ສະມາຄົມແລກປ່ຽນອາຊີ ປະເທດເກົາຫຼີ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ ຈັດງານແຂ່ງຂັນ ເຕັ້ນ k-pop Festival
ໃນຕອນແລງວັນທີ 23 ສິງຫາ 2014 ຜ່ານມານີ້, ສະມາຄົມແລກປ່ຽນອາຊີ ປະເທດເກົາຫຼີ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດລາວຈັດງານສະແດງ k-pop Festival ຂຶ້ນທີ່ສະໂມສອນໃຫຍ່ ມຊ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ກິມຊູກວບ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ.ລາວ, ທ່ານ ອຈ ແກ້ວມະນີວົງ ພິມມະເສນ ຮອງຫົວໜ້າຫ້ອງການພົວພັນຕ່າງເທດ ມຊ, ມີບັນດາຮອງຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະພໍ່-ແມ່ປະຊົນ ບ້ານອ້ອມຂ້າງ ເຂົ້າຮ່ວມຊົມການແຂ່ງຂັນຢ່າງ ຫລວງຫລາຍ.
ການຈັດງານແຂ່ງຂັນຄັ້ງນີ້, ແມ່ນເພື່ອຄັດເລືອກເອົາ 3 ທີມທີຊະນະໄປສະແດງທີ່ ປະເທດເກົາຫຼີ ແລະເພື່ອບັນທຶກວີດີໂອ ແລະພາບເພື່ອສົ່ງອອກອາກາດທົ່ວໂລກໃຫ້ມະຫາຊົນໂວດ ເອົາຄະແນນນິຍົມທົ່ວໂລກ. ການແຂ່ງຂັນມີ 11 ທີມເຂົ້າຮ່ວມ. ຜ່ານການແຂ່ງຂັນຜົນປະກົດວ່າ: ທີມຊະນະເລີດໄດ້ແກ່ ທີມ x-junior ໄດ້ລາງວັນເປັນເງິນສົດ 300 ໂດລາ, ທີມທີ 2 ໄດ້ແກ່ ທີມ N.D.C ໄດ້ເງິນສົດ 200 ໂດລາ, ທີມທີ 3 ໄດ້ແກ່ INT ໄດ້ເງິນສົດ 100 ໂດລາ. ທັງ3 ທີມຈະໄດ້ໄປສະແດງ ທີ່ປະເທດເກົາຫຼີ ແລະອີກ 8 ທີມ ແມ່ນໄດລາງວັນຊົມເຊີຍ.
ກິດຈະກຳຕ່າງໆ: https://picasaweb.google.com/107441718450994229956/KPopFestival42014