ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ມອບປຶ້ມວິທະຍານິພົນ ນັກປາດລະດັບໂລກ ໃຫ້ມະຫາວິທະຍາໄລແຫ່ງຊາດ
ໃນຕອນເຊົ້າວັນທີ 27 ສິງຫາ 2014 ຜ່ານມານີ້, ທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີ ມຊ, ໄດ້ມີພິທີມອບ-ຮັບປຶ້ມວິທະຍານິພົນ ມາກ-ອັງແກນ, ເລນິນ, ໂຮ່ຈີມີນ ຈາກສະຖາບັນການເມືອງການປົກຄອງແຫ່ງຊາດ. ໂດຍການ ໃຫ້ກຽດມອບຂອງທ່ານ ສຈ.ດຣ ຈັນທີ ເຄືອມີໄຊ ຫົວໜ້າກົມຄຸ້ມຄອງຄົ້ນຄ້ວາວິທະຍາສາດ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ກ່າວຮັບໂດຍທ່ານ ສຈ.ດຣ ສຸກກົງແສງ ໄຊຍະເລີດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ , ມີບັນດາຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ແລະພະນັກງານທີ່ຫ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້, ທ່ານ ສຈ.ດຣ ຈັນທີ ເຄືອມີໄຊ ໄດ້ກ່າວໃຫ້ຮູ້ວ່າ: ການມອບປຶ້ມວິທະຍານິພົນ ມາກ-ອັງແກນ, ເລນິນ, ໂຮ່ຈີມິນ ໃຫ້ແກ່ມະຫາວິທະຍາໄລແຫ່ງຊາດ ຄັ້ງນີ້ ປະກອບມີ ຈຳນວນ 4 ຊຸດ ລວມມີ 52 ຫົວ, ເຊິ່ງຊຸດ 1 ມີ 13 ຫົວ, ໃນນັ້ນ ປຶ້ມວິທະຍານິພົນ ມາກ-ອັງແກນ ມີ 6 ເຫັ້ຼມ ປະກອບມີ 1-6 ບົດ, ປຶ້ມວິທະຍານິພົນ ເລນິນ ມີ 4ເຫຼັ້ມ ປະກອບມີ 1-4ບົດ ແລະ ປຶ້ມວິທະຍານິພົນ ໂຮ່ຈີມີນ 3 ເຫັ້ຼມ ປະກອບມີ 1-3 ບົດ. ທັ້ງນີ້ ກໍເພື່ອໃຫ້ສຳນັກງານອະທິການບໍດີ ມຊ ນຳໄປມອບຕໍ່ໃຫ້ຫ້ອງການ, ຫໍສະໝຸດກາງ ແລະພາກສ່ວນທີ່ກ່ຽວຂ້ອງ ເພື່ອເປັນການປະກອບສ່ວນເຂົ້າໃນການສຶກສາ-ຄົ້ນຄ້ວາຂອງພະນັກງານ-ຄູອາຈານ ແລະນັກສຶກສາທີ່ມີຄວາມສົນໃຈທາງດ້ານວິທະຍາສາດຕ່າງໆ ແລະຍັງເປັນການປະກອບສ່ວນເຂົ້າໃນການພັດທະນາຊັບພະນາກອນມະນຸດ ໃຫ້ມີຄວາມກ້າວໜ້າຂຶ້ນໄປເລື່ອຍໆ.
ຂະນະດຽວກັນ ທ່ານ ສຈ.ດຣ ສຸກກົງແສງ ໄຊຍະເລີດ ໄດ້ກ່າວສະແດງຄວາມຂອບໃຈ ທີ່ໄດ້ຮັບປຶ້ມວິທະຍານິພົນ ຈາກສະຖາບັນການເມືອງການປົກຄອງແຫ່ງຊາດນຳມາມອບໃຫ້ ໃນຄັ້ງນີ້; ເຊິ່ງມັນມີຄວາມສຳຄັນຫຼາຍໃນການສຶກສາ ເປັນຕົ້ນແມ່ນການຄົ້ນຄ້ວາວິໄຈ ແລະຍັງເປັນການປະກອນສ່ວນ ສົ່ງເສີມຄວາມຮູ້-ຄວາມສາມາດ ຂອງພະນັກງານ ຄູ-ອາຈານ ແລະນັກສຶກສາທີມີຄວາມສົນໃຈໃນດ້ານວິທະຍາສາດ ແລະຍັງເປັນການສະແດງໃຫ້ເຫັນເຖິງຄຸນງາມຄວາມດີ ຂອງບັນພະບູລຸດທີ່ມີມາແຕ່ສະໄໝອາດີດ ເພື່ອໃຫ້ພວກເຮົາທຸກຄົນໄດ້ຮັບຮູ້, ເຂົ້າໃຈເຖິງການຄົ້ນຄ້ວາວິໄຈຕ່າງໆ. ນອກນັ້ນ, ຍັງເປັນການປະກອບສ່ວນພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ ຄວາມສາມາດ ແລະມີຄຸນນະພາບສູງຂຶ້ນເທື່ອລະກ້າວ.
ພາບຂ່າວ: https://picasaweb.google.com/107441718450994229956/Thesis52014