ກອງປະຊຸມວິຊາການລະດັບນາໆຊາດ ຄັ້ງທີ 5 ຂອງສະມາຄົມວິທະຍາຊົນນະບົດອາຊີ


           ໃນ
ຕອນເຊົ້າວັນທີ 2 ກັນຍາ 2014 ນີ້, ມະຫາວິທະຍາໄລແຫ່ງຊາດໄດ້ເປັນເຈົ້າພາບຈັດກອງປະຊຸມວິຊາການລະດັບນາໆຊາດຄັ້ງທີ 5 ຂອງສະມາຄົມວິທະຍາ ຊົນນະບົດແຫ່ງອາຊີ (The 5th International Conference of the Asian Rural Sociological Association ຫຼື ARSA) ຂຶ້ນທີ່ຫ້ອງປະຊຸມ ສະໂມສອນຄະນະເສດຖະສາດ ແລະບໍລິຫານທຸລະກິດມະຫາວິທະຍາໄລແຫ່ງຊາດ; ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສຈ.ດຣ ສຸກກົງແສງ ໄຊຍະເລີດ ອະທິການບໍດີ ມຊ, ທ່ານ ສຈ.ດຣ ໂຄອິວິ ອີເກກາມິ ປະທານສະມາຄົມສັງຄົມວິທະຍາຊົນນະບົດອາຊີ, ທ່ານ ຮສ.ດຣ ເພັດສະໜອນ ຄູນສະຫວັດ ຮອງອະທິການບໍດີ ມຊ,ມີຄະນະບໍດີ, ຫົວໜ້າຫ້ອງການ, ນັກວິຊາການ, ນັກຄົ້ນຄ້ວາວິໄຈ ຈຳນວນ 159 ທ່ານ ຈາກ 14 ປະເທດ ຄື: ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ໄທ, ອິນໂດເນເຊຍ, ຟີລິບປິ່ນ, ອົດສະຕຣາລີ, ບັງກະລາເດັສ, ເນປານ, ປອກຕຸຍການ, ສິງກະໂປ, ໄຕ້ຫວັນ, ສະຫະລັດອາເມລິກາ ແລະສປປ. ລາວ ເຂົ້າຮ່ວມ.

ການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອຂະຫຍາຍຂອບເຂດຄວາມຮູ້ດ້ານສັງຄົມວິທະຍາໂດຍການສ້າງການເຊື່ອມຕໍ່ທີ່ເຂັ້ມແຂງກັບນັກວິໄຈໃນຫຼາຍໆສາຂາ ແລະຫຼາຍປະເທດ, ເພື່ອສະໜັບສະໝູນບົດບາດຂອງສັງຄົມວິທະຍາໃນດ້ານການເຂົ້າໃຈປະເດັນບັນຫາຈາກພາບລວມດ້ານການສຶກສາປະຫວັດ ແລະການປຽບທຽບພາຍໃນ ແລະກ້າວໄປເຖິງປະເທດຕ່າງໆຫຼືພູມມີພາກ, ເພື່ອແບ່ງບັນຄວາມຮູ້ໃຫ້ແກ່ຜູ້ສ້າງນະໂຍບາຍ, ຜູ້ປະຕິບັດ ແລະກຸ່ມທຸລະກິດໃຫ້ມີຂໍ້ມູນທີ່ເໝາະສົມ, ໄດ້ຮັບຄຳແນະນຳໃນດ້ານປະກອບທິດສະດີສຳລັບການຕັດສິນໃຈ, ການປະສານງານ ແລະການປະເມີນຜົນ.

ກອງປະຊຸມ​​ນີ້, ຖືເປັນຄັ້ງທຳອິດທີ່ຈັດຂຶ້ນຢູ່ ສ.ປປ. ລາວ ຊຶ່ງພາຍ​​ໃຕ້ຫົວຂໍ້ຈາກຄວາມທ້າທາຍ ສູ່ອະນາຄົດທີ່ຈະເລີນຮຸ່ງເຮືອງໃນຊົນນະບົດຂອງທະວີບອາຊີ (From Challenges to Prosperous Future in the Rural Asia). ບົດຄວາມວິຊາການ ແລະບົດວິໄຈທີ່ໄດ້ຮັບການນຳສະເໜີໃນກອງປະຊຸມຄັ້ງນີ້ ມີຈຳນວນ 139 ຫົວຂໍ້ ປະກອບດ້ວຍກຸ່ມຫົວຂໍ້ຕົ້ນຕໍຄື: ການຈັດການໄພພິບັດແລະການຟື້ນຟູໃນຊົນນະບົດຂອງທະວີບອາຊີ, ການມີສ່ວນຮ່ວມໃນການພັດທະນາຊົນນະບົດ, ທຶນທາງສັງຄົມສຳລັບການພັດທະນາຊຸມຊົນ, ຊຸມຊົນໃນບໍລິບົດການປ່ຽນແປງ, ວິຖີທາງພັດທະນາເພື່ອຄວາມຢືນຍົງ, ການປະຕິຮູບເສດຖະກິດ-ສັງຄົມ ແລະວັດທະນະທຳ, ໂຄງສ້າງ ແລະຂະບວນການພັດທະນາສັງຄົມ, ທຶນທາງທຳມະຊາດທີ່ມີຜົນຕໍ່ລະບົບການຜະລິດ, ການຮ່ວມມືກັບສາກົນເພື່ອການພັດທະນາ, ອະນາຄົດຂອງສັງຄົມຊົນນະບົດໃນອາຊີ, ການຍ້າຍຖິ່ນ, ອຳນາດການປ່ຽນແປງ ແລະສິ່ງທ້າທາຍໃນຊົນນະບົດຂອງ ສ.ປປ. ລາວ ແລະບັນຫາອື່ນໆ.

