
ງານລ້ຽງຮັບບຳນານຂອງ ທ່ານ ຮສ.ດຣ ເພັດສະໝອນ ຄູນສະຫວັດ ອະດີດຮອງອະທິການບໍດີ ມຊ ແລະຕ້ອນຮັບທ່ານ ຮສ.ດຣ ພຸດ ສິມມາລາວົງ ອະດີດຄະນະບໍດີ ຄວຄ, ຮອງອະທິການບໍດີ ມຊ ຄົນໃຫມ່
ໃນຄ່ຳຄືນວັນທີ 12 ກັນຍາ 2014 ນີ້, ມະຫາວິທະຍາໄລແຫ່ງຊາດໄດ້ຈັດງານລ້ຽງ ເນື່ອງໃນໂອກາດທີ່ທ່ານ ຮສ.ດຣ ເພັດສະໝອນ ຄູນສະຫວັດ ອະດີດຮອງອະທິການບໍດີ ມຊ ເຂົ້າຮັບເບ້ຍບຳນານ ແລະຕ້ອນຮັບທ່ານຮສ.ດຣ ພຸດ ສິມມາລາວົງ ອະດີດຄະນະບໍດີ ຄະນະວິທະຍາສາດສັງຄົມ, ຮອງອະທິການບໍດີ ມຊ ຄົນໃຫມ່ ຂຶ້ນທີ່ໂຮງແຮມແສງແກ້ວ ນະຄອນຫລວງວຽງຈັນ. ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ສຈ.ດຣ. ສຸກກົງແສງ ໄຊຍະເລີດອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີບັນດາທ່ານຮອງອະທິການບໍດີ, ຄະນະບໍດີ, ຫົວໜ້າຫ້ອງການ,ຜູ້ອຳນວຍການສະຖາບັນ, ສູນ, ຫໍສະໜຸດກາງ, ໂຮງໜໍ, ໂຮງຮຽນເຂົ້າຮ່ວມ.

ໂອກາດນີ້ ທ່ານ ສຈ. ດຣ. ສຸກກົງແສງ ໄຊຍະເລີດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວຍ້ອງຍໍ-ຊົມເຊີຍຕໍ່ຜົນງານຂອງທ່ານ ຮສ.ດຣ ເພັດສະໝອນ ຄູນສະຫວັດ ອະດີດຮອງອະທິການບໍດີ ທີໄດ້ສົມທົບສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະເສຍສະຫຼະເວລາທຸກສິ່ງຢ່າງ ປະກອບສ່ວນເຂົ້າໃນວຽກງານການເຄື່ອນໄຫວ ແລະການພັດທະນາການສຶກສາ ກໍ່ຄືປະກອບສ່ວນສ້າງ ແລະພັດທະນາຊັບພະຍາກອນມະນຸດໃຫ້ແກ່ປະເທດຊາດ ຢ່າງຫລວງຫຼາຍ. ທ່ານ ກ່າວເນັ້ນບາງຕອນວ່າ: ທ່ານ ຮສ.ດຣ ເພັດສະໝອນ ຄູນສະຫວັດ ເປັນອາຈານສອນທີ່ດີ, ເປັນແບບຢ່າງໃນການດຳລົງຊີວິດທີປອດໃສ-ຂາວສະອາດ ບໍລິສຸດຕໍ່ຊາດຕໍ່ປະຊາຊົນ, ທ່ານເປັນຜູ້ທີ່ມີການສຶກສາສູງ, ເປັນຜູ້ນຳທີ່ດີ, ເປັນນັກພັດທະນາທີ່ດີ, ເປັນຜູ້ວາງແຜນເກັ່ງ, ນຳພາຈັດຕັ້ງດີ, ເປັນນັກກວດກາທີ່ດີ ແລະ ເປັນຜູ້ຍາດແຍ່ງເອົາຄວາມຊ່ວຍເຫຼືອຈາກຕ່າງປະເທດມາພັດທະນາ ມຊ ກໍຄືພັດທະນາການສຶກສາຕະຫຼອດມາ ເປັນໄລຍະເວລາ 38 ປີ. ຍ້ອນທ່ານເປັນຜູ້ນຳທີ່ດີ ແລະມີຜົນງານຢ່າງຫລວງຫລາຍ ທ່ານໄດ້ຮັບຕຳແໜງວິຊາການຄູຂັ້ນຮອງສາດສະດາຈານ, ໄດ້ຮັບໃບຍ້ອງຍໍຈາກພັກ ແລະລັດຖະບານ ກໍ່ຄື ອົງກອນ ແລະພາກສ່ວນການຈັດຕັ້ງຕ່າງໆຫລາຍໃບ, ໄດ້ຮັບຫຼຽນກາທີ່ລະນຶກ 5 ປີ ແຫ່ງການສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຮັບຫຼຽນກາແຮງງານ 1 ຫຼຽນ, ຮັບຫຼຽນໄຊແຮງງານ ຊັ້ນ 3 ຈໍານວນ 1 ຫຼຽນ, ຫລຽນໄຊແຮງງານຊັ້ນ 2 ຈໍານວນ 2 ຫຼຽນ , ຊັ້ນ 1 ຈຳນວນ 3 ຫຼຽນ ແລະຮັບຫຼຽນກຽດຕິຄຸນຂອງກະຊວງສຶກສາ ສາທາລະນະລັດຝຣັ່ງ 2 ຫຼຽນ. ຂະນະດຽວກັນນັ້ນ, ທ່ານ ຮສ.ດຣ ເພັດສະໝອນ ຄູນສະຫວັດ ອະດີດຮອງອະທິການບໍດີ ມຊ ກໍໄດ້ກ່າວສະແດງຮູ້ສຶກ, ຄວາມພາກພູມໃຈໃນການປະຕິບັດວຽກງານຂອງທ່ານຢູ່ ມຊ ຕະຫຼອດເວລາທີ່ຜ່ານມາ ອັນໄດ້ເຮັດໃຫ້ທ່ານໄດ້ມີໂອກາດສະແດງຄວາມຮູ້ຄວາມສາມາດ ແລະໄດ້ຮັບໃຊ້ປະເທດຊາດ ໂດຍສະເພາະແມ່ນ ມະຫາວິທະຍາໄລແຫ່ງຊາດ ພ້ອມທັງກ່າວຄຳຂອບໃຈຕໍ່ທ່ານ ອະທິການບໍດີ ມຊ ທີໄດ້ຊີ້ນໍາ ແລະໃກ້ຊິດ-ຕິດແທດໃນທຸກ ວຽກງານ ຕະຫຼອດມາ.