ຄະນະວິທະຍາສາດສັງຄົມ ມຊ ມອບອຸປະກອນການຮຽນໃຫ້ ໂຮງຮຽນມູນລະປະຖົມບ້ານນາທອງ
ເພື່ອເປັນການສົ່ງເສີມການສຶກສາໃຫ້ເດັກທີ່ຢູ່ຫ່າງໄກສອກຫຼີກ ແລະທຸກຍາກ,ໄດ້ມີໂອກາດສຶກສາຮ່ຳຮຽນ. ໃນຕອນບ່າຍວັນທີ 12 ກັນຍາ 2014 ຜ່ານມານີ້, ຄະນະວິທະຍາ ສາດສັງຄົມ ມຊ ໄດ້ນຳເອົາອຸປະກອນການຮຽນ ແລະເຄື່ອງນຸ່ງຫົ່ມ ຈາກ “ໂຄງການຮ່ວມມືສານຝັນແບ່ງປັນນັກສຶກສາ” ໄປມອບໃຫ້ໂຮງຮຽນມູນລະປະຖົມ ບ້ານນາທອງ ເມືອງຫີນເຫີບ ແຂວງວຽງຈັນ. ໂດຍແມ່ນທ່ານ ຮສ.ດຣ ຄໍາມະນີ ສຸລິເດດ ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ ໃຫ້ກຽດມອບ ແລະກ່າວຮັບໂດຍທ່ານ ບຸນເຊີ ມະນີວັນ ນາຍບ້ານໆນາທອງ. ໃນພິທີ ມີບັນດາສະມາຊິກສະໂມສອນນັກສຶກສາ, ອາສາສະໝັກ ແລະພະນັກງານພະແນກຄຸ້ມຄອງນັກສຶກສາ ຄວຄ, ມີຄູ ແລະນ້ອງນ້ອຍນັກຮຽນ ໂຮງຮຽນ ດັ່ງກ່າວຈຳນວນ 40 ຄົນເຂົ້າຮ່ວມ.
ອຸປະກອນທີນຳໄປມອບຄັ້ງນີ້, ປະກອບມີປຶ້ມແບບຮຽນ 60 ຫົວ, ປຶ້ມແບບຮຽນສຳລັບປໍ1 ຈໍານວນ 37 ຊຸດ, ປຶ້ມອ່ານໃນຫໍສະໝຸດ 151 ຫົວ, ສໍຂາວ ແລະສໍສີ 2 ແກັດ, ມີຊຸດນັກຮຽນ, ເສື້ອກັນໜາວ ແລະອື່ນໆ.
ໃນໂອກາດກ່າວມອບອຸປະກອນການຮຽນ. ທ່ານ ຮສ.ດຣ ຄຳມະນີ ສຸລິເດດ ໃນນາມຕາງໜ້າຄະນະນຳ ຄະນະວິທະຍາສາດສັງຄົມ ມຊ ແລະຕາງໜ້າ ”ໂຄງການຮ່ວມມືສານຝັນແບ່ງປັນນັກສຶກສາ” ໄດ້ກ່າວສະແດງຄວາມດີໃຈທີ່ໄດ້ປະກອບສ່ວນໃນການສົ່ງເສີມ ການສຶກສາໃຫ້ເດັກທີ່ດ້ອຍໂອກາດ ແລະທຸກຍາກໄດ້ມີໂອກາດສຶກສາ-ຮ່ຳຮຽນເພື່ອ ໃຫ້ກາຍເປັນເດັກ ທີມີຄວາມຮູ້, ມີຄວາມສາມາດ ແລະໄດ້ປະກອບສ່ວນຮັບໃຊ້ປະເທດຊາດໃນອະນາຄົດ. ຂະນະ ດຽວກັນ ທ່ານ ບຸນເຊີ ມະນີວັນ ນາຍບ້ານໆນາທອງ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການນຳ, ພະນັກງານຄູອາຈານ ມຊ; ເວົ້າສະເພາະແມ່ນຄະນະວິທະຍາສາດສັງຄົມ ແລະ “ໂຄງການຮ່ວມມືສານຝັນແບ່ງປັນນັກສຶກສາ” ທີ່ໄດ້ຊ່ວຍເຫຼືອດ້ານອຸປະກອນ ແລະເຄື່ອງຮັບໃຊ້ໃນການຮຽນ-ການສອນໃນຄັ້ງນີ້ ພ້ອມທັງຢືນຢັນວ່າ: ຈະນຳໃຊ້ອຸປະກອນການຮຽນ ທີໄດ້ຮັບ ໄປໝູນໃຊ້ໃຫ້ໄດ້ຮັບປະໂຫຍດສູງສຸດ.
ພາບຂ່າວ: https://picasaweb.google.com/107441718450994229956/Fssstoprischool