ນອກຈາກນີ້, ຄະນະກຳມະການຈັດກອງປະຊຸມຍັງໃຫ້ຮູ້ກ່ຽວກັບຄວາມເປັນມາໂດຍຫຍໍ້ຂອງກອງປະຊຸມວິຊາການນີ້ວ່າ: ເລີ່ມ ຕົ້ນຈາກປະເດັນທີ່ທະວີບອາຊີມີປະຊາກອນເພີ້ມຂຶ້ນໄວໃນຊົນນະບົດ ແລະການບໍລິການທາງສັງຄົມໄດ້ປ່ຽນແປງອັນເປັນຜົນຈາກການພັດທະນາເສດຖະກິດ. ສະມາຄົມສັງຄົມວິທະຍາຊົນນະບົດແຫ່ງທະວີບອາຊີ (ARSA) ເປັນອົງການຈັດຕັ້ງໜຶ່ງທີ່ກວດສອບເລື່ອງທີ່ກ່ຽວຂ້ອງກັບການປ່ຽນແປງທາງສັງຄົມລວມເຖິງການທີ່ຈະໄດ້ມາຊຶ່ງປະສົບການ ແລະທິດສະດີ, ການສະໜັບສະໝູນແລກປ່ຽນຂໍ້ມູນວິທະຍາສາດລະຫ່ວາງນັກວິໄຈ, ຜູ້ວາງນະໂຍບາຍ, ຊາວໄຮ່ນາ, ສັງຄົມທ່ອງຖິ່ນ ແລະອື່ນໆທີ່ກ່ຽວຂ້ອງກັບຄົວເຮືອນ. ໃນປະເທດເຂດລຸ່ມແມ່ນ້ຳຂອງຊຶ່ງລວມທັງ ສ.ປປ. ລາວ ການລົງທຶນຈາກຕ່າງປະເທດໄດ້ເພີ່ມຂຶ້ນໄວເພື່ອຈຸດປະສົງລຸດຜ່ອນຄວາມທຸກຍາກ ແລະແກ້ໄຂບັນຫາຄວາມບໍ່ເທົ່າທຽມກັນ. ນອກຈາກນີ້, ພື້ນທີ່ດັ່ງກ່າວຍັງພົບຄວາມທ້າທາຍໃນເລື່ອງໄພພິບັດ, ອາກາດປ່ຽນແປງ, ການໃຊ້ປະໂຫຍ

ຊັບພະຍາກອນທຳມະຊາດ, ການຜັນປ່ຽນ ແລະຄວາມຂັດແຍ່ງທາງວັດທະນະທຳ-ສັງຄົມ ແລະບັນຫາອື່ນໆທີ່ກ່ຽວຂ້ອງກັບບັນຫາສັງຄົມ ແລະສິ່ງ​​ແວດລ້ອມ. ໃນຊົນນະບົດຂອງທະວີບອາຊີກໍພົບບັນຫາຄ້າຍຄືກັນ ເຄີຍພົບບັນຫານ້ຳຖ້ວມ, ແຜ່ນດິນໄຫວ, ສຶນາມິ ແລະການລະເບີດຂອງສະຖານີນິວເຄຼຍ. ເຫດການເຫຼົ່ານີ້ ເປັນສາເຫດໃຫ້ອາກາດປ່ຽນແປງ, ອຸນຫະພູມຂອງໂລກສູງຂຶ້ນ ຕະຫຼອດເຖິງການໃຊ້ຊັບພະຍາກອນທຳມະຊາດຫຼາຍເກີນໄປ ເຮັດໃຫ້ເກີດຄວາມສ່ຽງຕໍ່ປະຊາກອນໃນພູມມີພາກນີ້ ແລະໃນໂລກ.

 ກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 4 ວັນຄື ແຕ່ວັນທີ 2-5 ກັນຍາ 2014 ແລະໃນລະຫວ່າງການປະຊຸມ ຜູ້ແທນກອງປະຊຸມຈະໄດ້ໄປທັດສະນະສຶກສາ ຢ້ຽມຊົມວິຖີຊີວິດ ແລະການຜະລິດຂອງຊຸມຊົນ ຊົນນະບົດ ສປປ.ລາວ ທີ່ແຂວງວຽງຈັນອີກດ້ວຍ.

 ເບິ່ງພາບຂ່າວ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.