນັກຮຽນເກັ່ງເຊິ່ງເລີ່ມຈາກການສອບເສັງຄັດເລືອກພາຍໃນໂຮງຮຽນສາກ່ອນເພື່ອກຽມເຂົ້າແຂ່ງຂັນ ໃນລະດັບຊາດຕໍ່ໄປ ອັນເປັນໂອກາດໃຫ້ນັກຮຽນໄດ້ມີການພັດທະນາຄວາມຮູ້ຄວາມສາມາດຂອງຕົນ. ການສອບເສັງນັກຮຽນເກັ່ງໄດ້ຈັດຂຶ້ນທຸກໆປີ ນັບແຕ່ສົກຮຽນ 2008-09ເປັນຕົ້ນມາ; ເຊິ່ງໄດ້ຈັດບໍາລຸງ 4 ວິຊາຫຼັກ ຄື: ຄະນິດສາດ, ຟີຊິກສາດ,ເຄມີສາດ ແລະພາສາລາວ ວັນນະຄະດີ ວິຊາລະ 120ຊົ່ວໂມງ ລວມທັງ ມ4 ແລະ ມ7 ໄດ້ຄັດເລືອກເອົານັກຮຽນເກັ່ງແຕ່ລະຫ້ອງມາຮຽນບໍາລຸງ”.

ໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ ແມ່ນໜຶ່ງໃນໂຮງຮຽນສາມັນສຶກສາຂອງລັດທີ່ໄດ້ເໜັ້ນຄຸນນະພາບໃນການຮຽນ-ການສອນເປັນຫຼັກ ລວມທັງຄຸນສົມບັດສິນທໍາປະຕິວັດ ເປັນຕົ້ນຕໍ, ໃນແຕ່ລະສົກຮຽນ ໂຮງຮຽນພອນສະຫວັນໄດ້ສົ່ງນັກຮຽນ ທີ່ມີພອນສະຫວັນ ຫຼືນັກຮຽນເກັ່ງຂອງຕົນເຂົ້າສອບເສັງນັກຮຽນເກັ່ງລະດັບຊາດ ແລະຜ່ານການສອບເສັງແມ່ນສາມາດຍາດໄດ້ອັນດັບຕ່າງໆ, ອັນໄດ້ສ້າງຊື່ສຽງໃຫ້ແກ່ໂຮງຮຽນ ກໍຄື ມະຫາວິທະຍາໄລແຫ່ງຊາດລາວ ຕະຫຼອດມາ ເຊັ່ນ: ສົກຮຽນ 2008-2009 ໄດ້ຄັດເລືອກເອົານັກຮຽນເກັ່ງ 20 ຄົນມາຮຽນບຳລຸງ ແລະ ສົ່ງເຂົ້າສອບເສັງນັກຮຽນເກັ່ງ ລະດັບຊາດ4 ຄົນ ຕິດລະດັບຊາດໝົດ 4 ຄົນ,ສົກຮຽນ 2009-10ໄດ້ຄັດເລືອກເອົານັກຮຽນເກັ່ງ176 ຄົນ ມາຮຽນບຳລຸງ ແລະ ສົ່ງເຂົ້າສອບເສັງນັກຮຽນເກັ່ງ ລະດັບຊາດ 4 ຄົນ, ຕິດລະດັບຊາດ3 ຄົນ, ສົກຮຽນ 2010-11 ໄດ້ຄັດເລືອກເອົານັກຮຽນເກັ່ງ267 ຄົນ ມາຮຽນບຳລຸງ ແລະ ສົ່ງເຂົ້າສອບເສັງນັກຮຽນເກັ່ງ ລະດັບຊາດ 6 ຄົນ, ຕິດລະດັບຊາດ 