ທ່ານອະທິການບໍດີ​ໃຫ້ສຳພາດຂ່າວເນື່ອງ​ໃນ​ວັນ​ຄູ​ແຫ່ງ​ຊາດຄົບຮອບ 20 ປີ

ການສະ​ເຫລີ​ມສະຫລອງ​ວັນ​ຄູ​ແຫ່ງ​ຊາດ 7 ຕຸລາ ຄົບຮອບ 20​ ປີ  ( 07/10/1994 - 7/10/2014 ) ປະຈໍາປີ2014, ມະຫາວິທະຍາ​ໄລ​ແຫ່ງ​ຊາດ (ມຊ) ຈະ​ຈັດ​ຂຶ້ນ​ຢ່າງ​ລຽບງ່າຍ​ແຕ່​ໃຫ້​ໄດ້​ເນື້ອ​ໃນ​ຄົບ​ຖ້ວນ​ ​ແລະ​ເລິກ​ເຊິ່ງ ​ເພື່ອ​ແນ່​ໃສ່​ປັບປຸງ​ຄຸນ​ນະພາ​ບການ​ສຶກສາ​ຂອງ​ລາວ ກໍ​ຄື​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ໃຫ້​ດີ​ຂຶ້ນ ຫຍັບ​ເຂົ້າ​ມໍ່ກັບ​ພາກ​ພື້ນ ​ແລະ​ສາກົນ ​ເທື່ອ​ລະ​ກ້າວ ກ່ອນ​ເຂົ້າ​ສູ່​ເອອີ​ຊີ ​ໃນ​ປີ 2015. ຂະນະ​ທີ່​ທ່ານ​ອະທິການ​ບໍດີ ມຊ ຮຽກຮ້ອງ​ໃຫ້​ຄູ-ອາຈານ​ທົ່ວ​ປະ​ເທດ​ພັດທະ ນາ​ຕົນ​​ເອງ​ໃຫ້​ກາຍ​ເປັນ​ບຸກຄະລາກອນ​ທີ່​ດີ ​ແລະ​ມີ​ຄຸນ​ນະພາ​ບ ຮັບ​ໃຊ້​ສັງຄົມ​ສົມ​ກັບ​ເປັນ​ຄູ​ທີ່​ດີ​ຂອງ​ປະຊາຊົນ.

ຕາມ​ການ​ຖະ​ແຫຼ່ງຂ່າວ​ຕໍ່ສື່ມ່ວນ​ຊົນ ທ່ານ ສຈ.ດຣ ສຸກ​ກົງ​ແສງ​ ໄຊ​ຍະ​ເລີດ ອະທິການ​ບໍດີ ມຊ ​​ໃນ​ວັນ​ທີ 29 ກັນຍາ 2014 ຜ່ານ​ມາ​ວ່າ: ​ໂດຍ​ປະຕິ ບັດ​ຕາມ​ຄຳ​ສັ່ງ ​ເລກທີ 3744 ລົງ​ວັນ​ທີ 1 ກັນຍາ 2014 ຂ​ອງກະຊວງ​ສຶກສາ​ທິ ການ ​ແລະ​ກິລາ, ​ເຊິ່ງກຳນົດ​ໃຫ້​ທຸກ​ພາກ​ສ່ວນ​ກໍ​ຄື ຄູ-ອາຈານ​ໃນ​ຂອບ​ເຂດ​ທົ່ວປະ​ເທດ ຕ້ອງ​ໄດ້​ມີ​ການ​ກະກຽມຈັດ​ຕັ້ງ​ການສະ​ເຫຼີມສະຫຼອງວັນ​ຄູ​ແຫ່ງ​ຊາດ 7 ຕຸລາ​ ຄົບຮອບ 20 ປີ. ສະ​ນັ້ນ, ມຊ ກໍ່ໄດ້​ມີ​ການ​ກະກຽມສະ​ເຫຼີ​ມສະຫຼອງ​ວັນ ດັ່ງກ່າວ ​ເຊິ່ງ​ເປັນ​ວັນ​ຂອງ​ຕົນ​ເອງ, ​ໃນ​ນີ້ ມຊ ​ໄດ້​ມີ​ການ​ກະກຽມສະ​ເຫຼີ​ມ ສະຫຼອງ​ໃຫ້​ມີ​ຄວາມ​ພ້ອມ​ແບບ​ຮອບ​ດ້ານ​ເປັນ​ຕົ້ນ​ແມ່ນ ​ໄດ້​ມີ​ການ​ແຕ່ງ​ຕັ້ງ​ຄະນະ​ຮັບຜິດຊອບຈັດ​ງານ ພ້ອມ​ນັ້ນ ຍັງ​ໄດ້​ມີ​ການ​ເຄື່ອນ​ໄຫວ​ກິດຈະກຳ​ອື່ນໆ ​ໂດຍ​ສະ​ເພາະ​ແມ່ນ​ການ​ສິດສອນ, ການ​ຄົ້ນ​ຄ້ວາ​ວິທະຍາສາດ, ການຈັດ​ສຳ​ມະ​ນາ​ກ່ຽວກັບ​ຄຸນ​ນະພາ​ບການ​ຮຽນ-ການ​ສອນ, ຄຸນ​ນະພາ​ບດ້ານ​ຕາຕະລາງ​ການ​ສິດສອນ ​ເພື່ອ​ຈະ​ໄດ້​ແຂ່ງຂັນ​ກັນ​ໃນ​ມື້​ຈັດ​ງານ. ນອກ​ຈາກ​ນີ້ ​ຍັງ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຈັດ​ກິດຈະກຳ​ແຂ່ງຂັນ​ກິລາ, ສິ ລະ​ປະ-ວັນນະຄະດີ ​ແລະ​ວັດທະນະທຳ​ອື່ນໆ.

