
ບໍລິສັດ ລັດວິສາຫະກິດ ລາວໂທລະຄົມ ມອບທຶນການສຶກສາໃຫ້ແກ່ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ

ເພື່ອເປັນການສືບຕໍ່ຊຸກຍູ້ ນັກສຶກສາຜູ້ຮຽນດີ-ຮຽນເກັ່ງຂອງ ມຊ ໃນຕອນບ່າຍວັນທີ 16 ທັນວາ 2014 ນີ້, ບໍລິສັດ ລັດວິສາຫະກິດ ລາວໂທລະຄົມໄດ້ມອບທຶນການສຶກສາ ໃຫ້ແກ່ນັກສຶກສາ ມຊ, ພິທີດັ່ງກ່າວໄດ້ຈັດຂຶ້ນ ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ, ໂດຍການໃຫ້ກຽດມອບຂອງທ່ານ ກິ່ງແກ້ວ ຫວ່າງກ່າເນັ້ງ ຮອງຜູ້ອຳນວຍການໃຫຍ່ບໍລິສັດ ລັດວິສາຫະກິດ ລາວໂທລະຄົມ, ຮັບໂດຍທ່ານ ຮສ. ລຳໄມ ພິພັກຂະວົງ ຮອງອະທິການບໍດີ ມຊ, ໃນພິທີ ມີທ່ານ ອຈ. ສົນທະນີ ຫຼວງໄຊຊະນະ ຮອງປະທານມູນນິທິການສຶກສາ, ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ, ບັນດາຄະນະກຳມະການມູນນິທິການສຶກສາ ມຊ, ບັນດາຫົວໜ້າຫ້ອງການ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ແລະນັກສຶກສາທີ່ໄດ້ຮັບທຶນດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ທຶນທີ່ ບໍລິສັດ ລັດວິສາຫະກິດ ລາວໂທລະຄົມ ມອບໃຫ້ແກ່ນັກສຶກສາ ມຊ ຄັ້ງນີ້ ເປັນຄັ້ງທີ 5 ຈໍານວນ ເງິນ 50 ລ້ານກີບ ຊຶ່ງພາກສ່ວນກ່ຽວຂ້ອງຂອງ ມຊ ຈະໄດ້ສືບຕໍ່ນຳໄປເບີກຈ່າຍເປັນອັດຕາເງິນເດືອນໃຫ້ແກ່ນັກສຶກສາຜູ້ທີ່ມີເງື່ອນໄຂທີ່ຈະໄດ້ຮັບ, ເດືອນລະ 150,000 ກີບ ຕໍ່ຄົນ. ນັກສຶກສາຜູ້ທີ່ມີເງື່ອນໄຂໄດ້ຮັບທຶນດັ່ງກ່າວນີ້ ແມ່ນນັກສຶກສາຜູ້ຮຽນດີ - ຮຽນເກັ່ງ, ຄຸນສົມບັດດີ ແລະຄອບຄົວມີຖານະຍາກຈົນ ແລະຜ່ານການຄັດເລືອກມາຈາກຄະນະວິຊາຕ່າງໆອ້ອມຂ້າງ ມຊ. ໃນໂອກາດກ່າວຮັບທຶນດັ່ງກ່າວທ່ານ ຮສ. ລຳໄມ ພິພັກຂະວົງ ຮອງອະທິການບໍດີ, ໃນນາມຕ່າງໜ້າຄະນະນຳ ມຊ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄະນະນຳ, ພະນັກງານ ລັດວິສາຫະກິດ ລາວໂທລະຄົມທີ່ໄດ້ມີຄວາມເປັນຫ່ວງ -ເປັນໄຍຕໍ່ນັກສຶກສາຜູ້ທີ່ມີຄວາມຫຍຸງຍາກ ຂາດເຂີນໃນການໃຊ້ຈ່າຍເຂົ້າໃນການຄົ້ນຄວ້າຮ່ຳຮຽນ ເຊິ່ງການຊ່ວຍເຫຼືອດັ່ງກ່າວໃນຄັ້ງນີ້ກໍຄືຄັ້ງທີ່ຜ່ານໆມາ ແມ່ນເປັນການປະກອບສ່ວນອັນໃຫຍ່ຫລວງໃນການແບ່ງເບົາພາລະຂອງພໍ່ແມ່ ຜູ້ປົກຄອງ ທັງເປັນການກະຕຸກ-ຊຸກຍູ້ໃຫ້ນັກສຶກສາມີຄວາມສະດວກໃນການດຳລົງຊີວິດ ແລະ ມີກຳລັງໃຈໃນການສຶກສາຮໍ່າຮຽນກ້າວໄປສູ່ຜົນສຳເລັດຂອງການສຶກສາໄດ້ເປັນຢ່າງດີ.