4 ຄົນ, ສົກຮຽນ 2011-12 ໄດ້ຄັດເລືອກເອົານັກຮຽນເກັ່ງ458 ຄົນ ມາຮຽນບຳລຸງ ແລະ ສົ່ງເຂົ້າສອບເສັງນັກຮຽນເກັ່ງ ລະດັບຊາດ 8 ຄົນ, ຕິດລະດັບຊາດ 6 ຄົນ, ສົກຮຽນ 2012-2013 ໄດ້ຄັດເລືອກເອົານັກຮຽນເກັ່ງ446 ຄົນ ມາຮຽນບຳລຸງ ແລະ ສົ່ງເຂົ້າສອບເສັງນັກຮຽນເກັ່ງ ລະດັບຊາດ 12 ຄົນ, ຕິດລະດັບຊາດ 7 ຄົນ ແລະ ສົກຮຽນ 2013-2014ໄດ້ຄັດເລືອກເອົານັກຮຽນເກັ່ງ 446 ຄົນ ມາຮຽນບຳລຸງ ແລະ ສົ່ງເຂົ້າສອບເສັງນັກຮຽນເກັ່ງ ລະດັບຊາດ 4 ຄົນ, ຕິດລະດັບຊາດ 2 ຄົນ,ໄດ້ແກ່ ນາງ ສຸນິດຕາ ພິມມະສອນ ນັກຮຽນເກັ່ງ ອັນດັບທີ 1 ຊັ້ນ ມ4ສາຂາວິຊາ ວິຊາຄະນິດສາດ ແລະ ນາງ ທິບພະສອນ ພິລາພັນເດດ ຊັ້ນ ມ4,ນັກຮຽນເກັ່ງອັນດັບທີ 1 ສາຂາວິຊາ ພາສາລາວ-ວັນນະຄະດີ. ຜ່ານການສໍາພາດ ນັກຮຽນເກັ່ງທັງສອງນ້ອງໄດ້ເປີດເຜີຍຕໍ່ຄະນະຮັບຜິດຊອບວຽກງານຂ່າວສານ ມະຫາວິທະຍາໄລແຫ່ງຊາດພວກເຮົາວ່າ: ການທີ່ຕົນເອງເສັງໄດ້ອັນດັບ 1 ນັກຮຽນເກັ່ງລະດັບຊາດນັ້ນ, ບໍ່ແມ່ນໄດ້ມາໂດຍຄວາມບັງເອີນ ແຕ່ໄດ້ມາດ້ວຍຄວາມຕັ້ງໃຈ,ດຸໝັ່ນຂະຫຍັນພຽນຄົ້ນຄົ້ວາຮໍ່າຮຽນເຂົ້າຫໍສະໝຸດອ່ານໜັງສືເພື່ອເອົາຂໍ້ມູນຕ່າງໆ.
ແກ້ວຽກບ້ານໃຫ້ແລ້ວໃນແຕ່ລະວັນດ້ວຍຄວາມເຂົ້າໃຈ,ຊອກຂໍ້ມູນນໍາອິນເຕີເນັດ.ຍ້ອນຄວາມພະຍາຍາມໃນການຮໍ່າຮຽນ ມາແຕ່ເມື່ອຕອນເຍົາໄວ, ຮູ້ຈັກແບ່ງເວລາຫລິ້ນ, ແບ່ງເວລາຮຽນແລະເອົາໃຈໃສ່ຮຽນ ທຸກວິຊາຢ່າງສະເໝີຕົ້ນ-ສະເໝີປາຍທັງຮຽນຢູ່ໃນຫ້ອງ ແລະຢູ່ເຮືອນນໍາພໍ່ແມ່,ທັງຊ່ວຍວຽກພໍ່ແມ່ ແລະສອນໜັງສືໃຫ້ນ້ອງ ຫວັງຢາກໃຫ້ເຂົາເຈົ້າຮຽນເກັ່ງຄືກັບຕົນເອງ.