ພ້ອມ​ນັ້ນ, ມຊ ຍັງ​ໄດ້​ໃຫ້​ແຕ່​ລະ​ພາກສ່ວນ​ກວດກາ​ຄືນ​ກ່ຽວກັບ​ຄຸນ​ນະ ພາ​ບການ​ຮຽນ-ການ​ສອນ​ໃນ 1 ປີຜ່ານ​ມາ, ຄຸນ​ນະພາ​ບການ​ຮຽນການປັບປຸງ​ຫຼັກ ສູດ​ການ​ຮຽນ-ການ​ສອນ ​ແລະ​ກວດຄືນ​ການ​ປັບປຸງ​ແຕ່​ລະ​ຫຼັກສູດ​ໃນ​ຊັ້ນ​ປະລິນຍາ​ຕີ, ປະລິນຍາ​ໂທ ​ແລະ​ປະລິນຍາ​ເອກ​ ວ່າ​ເປັນ​ແນວ​ໃດ ​ໄດ້​ຕາມ​ມາດຕະຖານ​ແລ້ວ​ ຫຼື ບໍ່ ? ນອກຈາກ​ນັ້ນ, ກໍ່​​ໃຫ້​ແຕ່​ລະ​ພາກສ່ວນ​ໄດ້​ສະຫຼຸບ ​ແລະ​ຕີ​ລາຄາ​ຄືນ​ກ່ຽວກັບ​ຈຸດ​ດີ, ຈຸດ​ອ່ອນ ​ແລະ​ຂໍ້ຄົງຄ້າງ​ໃນ​ໄລຍະ​ຜ່ານ​ມາ​ວ່າ​ມີ​ການ​ເຄື່ອນ​ໄຫວ​ຄື​ແນວ​ໃດ ?​ ເພື່ອ​ເປັນ​ການ​ປັບປຸງ​ຄຸນ​ນະ​ພາບ​ການ​ຮຽນ-ການ​ສອນ, ຄຸນ​ນະພາ​ບຄູ ​ແລະ​ຄຸນ​ນະພາ​ບການ​ຄົ້ນ​ຄ້ວາ​ວິທະຍາສາດ ການ​ສຶກສາ​ຂອງ ມຊ​ ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ສາມາດ​ຫຍັບ​ເຂົ້າ​​ໃກ້​ກັບ​ອະນຸ​ພາກ​ພື້ນ ​ແລະ​ສາກົນ ​ໄດ້​ເທື່ອ​ລະ​ກ້າວ ກ່ອນ​ເຂົ້າ​ສູ່​ປະຊາ​ຄົມ​ເສດຖະກິດ​ອາຊຽນ ຫລື ​ເອອີ​ຊີ(AEC) Asian Economic Community​ ໃນ​ປີ 2015.

