ພິທີມອບລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະວິສະວະກອນໜຸ່ມໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ (HONDA YES AWARD 2014 LAOS)

ໃນຕອນບ່າຍວັນທີ 1 ຕຸລາ 2014 ນີ້, ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ຮ່ວມກັບ ຄະນະວິສະວະກຳສາດ ມຊ ຈັດພິທີມອບລາງວັນຮອນດາສຳລັບນັກວິທະຍາສາດ ແລະວິສະວະກອນໝຸ່ມ ໃນ ສປປ ລາວ ປີ 2014 ຂຶ້ນ ທີ່ສະໂມສອນຄະນະວິສະວະກຳສາດ ມຊ (ວິທະຍາເຂດໂສກປ່າຫຼວງ) ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມ​​​ເປັນປະທານຂອງ ທ່ານ ຮສ.ດຣ ສາຍຂອງ ສາຍນາສິນ ຮອງອະທິການບໍດີ ມຊ ປະທານຄະນະກຳມະການ  ຄັດເລືອກນັກສຶກສາ ຄະນະວິສະວະກໍາສາດໃນໂຄງການ HONDA Y-E-S Award 2014, ທ່ານ ສົມນຶກ ກຸສົນສະຫວັດ ຮອງຫົວໜ້າກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະກິລາ, ທ່ານ ຮສ. ອາຣິໂມໂຕະ ທະເກະໂອະ ຜູ້ບໍລິຫານມູນນິທິຮອນດາ, ທ່ານ Suzuki ROYOTARO ອຸປະທູດສະຖານທູດຍີ່ປຸ່ນປະຈຳ ສປປ ລາວ, ທ່ານ KoichiTAKEI ຫົວໜ້າອົງການໄຈກາປະຈຳ ສປປ ລາວ, ຄະນະບໍດີ ຄສວ, ຜູ້ອໍານວຍການສະຖາບັນ ພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ, ມີຫົວໜ້າຫ້ອງການ, ພະນັກງານ, ຄູ-ອາ ຈານ ແລະນັກສຶກສາຄະນະດັ່ງກ່າວເຂົ້າຮ່ວມ 300 ຄົນ. 

ການຈັດພິທີມອບລາງວັນດັ່ງກ່າວໃນຄັ້ງນີ້, ແມ່ນໄດ້ມອບຫຼຽນລາງວັນຊະນະເລີດ ໃຫ້ແກ່ 2 ນ້ອງ ຄື: ທ້າວ ​​ໄກຍະສິດ ໄຊຍະລາດ ນັກສຶກສາວິສະວະກຳໂຍທາ ແລະ ທ້າວ ໄຊຖາວອນ ພົມມະຈັນ ນັກສຶກສາວິສະວະກຳ ໄຟຟ້າ ທີ່ໄດ້ຜ່ານການຄັດເລືອກຕາມຂັ້ນຕອນທຸກປະການ. ເຊິ່ງມອບໂດຍທ່ານ ຮສ. ອາຣິໂມໂຕະ ທະເກະໂອະ ຜູ້ບໍລິຫານມູນນິທິຮອນດາ ໂຄງການ HONDA YES Award; ເຊິ່ງເປັນໂຄງການທີ່ເປັນປະໂຫຍໃນການພັດທະນາຊັບ ພະຍາກອນມະນຸດ ເຊິ່ງປີນີ້ ເປັນປີທີ 7. ໃນ ຕະຫຼອດ 7 ປີ ຄັດເລືອກໄດ້ ນັກສຶກສາ 14 ນ້ອງ, ຍິງ 8 ນ້ອງ. ກ່ອນການມອບລາງວັນ ທ່ານ ຮສ.ດຣ ສາຍຂອງ ສາຍນາສິນ ໄດ້ກ່າວ ສະແດງຄວາມຍິນດີ, ຄວາມພາກພູມໃຈ ແລະສະແດງຄວາມຊົມເຊີຍຕໍ່ນັກສຶກສາ 2 ນ້ອງທີ່ໄດ້ຮັບລາງວັນຮອນດາໃນປິ 2014 ນີ້, ທ່ານຍັງໄດ້ກ່າວສະແດງຄວາມຂອບໃຈຕໍ່ມູນນິທິຮອນດາ, ສະຖານທູດຍີ່ປຸ່ນປະຈຳລາວ, ກະຊວງສຶກສາທິການ, ອົງການໄຈກາ, ບໍລິສັດຮອນດາປະຈຳລາວ ທີ່ໄດ້ອຸປະຖຳ ແລະສົ່ງເສີມນັກສຶກສາ ຄະນະວິສະວະກຳສາດ ມຊ, ຜູ້ທີ່ຮຽນເກັ່ງ, ມີຄຸນສົມບັດດີ, ມີຫົວຄິດປະດິດສ້າງຜູ້ທີ່ຈະກາຍເປັນນັກວິທະຍາ ສາດໃນອະນາຄົດ.

ໂອກາດດຽວກັນ, ທ່ານ ຮສ. ອາຣິໂມໂຕະ ທະເກະໂອະ ຜູ້ບໍລິຫານມູນນິທິຮອນດາ ກໍ່ໄດ້ມອບຫຼຽນ ລາງວັນໃຫ້ໃຫ້ແກ່ສອງນ້ອງທີ່ໄດ້ຮັບລາງວັນດັ່ງກ່າວຢ່າງສົມກຽດ, ຊຶ່ງລາງ ວັນທີ່ໄດ້ຮັບໃນຄັ້ງນີ້ແມ່ນເປັນເງິນຜູ້ລະ 3,000 ໂດລາສະຫະລັດ ແລະຍັງໃຫ້ທຶນໄປຮຽນຕໍ່ທີ່ປະເທດຍີ່ປຸ່ນອີກດ້ວຍ.

 ເບິ່ງພາບບັນຍາກາດ

 

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.