ທ່ານອະທິການບໍດີ ມຊ ຕ້ອນຮັບ ທ່ານຫົວໜ້າພະແນກວັດທະນະທຳ ແລະສື່ສານມວນຊົນ ຈາກສະຖານທູດອາເມລິກາ

ໃນຕອນບ່າຍວັນທີ 17 ກັນຍາ 2014 ນີ້, ທີ່ຫ້ອງຮັບແຂກຕຶກສຳນັກງານອະທິການບໍດີ ມຊ, ທ່ານ ສຈ.ດຣ ສຸກກົງແສງ ໄຊຍະເລີດ ອະທິການບໍດີ ມຊ, ພ້ອມດ້ວຍຄະນະ ໄດ້ຕ້ອນຮັບທ່ານ ແມດດີວ ຟີແຣນສ (Mr.Matthew Ference) ຫົວໜ້າພະແນກວັດທະນະທຳການສຶກສາ ແລະສື່ສານມວນຊົນ ພ້ອມດ້ວຍຄະນະ.

ໂອກາດນີ້ ທ່ານ ສຈ.ດຣ ສຸກກົງແສງ ໄຊຍະເລີດ ໄດ້ກ່າວສະແດງຄວາມຍິນດີຕໍ່ການມາຢ້ຽມຢາມ ມຊ ຂອງທ່ານ ແມດດີວ ຟີແຣນສ ພ້ອມດ້ວຍຄະນະ. ຂະນະດຽວກັນທ່ານ ຫົວໜ້າພະແນກວັດທະນະທຳການສຶກສາ ແລະສື່ສານມວນຊົນ ກໍໄດ້ແນະນຳຕົວ ທີໄດ້ຮັບຕຳແໜງໃຫມ່ແລະໄດ້ສະຫຼຸບການຮ່ວມມືກັບຄະນະວິຊາຕ່າງໆ ຂອງມຊ ໃນໄລຍະຜ່ານມາ ແລະສະເໜີທິດທາງແຜນການ

ຮ່ວມມືໃນອະນະຄົດ ໃຫ້ທ່ານ ອະທິການບໍດີ ໄດ້ຮັບຊາບ ແລະພ້ອມດຽວກັນ  ທັງສອງຝ່າຍໄດ້ປຶກສາຫາລື ກ່ຽວກັບການສືບຕໍ່ສົ່ງອາສາສະໝັກສອນຊ່ວຍ ຄະນະອັກສອນສາດ ແລະສຶກສາສາດ, ຈະສະໜອງອາຈານມາຊ່ວຍສອນບຳລຸງໃຫ້ພະນັກງານ ອາຈານ​​ໃນມຊໄດ້ຮຽນພາສາອັງກິດ, ຈະໃຫ້ການຊ່ວຍເຫຼືອພາກວິຊາສື່ສານມວນຊົນ ໂດຍສະເພາະແມ່ນ ການສະໜອງອຸປະກອນ ເຊັນ: ເອກະສານ, ວາລະສານ, ປຶ້ມຕ່າງໆ ລວມທັງການຈັດຝຶກອົບຮົມ. ນອກຈານນັ້ນຍັງຈະຊ່ວຍເຫຼືອຫໍສະໝຸດກາງ ມຊ, ຄະນະວິສະວະກຳສາດ ແລະນິຕິສາດ-ລັດຖະສາດໃນດ້ານຕ່າງໆຕື່ມອີກ.ຕອນທ້າຍທັງສອງທ່ານຍັງໄດ້ແລກປ່ຽນຂອງທີ່ລະນຶກເຊິ່ງກັນແລະກັນອີກດ້ວຍ.

 ເບິ່ງພາບຂ່າວ

 

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.