ຕ້ອນຮັບການມາຢ້ຽມຢາມ ຂອງຄະນະບັນນາທິການວາລະສານການສຶກສາ ສສ ຫວຽດນາມ
ໃນຕອນບ່າຍວັນທີ 1 ກັນຍາ 2014 ນີ້, ທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີ ມຊ. ທ່ານ ຮສ.ໂພສີ ທິບດາວັນ ຫົວໜ້າຫ້ອງການກວດກາ ທັງເປັນເລຂາຮາກຖານສຳນັກງານອະທິການບໍດີ ມຊ, ທ່ານ ອຈ ນ. ມະນີສຸກ ຈຽມສີສຸລາດ ຮອງຫົວໜ້າຫ້ອງການສັງລວມ ຜູ້ຊີ້ນຳວຽກງານພະແນກປະຊາສຳພັນ ມຊ, ທ່ານ ສິມມາ ພາລາຍົກ ຮອງຫົວໜ້າຫ້ອງການສັງລວມ ມຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງໄດ້ຕ້ອນຮັບການມາຢ້ຽມຢາມຂອງທ່ານ ຫງຽນ ຮຸຍຮວນ ຮອງປະທານບັນນາທິການຮັບຜິດຊອບວາລະສານການສຶກສາ ສສ ຫວຽດນາມ ແລະທ່ານ ດຣ. ເຫຼແທ໋ງອວຍ ຮອງບັນນາທິການວາລະສານການສຶກສາຫວຽດນາມ.

ໃນໂອກາດນີ້, ທ່ານ ອຈ. ມະນີສຸກ ຈຽມສີສຸລາດ ໄດ້ກ່າວສະແດງຄວາມຍິນດີຕໍ່ການມາຢ້ຽມ ມຊ ເປັນຄັ້ງທຳອິດ ຂອງຄະນະຜູ້ແທນດັ່ງກ່າວ, ຂະນະດຽວກັນທັງສອງຝ່າຍກໍໄດ້ປຶກສາຫາລືຖອດຖອນບົດຮຽນຊຶ່ງກັນ ແລະກັນ ກ່ຽວກັບການຮ່ວມມືດ້ານວິຊາການກ່ຽວກັບວຽກງານຂ່າວສານ, ວາລະສານຂອງທັງສອງຝ່າຍໃນອະນາຄົດໂດຍສະເພາະແມ່ນການແລກປ່ຽນຂໍ້ມູນຂ່າວສານ, ການຈັດເຝິກອົບຮົມຮ່ວມກັນ ໃນອະນາຄົດອັນໃກ້ນີ້. ຕ້ອນທ້າຍທັງສອງຝ່າຍຍັງໄດ້ແລກປ່ຽນຂອງທີ່ລະນຶກເຊິ່ງກັນ ແລະກັນອີກດ້ວຍ.
ພາບຂ່າວ: https://picasaweb.google.com/107441718450994229956/WelcomeVNifo52014