ມຊ ຈັດກອງປະຊຸມໂຄງການມະຫາວິທະຍາໄລ ໄຊເບີ້ ອາຊຽນຄັ້ງທີ VI

ໃນຕອນເຊົ້າວັນທີ 30 ກັນຍາ 2014 ຜ່ານມານີ້, ສູນໄອທີມະຫາວິ ທະຍາໄລແຫ່ງຊາດ ໄດ້ເປີດກອງປະຊຸມໂຄງການມະຫາວິທະຍາໄລ ໄຊເບີ້ອາຊຽນ ຄັ້ງທີ VI ຂຶ້ນທີ່ໂຮງແຮມວຽງຈັນພຣາຊາ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງ ຢຸນກິອອງ ຈາກກະຊວງສຶກສາ ແລະວິທະຍາສາດ ເກົາຫຼີ, ທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາ ແລະກິລາ, ປະທານເຂົ້າຮ່ວມກອງປະຊຸມມີທ່ານ ດຣ ນັນທະນາ ກາຈະເສນີ ຫົວໜ້າກອງເລຂາ AUN,(Asian University Network) ທ່ານ ຮສ.ດຣ ສາຍຂອງ ສາຍນາສິນ ເລຂາຄະນະພັກ , ຮອງອະທິການບໍດີ ມຊ, ທ່ານ ຄຳເພົ້າ ຈັນເພັງໄຊ ຮອງຫົວໜ້າກົມການສຶກສາຊັ້ນສູງ, ທ່ານ ດຣ.ປັກ ຈົງຊຸນ ຫົວໜ້າກອງເລຂາ ACU ມີບັນດາທ່ານຄະນະກຳມະການບໍລິຫານຮ່ວມຂອງ ACU ຈາກປະ ເທດ ລາວ, ຫວຽດນາມ, ກຳປູເຈຍແລະ ມ້ຽນມາ, ບັນດາ ທ່ານແຂກທີ່ຖືກເຊີນ ຈາກກະຊວງ ແລະມະຫາວິທະຍາໄລ e-Learning ຈາກ ສ. ເກົາຫຼີ, ປະເທດໄທ ແລະບັນດາເຈົ້າໜ້າທີ່ຈາກ AUN ແລະ ACU ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອທົບທວນຄືນການປະຕິບັດວຽກງານ ໃນການ ປະຕິບັດໂຄງການ ACU ແຕ່ຕົ້ນປີ 2012 ເຖິງປັດຈຸບັນ ແລະກຳນົດວຽກງານ ທີ່ຈະປະຕິບັດແຕ່ນີ້ຫາຕົ້ນປີ 2015. ໃນການທົບທວນໄດ້ຍົກໃຫ້ເຫັນຜົນງານ​​ຕ່າງໆທີ່ໄດ້ເຄື່ອນໄຫວໃນຂະບວນການວຽກງານຕົວຈິງທີ່ໄດ້ປະຕິ ບັດຢ່າງເປັນຮູບປະທຳ​​ເຊັນ:

- ການຕິດຕັ້ງເຊີເວີ

- ລະບົບທາງໄຟຟ້າເພີ້

- ການປັບປຸງຫ້ອງຮຽນ e-Learning

- ການປັບປຸງ ແລະຕິດຕັ້ງຫ້ອງ Studio ທີ່ມີມາດຕະຖານສູງ

- ການ ການພັດທະນາ ແລະຕິດຕັ້ງລະບົບຊອບແວ

- ການຈັດຝຶກອົບຮົມນັກວິຊາການຝ່າຍຕ່າງໆທັງພາຍໃນ ແລະຕ່າງປະເທດ ແລະວຽກອື່ນໆ. ນອກຈາກນັ້ນກອງປະຊຸມຍັງໄດ້ກຳ ນົດວຽກງານ ທີ່ຈະຕ້ອງໄດ້ປັບປຸງ ແລະປະຕິບັດແຕ່ນີ້ຫາຕົ້ນປີ 2015 ໂດຍສະເພາະແມ່ນ ວຽກງານ e-Learning ພາຍໃນ ມຊ ທີ່ກ່ຽວຂ້ອງກັບການຮຽນ-ການສອນຂອງຄະວິຊາຕ່າງໆ, ຊຶ່ງຜ່ານມາຝ່າຍ ມຊ ກໍໄດ້ມີການຈັດຕັ້ງຄະນະກຳມະການ e-Learning ຂຶ້ນ, ແຕ່ກໍຍັງມີບາງບັນຫາທີ່ຍັງຈະຕ້ອງໄດ້ປັບປຸງແກ້ໄຂຢ່າງຮີບດ່ວນ. ຈະແມ່ນ​​ໃນດ້ານນິຕິກຳ, ດ້ານການບໍລິຫານ, ການຜະລິດສື່ການສຶກສາ ແລະອື່ນໆເປັນຕົ້ນ.

ກອງປະຊຸມດັ່ງກ່າວໄດ້ດຳເນີນໄປເປັນເວລາ 3 ວັນ ຄືວັນທີ 30 ກັນຍາ ໄດ້ຈັດຢູ່ທີ່ ໂຮງແຮມ ວຽງຈັນພຣາຊາ ​​ໃນຫົວຂໍ້ Working Group, ວັນທີ 1 ຕຸລາ ໄດ້ຈັດຢູ່ທີ່ຕຶກສຳນັກງານອະທິການບໍດີ ມຊ ໃນຫົວຂໍ້ Steering Committee Meeting ແລະໄດ້ປິດລົງໃນວັນທີ 2 ຕຸລາ 2014 ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ ໃນຫົວຂໍ້ສຳມະນາລະບົບການສຶກສາ e- Learning, ການພັດທະນາ ແລະບົດຮຽນຈາກ ສ. ເກົາຫຼີ

ເບິ່ງພາບຂ່າວ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.