
ຄະນະນຳລາວເຂົ້າຮ່ວມພິທີເອົາທຸງຂຶ້ນຮ່ວມກັບ10 ປະເທດໃນມອາຊຽນຄັ້ງXVII

ເມື່ອວັນທີ 9 ທັນວາຜ່ານມາທີ່ບ້ານພັກນັກກິລາແຂວງປາເລມບັງປະເທດອິນໂດເນເຊຍໄດ້ຈັດພິທີເອົາທຸງຂຶ້ນໂດຍມີຄະນະນຳຈາກ10 ປະເທດທີ່ເຂົ້າຮ່ວມແຂ່ງຂັນກິລາມະຫາວິທະຍາໄລອາຊຽນຄັ້ງທີXVII ຫຼືມອາຊຽນທີ່ແຂວງປາເລມບັງປະເທດອິນໂດເນເຊຍເປັນເຈົ້າພາບລະຫວ່າງວັນທີ 10-20 ທັນວາ2014 ນີ້.
ໃນພິທີດັ່ງກ່າວ, ໄດ້ປະກອບມີ10 ປະເທດຄື: ປະເທດອິນໂດເນເຊຍເຈົ້າພາບ, ມາເລຍເຊຍ, ສປປລາວ, ກຳປູເຈຍ, ສິງກະໂປ, ຕີມໍ, ໄທແລນ, ຟິລິບຟິ, ຫວຽດນານແລະປະເທດມຽນມ້າ. ເຊິ່ງໃນນັ້ນ, ຄະນະນຳລາວກໍ່ຄືສະຫະພັນກິລາມະຫາວິທະຍາໄລລາວ(ສກມລ) ນຳໂດຍທ່ານສຈ.ດຣສົມສີຍໍພັນໄຊຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດປະທານສະຫະພັນກິລາມະຫາວິທະຍາໄລລາວ, ພ້ອມດ້ວຍຄະນະ ແລະ ນັກກິລາຈຳນວນໜຶ່ງເຂົ້າຮ່ວມໃນງານດັ່ງກ່າວ.
ຫຼັງຈາກນັ້ນ, ໃນພິທີດັ່ງກ່າວທາງປະເທດອິນໂດເນເຊຍເຈົ້າພາບກໍໄດ້ມອບຂອງທີ່ລະນຶກໃຫ້ແກ່ບັນດາທ່ານແຂກ 10 ປະເທດທີ່ເຂົ້າຮ່ວມແຂ່ງຂັນກິລາມະຫາວິທະຍາໄລອາຊຽນຄັ້ງທີXVII ຫຼືມອາ–ຊຽນໃນຄັ້ງນີ້.