ທ່ານ​ອະທິການ​ບໍດີ ມຊ ກ່າວ​ອີກ​ວ່າ: ການສະ​ເຫຼີ​ມສະຫຼອງ​ວັນ​ຄູ​ແຫ່ງ ຊາດ​ປີ​ນີ້ ​ແມ່ນ​ຈະ​ຈັດ​ແບບ​ລຽບງ່າຍ​ກະທັດ​ຮັດ ​ແຕ່​ໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ ​ແລະ​ເລິກ​ເຊິ່ງ ຕົ້ນຕໍ​​ແມ່ນ​ແນ່​ໃສ່​ປັບປຸງ​ຄຸນນະພາບ​ການ​ພັດທະນາ​ຂອງ​ນັກ​ສຶກສາລາ​ວກໍ​ຄື​ຂອງ ມຊ. ສຳລັບ​ກິດຈະກຳ​ດັ່ງກ່າວ ​ແມ່ນ​ຈະ​ມີ​ຂຶ້ນ​ພາຍ​ໃຕ້​ຄຳ​ຂວັນ​ທີ່​ວ່າ: ນັກ​ສຶກສາ​ ຮຽນດີ-ຮຽນ​ເກັ່ງ ​ແລະ​ຄູ-ອາຈານ​ສອນ​ດີ-ສອນ​ເກັ່ງ, ພ້ອມ​ນີ້ ນັກ​ສຶກສາ​ຍັງ​ຈະ​ໄດ້​ມີ​ການຈັດ​ສຳ​ມະ​ນາ​ກ່ຽວກັບ​ການ​ຮຽນ​ແນວ​ໃດ, ມີ​ຄຸນສົມບັດ​ແນວ​ໃດ ​ແລະ​ມີ​ມາລະຍາດ​ຄື​ແນວ​ໃດ ​​ໃນ​ການ​ເຂົ້າ​ຫ້ອງ​ຮຽນ.

ທ້າ​ຍນີ້ ​ໃນ​ໂອກາດ​ວັນ​ທີ່​ມີ​ຄວາມໝາຍຄວາມ​ສຳຄັນ​ທາງ​ປະຫວັດສາດ​ຂອງ​ຄູ ກໍ​ຄື​ວັນ​ຄູ​ແຫ່ງ​ຊາດ 7 ຕຸລາ ຂໍ​ສະ​ແດງ​ຄວາມ​ຮູ້ສຶກ​ພາກພູມ​ໃຈ​ຢ່າງ​ຍິ່ງແລະ ​ອວຍພອນ​ໃຫ້​ຄູ-ອາຈານທັງໝົດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ພະ​ລາ​ນາ​ໄມ​ສົມບູນ ​ແລະ​ມີ​ຜົນສຳ​ເລັດ​ໃນໜ້າທີວຽກງານ​ທຸກ​ປະການ ຕາມ​ທີ່​ພັກ ​ແລະ​ລັດຖະບານ​ມອບໝາຍ​ໃຫ້​ສົມ​ກັບ​ເປັນ​ຄູຂອງພັກ​-ລັດ ​ແລະ​ກາຍ​ເປັນ​ຄູ​ທີ່​ດີຂອງ ​ປະຊາຊົນ. ພ້ອມ​ດຽວກັນ​ນີ້, ກໍ່ຢາກຮຽກຮ້ອງ​ໃຫ້​ຄູ-ອາຈານ​ທັງໝົດ ​ໃນ​ທົ່ວ​ປະ​ເທດ. ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ພາຍ​ໃນ ມຊ ຈົ່ງ​ພ້ອມ​ກັນ ພັດທະນາ​ຕົນ​ເອງ​ໃຫ້​ກາຍ​ເປັນ​ບຸກຄະລາ​ກອນ​ທີ່​ດີ, ມີ​ຄຸນ​ນະພາ​ບ ​ແລະ​ກຽມດ້ານ​ຈິດ​ໃຈ ​ເພື່ອ​ໃຫ້​ເປັນ​ຄູ​ທີ່​ໄດ້​ມາດ​ຕະຖານ ກ່ອນ​ເຂົ້າ​ສູ່​ເອອີ​ຊີ. ທ່ານ ສຈ.ດຣ ສຸກ​ກົງ​ແສງ ​ໄຊ​ຍະ​ເລີດ​ກ່າວ.

ຢ່າງ​ໃດ​ກໍ່ຕາມ, ການ​ສະ​ເຫຼີ​ສະຫຼອງ​ວັນ​ຄູ​ແຫ່ງ​ຊາດ​ປີ​ນີ້ ມຊ ຈະຈັດ​ຂຶ້ນ​ໃນ​ວັນ​ທີ 6 ຕຸລາ 2014 ທີ່​ ມຊ, ​ໂດຍ​ໃຫ້ກຽດ​ເຂົ້າ​ຮ່ວມ​ປະຖະກະຖາ ​ແລະ​ໂອ້​ລົມ​ຕໍ່ພະນັກງານ, ຄູ-ອາຈານ ພາຍ​ໃນ ​ມຊ ຂອງ​ພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກ​ລັດ​ທະ​ມົນຕີ​ແຫ່ງ ສປປ ລາວ.

 

 

 

 

 

 

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.