ກອງປະຊຸມຄັ້ງທີ VI ຂອງຄະນະກຳມະການປະສານງານໃນໂຄງການພັດທະນາຄວາມເຂັ້ມແຂງຂອງນັກທຸລະກິດ
ຕອນເຊົ້າວັນທີ 26 ສິງຫາ 2014 ນີ້, ສະຖາບັນພັດທະນາຊັນພະຍາກອນມະນຸດ ລາວ-ຍີ່ປຸ່ນ ໄດ້ຈັດກອງປະຊຸມ ຄະນະກຳມະການປະສານງານ ໃນໂຄງການພັດທະນາຄວາມເຂັ້ມແຂງຂອງນັກທຸລະກິດ ຂຶ້ນທີ່ຫ້ອງປະຊຸມ ຕຶກສຳນັກງານ ອະທິການບໍດີ ມຊ. ໂດຍການເປັນປະທານຂອງທ່ານ ຮສ.ດຣ ສາຍຂອງ ສາຍນາສິນ ຮອງອະທິການບໍດີ ມະຫາ ວິທະຍໄລແຫ່ງຊາດ ທ່ານ ຄະໂອອິຊິ ທະເກອິ (koichi TAKEI) ຫົວໜ້າອົງການໄຈກ່າ ປະຈຳລາວ, ຜູ້ຕາງໜ້າກົມພົວພັນສາກົນ ກະຊວງສຶກສາທິການ ແລະກິລາ, ຜູ້ຕາງ ໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະການລົງທຶນ, ຜູ້ຕາງໜ້າ ສະຖານທູດຍີ່ປຸ່ນ, ມີບັນດາຫົວໜ້າຫ້ອງການ ມຊ, ພະນັກງານ-ຊ່ຽວຊານຂອງສະຖາບັນ ລາວ- ຍີ່ປຸ່ນເຂົ້າຮ່ວມ.

ໂຄງການພັດທະນາຄວາມເຂັ້ມແຂງຂອງນັກທຸລະກິດໂດຍຜ່ານສະຖາບັນລາວຍີ່ປຸ່ນໄດ້ລິເລີ່ມແຕ່ເດືອນ ກັນຍາ ປີ 2010 ໂດຍສືບຕໍ່ການຮ່ວມມືໄລຍະຍະ 10 ປີ ຂອງໂຄງການພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ.ໂຄງການດັ່ງກ່າວນີ້ ຈະໄດ້ ສືບຕໍ່ຮອດເດືອນ ສິງຫາ ປີ 2014, ເພື່ອແນ່ໃສ່ປະກອບສ່ວນ ສ້າງຄວາມເຂັ້ມແຂງທາງດ້ານສະເຖຍລະພາບ ໃນຂະແໜງ ເສດຖະກິດ ໃນ ສປປ. ລາວ ເພື່ອສາມາດເຊື່ອມໂຍງເຂົ້າໃນພາກພື້ນອາຊຽນ ແລະ ໃນໂລກ; ໂດຍສະເພາະ ໃນວຽກງານ ທຸລະກິດ ແລະ ວັດທະນະທຳ. ກອງປະຊຸມຂອງໂຄງການດັ່ງກ່າວນີ້ ແມ່ນໄດ້ຈັດຂຶ້ນທຸກໆ 6 ເດືອນ. ຄັ້ງນີ້, ເປັນຄັ້ງທີ 6 ເຊິ່ງຈັດຂຶ້ນເພື່ອລາຍງານຜົນງານໃນໄລຍະ 11 ເດືອນຜ່ານມາ ແລະສືບຕໍ່ປັບປຸງວຽກງານໃນຕໍ່ໜ້າ. ຜົນງານອັນຜົ້ນເດັ່ນ ໃນໄລຍະຜ່ານມາໄດ້ດຳເນີນປະຕິບັດວຽກງານຕາມແຜນທີ່ວາງໄວ້ໃນດ້ານການບໍລິຫານ ແລະວັດທະນະທຳ, ຮ່ວມກັບຊ່ຽວຊານ ຍີ່ປຸ່ນ ປະເມີນຜົນໄລຍະທ້າຍໂຄງການ ເພື່ອເປັນທິດທາງໃນການປັບປຸງ ການປະຕິບັດວຽກງານ ໃນໂຄງການຕໍ່ໜ້າ, ສືບຕໍ່ ແລະ ປັບປຸງວຽກງານຈັດຕັ້ງ-ພະນັກງານ, ໂຄງການໄຈກ່າ ມອບລົດຕູ້ 12 ບ່ອນນັ້ງ ໃຫ້ສະຖາບັນ ພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ 1 ຄັນ, ຮ່ວມກັນພັດທະນາຫຼັກສູດການຮຽນ -ການສອນ ຕາມຄວາມ ຕ້ອງການຂອງບໍລິສັດ ແລະ ອົງກອນ ທີ່ຕ້ອງການ, ຮ່ວມກັນຈັດສຳມະນາ5 ສ ແລະດ້ານຍຸດທະສາດການວາງແຜນ ໃຫ້ພະນັກງານຄູ-ອາຈານ ມຊ, ດຳເນີນການສອນ ຫຼັກສູດພາສາຍີ່ປຸ່ນ, ຫຼັກສູດປະລິນຍາໂທ ຂອງສະຖາບັນເປັນປົກກະຕິ. ນອກນີ້ ຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈໃນການ ແລກປ່ຽນວິຊາການກັບສະຖາບັນທະນາຄານ ແລະສືບຕໍ່ການດຳເນີນ ກະກຽມ ໂຄງການໄລຍະຕໍ່ໄປ.
ພາບຂ່າວ: https://picasaweb.google.com/107441718450994229956/DevelopmentJICA42014