ແມ່ນແລ້ວ, ການທີ່ນັກຮຽນ ຫຼື ເດັກຄົນໃດໜຶ່ງໄດ້ຮັບຜົນສໍາເລັດ ຫຼື ມີຜົນການຮຽນທີ່ດີແລະສາມາດຍາດໄດ້ນັກຮຽນເກັ່ງລະດັບຊາດນັ້ນແມ່ນເປັນສິ່ງທີ່ປະເສີດ,ເປັນລູກກະຕັນຍູນອກຈາກເດັກຫາກມີຄວາມມຸ້ງຫວັງ ຕັ້ງໃຈຮຽນແລ້ວພວກເຮົາກໍບໍ່ປະຕິເສດໄດ້ແຮງຈູງໃຈ,ອູ້ມຊູຍູ້ໜູນຈາກສະຖາບັນຄອບຄົວ ພໍ່ແມ່ ຜູ້ລ້ຽງດູຊຶ່ງເປັນບຸກຄົນສໍາຄັນຕົ້ນຕໍໃນການຮໍ່າຮຽນຂອງລູກເຕົ້າໃນສັງຄົມເຮົາ,ທີ່ຈິງແລ້ວມັນກໍເປັນເຊັ່ນນັ້ນແທ້ພໍ່ແມ່ທີ່ມີຄວາມເຂົ້າໃຈແລະໃຫ້ຄວາມສຳຄັນຕໍ່ການຮຽນ ແລະສະພາບແວດລ້ອມອ້ອມຕົວຂອງລູກ, ຮູ້ຈັກລ້ຽງດູ-ສັ່ງສອນ ພ້ອມທັງເປັນກໍາລັງໃຈ, ກໍາລັງຊັບ ສົ່ງເສີມໃຫ້ລູກໄດ້ຮໍ່າຮຽນ ແລະໃກ້ຊິດ-ຕິດແທດກັບລູກຢ່າງສະເໝີຕົ້ນ-ສະເໝີປາຍນັ້ນກໍແນ່ນອນວ່າລູກຈະໄດ້ຮຽນຈົບ ແລະມີຜົນສໍາເລັດທີ່ດີ, ມີແສງສະຫວ່າງໃນຊີວິດ. ແຕ່ກົງກັນຂ້າມ ເດັກບາງຄົນເກີດຢູ່ໃນຄອບຄົວ ທີ່ມີຖານະດີ, ມີພຽບພ້ອມທຸກສິ່ງ-ທຸກຢ່າງ, ແຕ່ຖືເບົາຕໍ່ການຮໍ່າຮຽນຂອງລູກ, ບໍ່ໃກ້ຊິດ-ຕິດແທດກັບລູກ ມີແຕ່ຊຸກຍູ້-ສົ່ງເສີມແຕ່ວັດຖຸ-ເງິນຄໍາປ່ອຍໃຫ້ລູກ ບໍລິຫານຕົນເອງໃນກໍລະນີນີ້ ລູກອາດຈະບໍ່ໄປເຖິງຝັນ, ຮຽນບໍ່ຈົບ ກໍເປັນໄດ້.ທ່ານ ເລີດວິໄລ ພິມມະສອນ ພໍ່ຂອງ ນາງສຸນິດຕາ ພິມມະສອນ ນັກຮຽນເກັ່ງອັນດັບ 1 ສາຂາວິຊາ ພາສາລາວ-ວັນນະຄະດີ ລະດັບປະເທດ ຊັ້ນ ມ4 ໄດ້ເປີດໃຈ ຕໍ່ຄະນະຂ່າວສານ ມະຫາວິທະຍາໄລແຫ່ງຊາດ ພວກເຮົາຕອນໜຶ່ງວ່າ: “ຂ້າພະເຈົ້າມີອາຊີບກໍາມະກອນ, ລາຍໄດ້ບໍ່ຫຼາຍ ນອກຈາກການທໍາມາຫາກິນ ວຽກສໍາຄັນອັນໜຶ່ງ ໃນຄອບຄົວກໍແມ່ນໃກ້ຊິດ-ຕິດແທດ ເອົາໃຈໃສ່ ໃນການຮໍ່າຮຽນຂອງລູກ, ດ້ວຍຄວາມເປັນຫ່ວງຢ້ານລູກຮຽນບໍ່ເກັ່ງ ຫຼາຍປີທີ່ຜ່ານມາ ໄດ້ຕິດຕາມ ຊອກຫາໂຮງຮຽນຊື່ດັງ, ມີຄຸນນະພາບ ແລ້ວພາລູກໄປເສັງ, ໃນທີ່ສຸດກໍໄດ້ ພາລູກ 2 ຄົນ ໜຶ່ງໃນນັ້ນ ກໍແມ່ນ ນາງ ສຸນິດຕາ ພິມມະສອນມາເສັງເຂົ້າໂຮງຮຽນພອນສະຫວັນ ແລະຊົນເຜົ່າ-ກຽມມະຫາວິທະຍາໄລ ແລະລູກສາວທັງສອງກໍເສັງໄດ້ແບບສົມບູນໂດຍປາສະຈາກເງື່ອນງຳຈາກການທຸຈະລິດໄດໆແລະຖືກຄັດເລືອກຮັບເຂົ້າຮຽນຢູ່ໂຮງຮຽນດັ່ງກ່າວ, ຈາກຜົນສຳເລັດດັ່ງກ່າວໄດ້ເຮັດໃຫ້ພໍແມ່ມີກຳລັງໃຈສືບຕໍ່ ຊຸກຍູ້ສົ່ງເສີມລູກຕະຫຼອດມາ, ຈົນໃນທີ່ສຸດ ນາງ ສຸນິດຕາ ພິມມະສອນ ກໍສາມາດກ້າວຂື້ນເສັງໄດ້ນັກຮຽນເກັ່ງລະດັບຊາດ”
