ຄະນະສະຖາປັດຕະຍະກຳສາດຈັດກອງປະຊຸມສຳມະນາ ເພື່ອເປັນການປັບປຸງລະບົບບໍລິຫານວຽກງານພາຍໃນ ຄະນະສະຖາປັດຕະຍະກຳສາດໃຫ້ໄດ້ດີຫຍິ່ງຂຶ້ນ
ໃນຕອນເຊົ້າວັນທີ 30 ກໍລະກົດ 2014 ນີ້, ຄະນະສະຖາປັດຕະຍະກຳສາດ ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້ “ຍົກສູງບົດບາດ ແລະຄວາມຮັບຜິດຊອບ ຂອງພະນັກງານ, ຄູ-ອາຈານຕໍ່ການປະຕິບັດໜ້າທີ່ດ້ານວິຊາການ ແລະການບໍລິຫານ ຂອງຄະນະວິຊາໃຫ້ເຂັ້ມແຂງ ແລະໜັກແໜ້ນ” ຂຶ້ນ ທີ່ຫ້ອງປະຊຸມຂອງຄະນະດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຮສ.ດຣ ສາຍຂອງ ສາຍນາສິນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ດາສັກ ອຸເທນທະປັນຍາ ຄະນະບໍດີ, ຮອງຄະນະບໍດີ, ຕາງໜ້າພາກສວ່ນຕ່າງໆອອ້ມຂ້າງ ມຊ, ຫົວໜ້າຫ້ອງການ, ຫົວໜ້າພະແນກ, ຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານຄະນະດັ່ງກ່າວເຂົ້າຮ່ວມ.
ພາຍຫລັງ, ທ່ານ ຮສ.ດຣ ສາຍຂອງ ສາຍນາສິນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ໄດ້ຂື້ນກ່າວເປີດກອງປະຊຸມ, ທ່ານ ຮສ. ດາສັກ ອຸເທນທະປັນຍາ ກໍໄດ້ຂຶ້ນລາຍງານສະພາບການຊີ້ນຳ-ນຳພາຄຸ້ມຄອງພະນັກງານ, ຄູ-ອາຈານໃນໄລຍະຜ່ານມາ ແລະທິດທາງການພັດທະນາຄະນະວິຊາເຖິງປີ 2020 ໂດຍສັງເຂບ. ຫລັງຈາກນັ້ນ, ກອງປະຊຸມກໍໄດ້ດຳເນີນການສຳມະນາໃນຫົວຂໍ້ທີ່ກ່າວມາຂ້າງເທິງ ໃນນີ້ທ່ານ ຄະນະບໍດີ ກ່າວແໜ້ນໃຫ້ກອງປະຊຸມ ເອົາໃຈໃສ່ເຈາະຈີ້ມ, ຊອກຮູ້ບັນຫາໃຫ້ເລິກເຊີ່ງ ດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ກອງປະຊຸມຄັ້ງນີ້ປະສົບຜົນສຳເລັດຕາມເປົ້າໝາຍ ໂດຍຈັດນັກສຳມະນາກອນອອກເປັນ ກຸ່ມ. ໃຫ້ແຕ່ລະກຸ່ມຄົ້ນຄ້ວາຕາມຫົວຂໍ້ທີ່ກຳນົດໃຫ້ຄື:
1. ການຊີ້ນຳ-ນຳພາ, ຄຸ້ມຄອງພະນັກງານຄູ-ອາຈານ ແລະ ການປະຕິບັດໜ້າທີ່ໃນໄລຍະທີ່ຜ່ານມາມີບັນຫາແນວໃດແດ່?
2. ຕໍ່ກັບບັນຫາຕ່າງໆທີ່ເກີດຂຶ້ນນັ້ນ, ທ່ານຄິດວ່າມີສາເຫດເກີດມາຈາກຫຍັງ ແລະຈະມີວິທີການ ຫຼື ມາດຕະການໃນການແກ້ໄຂຄືແນວໃດ?
3. ທິດທາງ ຫຼື ວິໄສທັດຕໍ່ການພັດທະນາຄະນະວິຊາໃນອະນາຄົດ (ເຖິງປີ 2020), ທ່ານຄິດວ່າຈະດຳເນີນການແນວໃດແດ່
ກອງປະຊຸມສຳມະນາ ໄດ້ດຳເນີນໄປດ້ວຍບັນຍາກາດອັນສັາງສັນ, ໄດ້ຮັບໝາກຜົນເປັນຢ່າງດີ ແລະໃຊ້ເວລາໜຶ່ງວັນ.ຄາດວ່າໃນຕໍ່ໜ້າຄະນວິຊາຕ່າງໆ ລວມທັງບັນດາຫ້ອງການກໍຈະນຳໄປເປັນບົດຮຽນ ແລະກ້າວໄປເຖິງເປີດສຳມະນາພາຍໃນພາກສວ່ນຂອງຕົນຂຶ້ນໃນຂັ້ນຕໍ່ໄປ.
ພາບຖ່າຍກິດຈະກຳ: https://picasaweb.google.com/107441718450994229956/July312014