ພາກວິຊາພາສາຫວຽດນາມ ຄອສ ຈັດພິທີສະຫຼຸບຊຸດ ເຝິກອົບຮົມພາສາຫວຽດນາມ
ໃນຕອນເຊົ້າວັນທີ 27 ສິງຫາ 2014 ນີ້, ພາກວິຊາພາສາຫວຽດນາມ ຄະນະອັກສອນສາດ ມຊ ໄດ້ຈັດພິທີສະຫຼຸບການເຝິກອົບຮົມພາສາຫວຽດນາມໃຫ້ນັກສຶກສາລາວ ທີຈະໄປຮຽນຕໍ່ທີ່ປະເທດຫວຽດນາມ ຂຶ້ນທີ່ຫ້ອງປະຊຸມຂອງພາກວິຊາພາສາຫວຽດນາມ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຟ້າມວັນແຄ໋ງ ຫົວໜ້າຫ້ອງການທູດສຶກສາ-ວັດທະນະທຳຫວຽດນາມປະຈຳລາວ, ທ່ານ ຖາວອນ ອຸດົມສິນ ຮອງຫົວໜ້າກົມພົວພັນຕ່າງປະເທດກະຊວງສຶກສາທິການ ແລະກິລາ, ທ່ານ ດຣ. ທຸມມາລາ ແກ້ວພັກດີ ຮອງຄະນະບໍດີ ຄະນະອັກສອນສາດ, ທ່ານ ຮສ. ຄຳສອນ ທອງມີໄຊ ຫົວໜ້າພາກວິຊາພາສາຫວຽດນາມ, ມີຫົວໜ້າພະແນກ, ຮອງພະແນກ, ຄູ-ອາຈານພາກວິຊາພາສາຫວຽດນາມ ພ້ອມດ້ວຍນັກສຶກສາທີທີສໍາເລັດການເຝິກອົບຮົມ ຈຳນວນ 135 ຄົນເຂົ້າຮ່ວມ.

ໂອກາດນີ້, ທ່ານ ຮສ. ຄຳສອນ ທອງມີໄຊ ຫົວໜ້າພາກວິຊາພາສາຫວຽດນາມ ໄດ້ຂຶ້ນຜ່ານບົດສະຫຼຸບ ເຊິ່ງທ່ານໃຫ້ຮູ້ວ່າ: ການເຝິກອົບຮົມແມ່ນໃຊ້ເວລາ 4 ເດືອນ. ຫຼັກສູດການຮຽນ-ການສອນມີ 13 ໜ່ວຍກິດ, ສອນອາທິດລະ 26 ຊົ່ວໂມງ ລວມທັງໝົດ 1.664 ຊົວໂມງ; ໃນນັ້ນ ອຈ. ຫວຽດນາມ ສອນ 576 ຊົ່ວໂມງ, ອຈ ລາວສອນ 1.088 ຊົ່ວໂມງ. ຕະຫຼອດໄລຍະເຝິກອົບຮົມ ຄູ-ອາຈານແຕ່ລະທ່ານມີຄວາມຫ້າວຫັນ ໃນການສິດສອນໂດຍຈັດຕັ້ງສອນບຳລຸງເພີ່ມ,ຈັດຕັ້ງກວດກາ, ຂຽນທວາຍ, ເຮັດບົດເຝິກຫັດ, ໃຫ້ນັກສຶກສາເຂົ້າຫ້ອງຄອມພິວເຕີຮຽນຕີພິມພາສາຫວຽດນາມ, ນັກສຶກສາທຸກຄົນໄດ້ເອົາໃຈໃສ່ມາຮຽນເປັນປົກກະຕິ, ປະຕິບັດລະບຽບຂອງພາກວິຊາໄດ້ດີ, ນອກຈາກຮຽນໃນຫ້ອງແລ້ວຍັງໄດ້ສ້າງກິດຈະກຳສ້າງຄວາມສາມັກຄີ, ສ້າງຄວາມເບີກບານມ່ວນຊື່ນ ລະຫວ່າງຜູ້ຮຽນດ້ວຍກັນ ແລະຜູ້ຮຽນກັບຄູອາຈານ ໂດຍສະເພາະແມ່ນການແຂ່ງຂັນເວົ້າ, ອ່ານ, ຫລິ້ນເກມພາສາຫວຽດນາມ ແລະແຂ່ງຂັນກິລາບານເຕະ. ຈາກການຮຽນຕົວຈິງ ແລະ ການສອບເສັງ ນັກສຶກສາທີໄດ້ລະດັບດີມີ 20%, ກາງ 23%, ອ່ອນ 15%. ຈາກນັ້ນ, ທ່ານ ດຣ. ທຸມມາລາ ແກ້ວພັກດີ ຮອງຄະນະບໍດີ ຄະນະອັກສອນສາດ ໄດ້ມອບໃບຢັງຢືນໃຫ້ນັກສຶກສາຈຳນວນ 137 ຄົນ, ຍິງ40 ຄົນ ຕື່ມອີກ.
ພາບຂ່າວ: https://picasaweb.google.com/107441718450994229956/VNDeptlanguage52014