
ທ່ານ ຮສ. ດຣ ສາຍຂອງ ສາຍນາສິນ ຕ້ອນຮັບ ການມາຢ້ຽມຢາມຂອງ ທ່ານ ດຣ. ຮ່າຊວນກວ່າງ ເລຂາຄະນະພັກມະຫາວິທະຍາໄລ ອຸດສາຫະກຳຮ່າໂນ້ຍ
ທ່ານ ຮສ. ດຣ ສາຍຂອງ ສາຍນາສິນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ຕ້ອນຮັບ ການມາຢ້ຽມຢາມຂອງ ທ່ານ ດຣ. ຮ່າຊວນກວ່າງ ຮອງອະທິການບໍດີ ເລຂາຄະນະພັກມະຫາວິທະຍາໄລ ອຸດສາຫະກຳຮ່າໂນ້ຍ ສສ.ຫວຽດນາມ ພ້ອມດ້ວຍຄະນະ, ໃນຕອນບ່າຍວັນທີ 29 ກໍລະກົດ 2014 ທີ່ຜ່ານມາ ທີ່ຫ້ອງຮັບແຂກຂອງສຳນັກງານອະທິການບໍດີ

ຈຸດປະສົງໃນການມາຢ້ຽມຢາມຄັ້ງນີ້, ແມ່ນເພື່ອປຶກສາຫາລືກ່ຽວກັບການຮ່ວມມືດ້ານວິຊາການ, ການແລກປ່ຽນພະນັກງານ, ຄູ-ອາຈານ ແລະນັກສຶກສາ, ການໄປເຝິກງານຂອງນັກສຶກສາພາກວິຊາພາສາຫວຽດນາມ ທີ່ມະຫາວິທະຍາໄລ ອຸດສາຫະກຳຮ່າໂນ້ຍ ສສ ຫວຽດນາມ ແລະການຄົ້ນຄ້ວາວິໄຈຮ່ວມກັນໃນອະນາຄົດ. ນອກຈາກນັ້ນ, ມະຫາວິທະຍາໄລດັ່ງກ່າວຍັງໄດ້ແຈ້ງທຶນການສຶກສາທີ່ຈະມອບໃຫ້ລັດຖະບານລາວ ຈຳນວນ 5 ທຶນ ແລະແຈ້ງຄ່າຮຽນລະດັບປະລິນຍາຕີໃຫ້ແກ່ຜູ້ທີ່ຈະໄປຮຽນດ້ວຍທຶນສ່ວນຕົວ. ຕອນທ້າຍທັງສອງຝ່າຍຍັງໄດ້ແລກປ່ຽນຂອງທີ່ລະນຶກເຊິ່ງກັນ ແລະກັນອີກດ້ວຍ.
ພາບກິດຈະກຳ: https://picasaweb.google.com/107441718450994229956/DrSaykhongSaynasinhJuly292014