ຈາກຜົນງານ ແລະປະສົບການ ໃນການສ້າງນັກຮຽນເກັ່ງລະດັບຊາດໃນຫຼາຍສົກຮຽນຜ່ານມາ ກໍຄືການຮັກສາມູນເຊື້ອ ແລະຊື່ສຽງທີເຄີຍມີມານັ້ນ;ທ່ານ ຮສ. ດຣ. ຄໍາພຸດ ພົມມະສອນ ຍັງກ່າວກັບພວກເຮົາອີກວ່າ: ຕໍ່ໜ້ານີ້, ໂຮງຮຽນພອນສະຫວັນ ແລະຊົນເຜົ່າ-ກຽມມະຫາວິທະຍາໄລ, ຈະສືບຕໍ່ພັດທະນາໂຮງຮຽນຂອງຕົນໃຫ້ເປັນໂຮງຮຽນທີ່ມີຄຸນນະພາບ ເພື່ອໃຫ້ສອດຄ່ອງກັບແຜນຍຸດທະສາດການສຶກສາໄລຍະໃໝ່ ກໍຄື ປະຕິບັດຕາມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ IX ຂອງສູນກາງພັກ, ແນໃສ່ 4 ບຸກທະລຸ ທີ່ພັດທະນາຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ, ໃນອັນດັບຕົ້ນໆ ຈະຕ້ອງໃຫ້ຜູ້ສອນ ແລະຜູ້ຮຽນ, ມີຄວາມຮູ້, ມີຄວາມສາມາດມີວິທະຍາສາດໃນລະດັບ ໃດໜຶ່ງທີແນ່ນອນ (ຄູເກັ່ງ-ນັກຮຽນເກັ່ງ)ມີວັດທະນະທໍາ, ມີຄວາມຮັກຊາດ, ຮູ້ຮັກສິ່ງແວດລ້ອມ, ຮັບຮູ້ສະພາບການປ່ຽນແປງຂອງຍຸກສະໄໝແລະຮູ້ຈັກພັດທະນາຕົນເອງຕະຫຼອດເວລາ. ຖ້າປະຕິບັດໄດ້ຄືດັ່ງກ່າວ, ຜູ້ສອນຈິ່ງຈະສົມກັບເປັນແມ່ພິມຂອງຊາດ ແລະຜູ້ຮຽນຈຶ່ງຈະສົມເປັນລູກທີ່ດີຂອງພໍ່ແມ່, ເປັນນັກຮຽນທີ່ດີຂອງຄູ-ອາຈານຂອງໂຮງຮຽນ, ຢາກເຮັດໄດ້ຄືແນວນັ້ນ ໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ ໄດ້ວາງຄາດໝາຍສູ້ຊົນໄວ້ວ່າຈະແຂ່ງຂັນກັນສອນດີ ຮຽນເກັ່ງ ແລະພັດທະນາຕົນເອງຢູ່ຕະຫຼອດເວລາ, ຊອກຫາ-ເລືອກເຟັ້ນເອົາຄູສອນດີ ແລະເອົານັກຮຽນທີ່ຮຽນເກັ່ງ, ສ້າງແນວຄິດທີ່ກະຕືລືລົ້ນ ຮັກອາຊີບແພງເດັກ ແລະເດັ່ນດ້ານຈັນຍາບັນຄູ, ເປັນພົນລະເມືອງດີ ມີລະບຽບວິໄນທີເປັນເລີດ ແລະປະຕິບັດລະບຽບ-ກົດໝາຍຢ່າງເຂັ້ມງວດ ແລະຮູ້ຮັກ-ພັດທະນາ ວັດທະນະທໍາ ແລະສິ່ງແວດລ້ອມເປັນຕົ້ນ.