ບົດອວຍພອນວັນຄູແຫ່ງຊາດ ວັນທີ ຕຸລາ                            

 

♦ຄູເອີຍ ! ທ່ານຄືດວງໜ່ວຍແກ້ວ              ​ແສນປະເສີດຄຸນສູງ

ພໍ່ແມ່ລູງອາວອາ                              ພອ້ມພໍ່າຫລານກໍ່ເຫັນພອ້ມ

ດອມກັນດາດີໄດ້                             ສະຫລອງໄຊຄຸນຊາດ

7 ຕຸລາປະກາດກ້ອງ                          ຊົມເຊີຍຍ້ອງຄ່າຄູ

ຄູເປັນແບບເບົ້າ                              ​ເກີດກໍ່ຕົວອັກສອນ

ຕົວສະຫລະພະຍັນຊະນະ                    ຕໍ່າກາງສູງເຕ້ຍ

ສະຫລະສຽງສູງສັ້ນ                          ສຽງຍາວສະຫລະພິເສດ

ກໍ່ແມ່ນຄູເປັນຜູ້ປາດເປື້ອງ                    ປະດິດຄົ້ນຄິດຕໍ່າລາ

♦ຍ້ອນຄູເປັນຜູ້ໃຫ້                            ​ໄຟສະຫວ່າງການສຶກສາ

ເຮັດໃຫ້ດວງຕາຄົມ                          ທຸກເຜົ່າຊົນໄດ້ເຫັນຮູ້

ເປັນຄູຫູຕາແຈ້ງ                              ສະແຫວງຫາຄຸນຄ່າ

ມີບັນຍາຮອບຮູ້                              ຍອ້ນຄູເຈົ້າສັ່ງສອນນັ້ນແລ້ວ

♦ຄວາມດີຄວາມສະຫລາດໄດ້                  ປັນຍາໃໝ່ຄົມແຫລມ

ກໍແມ່ນຄູເຍືອງແຍງ                          ສ່ອງແສງສອນຊີ້

ຄູນີ້ລະເປັນສະພານໃຫ້                       ຊາວຊົນໄດ້ທຽວໄຕ່

ຄູນີ້ລະຈັບມືຂຽນຂີດແຕ້ມ                   ສໍຂາວເນັ້ນໃສ່ກະດານ

♦ດັ່ງນັ້ນ , ຮອງຈາກພໍ່ແມ່ລ້ຽງ                 ຕຸ້ມຕ່ອມແຍງຖະໜອມ

ພໍ່ແມ່ຄົນທີສອງກໍ່ຄືຄູ                        ສ່ອງແນມນຳຊິ້

ຄຸນພໍ່ທຽບເທົ່າພູເຂົາກ້າ                      ຄຸນມານດາກໍ່ຍິ່ງໃຫ່ຍ

ພຣະຄຸນຄູອະເນກນອງມາກລົ້ນ             ບໍ່ມີຂໍ້ທຽບສະເໜືອນນັ້ນແລ້ວ

♦​ໃນບົດກອນສຸດທ້າຍ                         ຂໍຫວ່ານດວງຫອມ

ອວຍພອນຈອມໃຈຄູ                        ທ່ານຜູ້ມີຄຸນລົ້ນ

ໃຈກາຍຂໍໃຫ້ສຸກສະບາຍແຍ້ມ               ປັນຍາໃສສະໝອງເດັ່ນ

ຂໍໃຫ້ຄູຈົ່ງເປັນດວງມະນີຮຸ່ງເຫລື້ອມ          ປະດັບເອ້ຄູລາວນັ້ນທ້ອນ

                           ຂຽນໂດຍ: ນັກສຶກສາຄະນະສຶກສາສາດມຊ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.