busNuolພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການອອກບັດນຳໃຊ້ລົດເມ ຂອງນັກສຶກສາ ໃນຕອນເຊົ້າວັນທີ 16 ກັນຍາ 2014 ນີ້,

ໃນຕອນເຊົ້າວັນທີ 16 ກັນຍາ 2014 ນີ້, ທີ່ຫ້ອງປະຊຸມ ຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ. ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການອອກບັດນຳໃຊ້ລົດເມຂອງນັກສຶກສາ ລະຫວ່າງ ລັດວິສາຫະກິດລົດເມລາວ ນະຄອນຫລວງວຽງຈັນ ແລະອົງການໄຈກາ ໂຄງການປັບປຸງປະສິດຕິພາບໃນການຂົນສົ່ງສາທາລະນະໃນຕົວເມືອງນະຄອນຫຼວງວຽງຈັນ(ເຈົ້າຂອງໂຄງການ) ແລະມະຫາວິທະຍາໄລແຫ່ງຊາດ(ຜູ້ຮ່ວມງານ). ເຊິ່ງຝ່າຍ ມຊ ເຊັນໂດຍທ່ານ ຮສ.ດຣ ສາຍຂອງ ສາຍນາສິນ ຮອງອະທິການບໍດີ ມຊ, ຝ່າຍ ລັດວິສາຫະກິດລົດເມລາວ ເຊັນໂດຍທ່ານ ຄຳພູນ ເຕເມລາດ ຜູ້ອຳນວຍການລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ, ມີຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການການ ແລະພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

busNuol

ພາຍຫຼັງການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ແລ້ວ, ແມ່ນຈະໄດ້ເຮັດບັດນໍາໃຊ້ລົດເມໃຫ້ນັກສຶກສາ; ທັງນີ້ກໍເພື່ອສ້າງຄວາມສະດວກໃນການເດີນທາງໄປຮຽນພາຍໃນນະຄອນຫລວງວຽງຈັນ ເຊິ່ງລາຍລະອຽດຂອບເຂດການເຊັນສັນຍາມີດັ່ງນີ້: ລັດວິສາຫະກິດລົດເມ( ລລມ ) ແລະມະຫາວິທະຍາໄລແຫ່ງຊາດ ( ມຊ ) ເຫັນດີຮ່ວມມືກັນໃນການອອກບັດນຳໃຊ້ລົດເມໃຫ້ແກ່ນັກສຶກສາ ( Student University Bus Pass ) ເພື່ອທົດລອງໃນເບື່ອງຕົ້ນ (ທົດລອງ 1 ປີ), ມຊ ເຫັນດີໃຫ້ການຮ່ວມມື ກະກຽມອອກບັດນຳໃຊ້ລົດເມສຳລັບນັກສຶກສາ ໂດຍການສະໜອງຂໍ້ມູນຂອງນັກສຶກສາ ແລະພະນັກງານຂອງ ມຊ ຜູ້ທີ່ມີຄວາມສະໜັກໃຈ ໃຫ້ແກ່ ລລມ ເພື່ອອອກບັດລົດເມໃຫ້, ທັງສອງຝ່າຍເຫັນດີປະຕິບັດການອອກບັດນຳໃຊ້ລົດເມຮ່ວມກັນ ຕາມຂັ້ນຕອນ ຄວາມຕ້ອງການ ແລະຄວາມສາມາດຮ່ວມມືກັນໃນແຕ່ລະໄລຍະ ໜ້າວຽກຄື: ໄລຍະທີ 1 ວຽກງານການຈັດພິມບັດ, ລລມ ແລະອົງການໃຈກາໃນໂຄງການປັບປຸງ ປະສິດທິພາບໃນການຂົນສົ່ງສາທາລະນະໃນຕົວເມືອງນະຄອນຫຼວງວຽງຈັນ ຈະເປັນຜູ້ອອກບັດນຳໃຊ້ລົດເມ ປະຈຳທາງສຳລັບນັກສຶກສາ ມຊ ຕາມສະຖິຕິຂັ້ນພື້ນຖານຂອງທະບຽນນັກສຶກສາເຊິ່ງທາງ ມຊ ສະໜອງໃຫ້, ໄລຍະທີ 2 ວຽກສະໜອງບັດ, ລລມ ແລະອົງການໃຈກາ ຈະລົງເກັບກຳຂໍ້ມູນໃນເວລານັກສຶກສາມາລົງທະບຽນໃໝ່ ຕາມຄວາມສະໝັກໃຈຂອງນັກສຶກສາ, ສຳລັບວຽກລະອຽດ ແຕ່ລະໄລຍະຈະມີການປຶກສາຫາລື ແລະຕົກລົງກັນຕາມຄວາມເໝາະສົມ.

ພາບຂ່າວ: https://picasaweb.google.com/107441718450994229956/Busnuol

 

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.