ກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກຮາກຖານຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ
ໃນຕອນບ່າຍວັນທີ 12 ກັນຍາ 2014 ນີ້, ຄະນະສຶກສາສາດ ມຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານການຊີ້ນຳໆພາພັກ ແຕ່ປີ 2010-2013 ແລະຜ່ານທິດທາງແຜນການໃນ 3 ປີຕໍ່ໜ້າ ປີ 2014 -2016 ຂອງຄະນະພັກຮາກຖານຕົນຂຶ້ນ ທີ່ຫ້ອງປະຊຸມສະໂມສອນຊັ້ນ II ມຊ ໂດຍການໃຫ້ກຽດເຂົ້າເປັນປະທານໂດຍທ່ານ ສຈ.ດຣ. ສຸກກົງແສງໄຊຍະເລີດ ກຳມະການສູນກາງພັກ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ.ພູມີ ດວງຈັນເລຂາພັກຮາກຖານ, ຄະນະບໍດີ ຄສສ, ພ້ອມດ້ວຍຄະນະມີບັນດາທ່ານແຂກຄະນະພັກຮາກຖານ ຈາກຄະນະວິຊາຕ່າງໆພ້ອມດ້ວຍ ຫົວໜ້າໜ່ວຍພັກ ພາກວິຊາ, ສະມາຊິກພັກຄູອາຈານ-ພະນັກງານ ແລະນັກສຶກສາ ຄະນະດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີທ່ານ ຮສ. ພູມີ ດວງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວຊີ້ນຳ-ນຳພາໃນສາມປີທີ່ຜ່ານມາ ແລະຜ່ານທິດທາງແຜນການໃນຕໍ່ໜ້າຂອງຄະນະພັກ ຮາກຖານຂອງຕົນຕໍ່ທີ່ປະຊຸມ, ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ທົ່ວຄະນະສຶກສາສາດ ປະກອບມີ10 ໜ່ວຍພັກ, ຈຳນວນສະມາຊິກທັງໝົດລວມທັງສະມາຊິກທີ່ເປັນພະນັກງານ, ຄູ-ອາຈານ ແລະນັກສຶກສາມີ 328 ສະຫາຍ, ຍິງ 154 ສະຫາຍ, ສະມາຊິກພັກສົມບູນ 309 ສະຫາຍ, ຍິງ 146 ສະຫາຍ, ສຳຮອງ 17 ສະຫາຍ, ຍິງ 8 ສະຫາຍ ແລະໄດ້ຍົກໃຫ້ເຫັນວຽກງານຕ່າງໆ ໂດຍສະເພາະ ຄະນະພັກຮາກຖານ ຄະນະສຶກສາສາດ ມີຄວາມອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ລັດ, ປະຕິບັດລະບຽບກົດໝາຍບ້ານເມືອງຢ່າງເຂັ້ມງວດ ແລະໄດ້ຖືເອົາວຽກງານສຶກສາອົບຮົມ ການເມືອງແນວຄິດເປັນໜ້າທີ່ສຳຄັນໃນການກໍ່ສ້າງ ແລະພັດທະນາການຈັດຕັ້ງພັກ, ສະມາຊິກພັກໃຫ້ມີຄວາມເຂັ້ມແຂງທາງດ້ານຄຸນທາດການເມືອງ ແລະເປັນແບບຢ່າງນຳໜ້າຮອບດ້ານໃນທຸກຂົງເຂດວຽກງານ. ດ້ານວຽກງານວິຊາສະເພາະ ຄະນະພັກໄດ້ເອົາໃຈໃສ່ເນັ້ນໜັກເຖິງການ ປະຕິບັດໜ້າທີ່ວິຊາສະເພາະ ຂອງຕົນດ້ວຍຄຸນນະພາບ ໂດຍສະເພາະແມ່ນການສິດສອນ. ຫຼັງຈາກນັ້ນກອງປະຊຸມ ກໍ່ໄດ້ດຳເນີນການປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ ເຊິ່ງມີຜູ້ເຂົ້າສະໝັກ ທັງໝົດ 7 ສະຫາຍ, ຄັດເລືອກເອົາພຽງ 5 ສະຫາຍ. ຜົນການຄັດເລືອກຄະນະພັກ ໃນຄັ້ງນີ້ແມ່ນ ທ່ານ ຮສ.ດຣ ສາຍສະໝອນ ປຣະສອນໄຊ ຮອງຄະນະບໍດີ ສຄຄ ໄດ້ເປັນເລຂາ, ທ່ານ ອຈ.ນຸດຕາ ສົມສະນິດ ຮອງຫົວໜ້າພາກວິຊາຈິດຕະວິທະຍາ ເປັນຮອງ, ທ່ານ ຮສ. ດຣ. ສີຖານ ສຸຂະວົງ ຫົວໜ້າພະແນກວິຊາການ ຄສສ ເປັນຄະນະ, ທ່ານ ວິຊຽນ ທອງທະວີ ຫົວໜ້າພາກວິຊາພາສາລາວ-ວັນນະຄະດີ ເປັນຄະນະ. ໂອກາດດຽວກັນນີ້ທ່ານ ສຈ.ດຣ ສຸກກົງແສງ ໄຊຍະເລີດ ກໍ່ໄດ້ຂຶ້ນ ໂອລົມຕໍ່ທີ່ປະຊຸມ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານໃນການເຄື່ອນໄຫວປະຕິບັດໜ້າທີ່ຜ່ານມາຂອງຄະນະພັກຮາກຖານຊຸດເກົ່າ ແລະໄດ້ເນັ້ນໜັກໃຫ້ຄະນະພັກຮາກຖານຊຸດໃໝ່ຈົ່ງໄດ້ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຊີ້ນຳໆ ພາທາງດ້ານການເມືອງແນວຄິດ ແລະວິຊາສະເພາະ ພາຍໃນຄະນະຂອງຕົນໃຫ້ໄດ້ຮັບຜົນສຳເລັດທາງດ້ານປະລິມານ ແລະຄຸນະພາບເປັນຢ່າງດີ.
ພາບປະກອບ https://picasaweb.google.com/107441718450994229956/Eduparty